Top Ad

header ads

ເຄັດ​ລັບ​ໜ້າ​ຂາວ​ໃສ​ນຽນ​ນຸ່ມ​




ບໍ່​ເຊື່ອ​ກໍ​ຕ້ອງ​ເຊື່ອ​  ​ແນະ​ນຳ​ 4 ເຄັດ​ລັບ​ໜ້າ​ຂາວ​ໃສ​ນຽນ ​ນຸ່ມ​ງ່າຍໆ​ພຽງ​ແຕ່​ມີນົມສົດ​ດ​ກັບ​ສຳ​ລີ​ ຫຼາຍ​ຄົນ​ຈະ​ງົງ​ວ່າ​ມັນ​ເຮັດ​ໄດ້​ແທ້ບໍ​​ແລ້ວ​ໃບ​ໜ້າ​ເຮົາ​ຈະ​ເປັນ​ ຫຍັງຫຼືບໍ​ ໄປ​ເບິ່ງເລີຍ

​ມື້​ນີ້​ຈະ​ມາ​ຕັ້ງ​ກະ​ທູ້​ກ່ຽວກັບ​ການ​ເບິ່ງ​ແຍງ​ຜິວ​ໜ້າ​ ດ້ວຍນົມ​ສົດ​ ກັບ​ ສຳ​ລີ​ແຜ່ນ​ (ທີ່​ໃຊ້​ເຊັດ​ເຄື່ອງ​ສຳອາງ​) ເປັນ​ນົມ​ສົດ​ທີ່​ເຮົາ​ໃຊ້​ກິນທົ່ວ​ໄປ​ ນົມ​ສົດ​ທີ່​ແນະ​ນຳ​ກໍ​ຄື​ ນົມ​ຕາ​ໝີ​ *ນົມ​ສົດ​ທີ່​ໃຊ້​ຈະ​ຕ້ອງ​ແຊ່​ເຢັນ​ສະເໝີ​​*

1. ນົມ​ສົດ​ກໍ​ໃຊ້​ແທນ​ໂທນ​ເນີ​ໄດ້​!! ຫຼັງ ​ຈາກ​ທີ່​ສາວ​ໆ​ລ້າງ​ໜ້າ​ຮຽບຮ້ອຍ​ແລ້ວ​ ກໍ​ໃຫ້​ນຳ​ນົມ​ສົດ​ຈຸ່ມ​ກັບ​ສຳ​ລີ​ແລ້ວ​ເຊັດ​ໃຫ້​ທົ່ວ​ໃບ​ໜ້າ​ ຈາກ​ນັ້ນ​ກໍ​ນວດ​ໜ້າ​ໃຫ້​ນົມ​ຊຶມ​ເຂົ້າ​ທີ່​ຜິວ​ໜ້າ​ແລ້ວ​ລ້າງ​ອອກ​ ພຽງ​ວິທີ​ງ່າຍໆ​ເທົ່າ​ນີ້​ກໍ​ຈະ​ໄດ້​ໃບ​ຫນ້າທີ່​ນຽມ​ນຸ່ມ​ມາ​ຄອບຄອງ​ແລ້ວ

2. ຂ້ອຍ​ຢາກ​ມີ​ຜິວ​ຫນ້າທີ່​ຊຸ່ມ​ຊື່ນ​ແລະ​ສົດ​ໃສ​ !! ພຽງ ​ແຕ່ສາວ​ໆ​ນຳ​ນົມ​ສົດ​ປະສົມ​ກັບ​ນ້ຳ​ສະ​ອາດ​ໃສ່​ກວດ​ສ​ະເປ​ນຳ​ໄປ​ແຊ່​ເຢັນ​ ສຳເລັດ​ແລ້ວ​ກໍ​ເກັບ​ເອົາ​ໄວ້​ສີດ​ໃບ​ໜ້າ​ ກໍ​ຈະ​ໄດ້​ໃບ​ໜ້າ​ຊຸ່ມ​ຊື່ນ 

3.ເຮັດ​ແນວໃດ!! ຂອບ​ຕາກ້ຳຄືໝີ​ແພນ​ດ້າ ສາວ​ໆ​ຄົນ​ໃດມັກ​ນອນ​ເດິກ​ເຮັດໃຫ້​ມີຂອບ​ຕາ​ດຳ​ຄ້ຳ​ເຮົາ​ມີ​ວິທີ​ຊ່ວຍ​ ນຳ​ສຳ​ລີ​ແຜ່ນ​ຈຸ່ມ​ກັບ​ນົມ​ສົດ​ເຢັນ​ໆ​ ແລ້ວ​ຖິ້ມ​ໄວ້​ປະ​ມານ​ 10-15 ຈາກ​ນັ້ນ​ໃຫ້​ລ້າງ​ນ້ຳ​ອອກ​ ຈະ​ເຮັດໃຫ້​ຮອຍ​ຄ້ຳ​ຈາງ​ລົງ​ ສາວ​ໆ​ຄວນ​ຫຼີກ​ລ້ຽງ​ການ​ທາຄຮີມ​ທີ່​ໃກ້​ຊິດ​ກັບ​ຂອບ​ຕາ​ ຈະ​ເຮັດໃຫ້​ຂອບ​ຕາກ້ຳ 

4. ມາກ​ໜ້າ​ສູດ​ນີ້​​ !! ແຕ່​ສູດ​ນີ້​ ເຮົາ​ມີ​ໄອ​ເທມ​ໃໝ່​ ຄື​ໝາເລັ່ນ ນຳ​ໝາກເລັ່ນມາຊອຍ​ເປັນ​ເ​ເວ່ນ​ບາງ​ໆ​(ແຊ່​ຕູ້​ເຢັນ​) ແລ້ວ​ຈຸ່ມ​ກັບ​ນົມ​ສົດ​ທີ່​ກຽມ​ໄວ້​ ຈາກ​ນັ້ນ​ກໍ​ວາງ​ລົງ​ໃຫ້​ທົ່ວ​ໃບ​ໜ້າ​ ຖິ້ມ​ໄວ້​ 15-20 ນາ​ທີ​ ແລ້ວ​ລ້າງ​ອອກ​​ 

ບໍ່​ແນະ​ນຳ​ໃຫ້​ໃຊ້​ນົມ​ສະ​ເຕີ​ຣີ​ໄລ ເພາະ​ມັນ​ເປັນ​ນົມ​ທີ່​ສານ​ອາຫານ​ນ້ອຍ​ກວ່ານົມ​​ພາດ​ເຈີ​ໄຣ​ຫຼືນົມ​ສົດ​ ມັນ​ຖືກ​ເຮັດໃຫ້​ເກັບ​ໄດ້​ດົນ​ແຕ່​ສານ​ອາຫານ​​ນ້ອຍ​ລົງ​ 


ທີ່ມາ ຄິດອອກ
Ad