Top Ad

header ads

ໄຟໄໝ້ລະທຶກ ຫໍໄອເຟລ ຜູ້ຄົນແຕກຕື່ນ ຄິດວ່າເກີດກໍ່ການຮ້າຍຊ້ຳ!!



ເກີດ​ເຫດ​ຄວັນ​ໄຟ​​ ຄ້າຍ​ໄຟ​ໄໝ້​ທີ່​ຫໍໄອເຟລ ກາາງ​ກຣຸງ​ປາ​ຣີດ​ ມື້​ດຽວກັນ​ກັບ​ວິ​ນາດ​ກຳ​ເມືອງ​ນີ​ຊ​ ຜູ້ຄົນ​ພາ​ກັນ​ແຕກ​ຕື່ນ​ ຄິດວ່າເຫດ​ກໍ່​ການ​ຮ້າຍ​ຮຸກຮານ​ເຖິງ​ເມືອງ​ຫຼວງ​
ສຳ​ນັກ​ຂ່າວຕ່າງ​ປະເທດ​ລາຍງານວ່າ​ ເຫດການ ການ​ກໍ່​ເຫດ​ວິ​ນາດສະ​ກຳ​ທີ່​ເມືອງ​ນີ​ຊ​ ເມືອງ​ທ່ອງ​ທ່ຽວ​ທາງ​ພາກ​ໃຕ້​ຂອງ​ປະເທດ​ຝ​ຣັ່ງ​​ ສ້າງ​ຄວາມ​ສະຫຼົດໃຈ​ແກ່​ຊາວ​ໂລກ​ ມີ​ຜູ້​ເສຍຊີວິດ​ຫລາຍກວ່າ​ 80 ຄົນ​ ໃນ​ຂະນະ​ນີ້​ເຊື່ອ​ວ່າ​ເປັນ​ເຫດ​ການ​ກໍ່​ການ​ຮ້າຍ​ໃນ​ຄ່ຳ​ຄືນ​ການ​ສະເຫລິມ​ສະຫລອງ​ວັນ​ຊາດ​ຂອງ​ຝ​ຣັ່ງ​​
ຂະນະ​ທີ່​ເກີດ​ຄວາມ​ວຸ້ນວາຍ​ທີ່​ເມືອງ​ນີ​ຊ​ ປາກົດ​ວ່າ​ຢູ່ໃຈ​ກາງ​ກຣຸງ​ປາ​ຣີດ​ ເມືອງ​ຫຼວງ​ຂອງ​ຝ​ຣັ່ງ​ ເກີດ​ເຫດ​ລະ​ທຶກ​ຂວັ​ຂຶ້ນ​ໃນ​ເວລາ​ໄລ່​ຫຼັງ​ກັນ​ ເມື່ອ​ເກີດ​ຄວັນ​ໄຟ​ລຸກ​ຂຶ້ນ​ປິດສະ​ນາ​ ບໍລິເວນ​ຫໍ​ໄອ​ເຟລ ຫໍ​ຄອຍ​​ຊື່​ດັງ​ລະ​ດັບ​ໂລກ​ ເຈົ້າ​ຫນ້າທີ່​ດັບ​ເພີງ​ຕ້ອງ​ລະ​ດົມ​ກຳ​ລັງ​ເຂົ້າ​ກວດ​ສອບ ​ແລະ ລະ​ງັບ​ເຫດ​ທັນ​ທີ​
ກຸ່ມ​ຄວັນ​ໄຟ ​ແລະ ​ເປວ​ເພີງ​ທີ່​ລຸກ​ໄໝ້​ ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້ແກ່​ຊາວ​ເມືອງ​ ແລະ​ ນັກ​ທ່ອງ​ທ່ຽວ​ ເນື່ອງ​ຈາກ​ປະເທດ​ຍັງ​ຕົກ​ຢູ່ໃນ​ພາ​ວະ​ຄຸກ​ຄາມ​ຂອງ​ການ​ກໍ່​ການ​ຮ້າຍ​ ທ່າມ​ກາງ​ສະຖານນະການ​ຄວາມ​ສັບ​ສົນ​ວຸ້ນວາຍ​
ໃນ​ເວລາ​ຕໍ່​ມາ​ ທາງ​ໂຄສົກ​ຕຳ​ຫຼວດ​ນະຄອນ​ບານ​ຝ​ຣັ່ງ​ ໄດ້​ອອກ​ຖະແຫຼງ​ການ​ຊີ້​ແຈງ​ກ່ຽວກັບ​ເຫດ​ດັ່ງ​ກ່າວ​ ຢືນຢັນ​ວ່າ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ເຫດ​ກໍ່​ການ​ຮ້າຍ​ແຕ່​ຢ່າງ​ໃດ​ ເຫດການ​ທີ່ເກິດຂື້ນ​ຄາດ​ວ່າ​ເປັນ​ເຫດ​ຂັດ​ຂ້ອງ​ທາງ​ເທັກ​ນິກ​ ອາດຈະເກີດຈາກ​ສະ​ເກັດ​ໄຟ​ ຫລື ​ເອັຟ​ເຟກ​ພິເສດ​ທີ່​ມີຄວັນ​ ເຊິ່ງ​ໃຊ້​ໃນ​ການ​ສະແດງ​ຈຸດ​ດອກໄມ້ໄຟ ສະເຫລິມ​ສະຫລອງ​ວັນ​ຊາດ​ທີ່​ຫໍ​ໄອ​ເຟວ ເບື້ອງ​ຕົ້ນ​ເຫດ​ດັ່ງ​ກ່າວ​ບໍ່​ມີ​ຜູ້​ຮັບ​ໄດ້​ບາດ​ເຈັບ ​ແລະ ​ເສຍຊີວິດ​ແຕ່​ຢ່າງ​ໃດ​

ຂໍ້ມູນຈາກ: http://news.sanook.com//, news.qq.com
ທີ່ມາ ຄິດອອກ
Ad