Top Ad

header ads

ກ້ວຍໝາກໄມ້ບຳລຸງສະໝອງ


ກ້ວຍ​ ນອກ­ຈາກ​ຊ່ວຍ​ເພີ່ມ​ພະ­ລັງ­ງານ​ໃຫ້​ແກ່​ຮ່າງ­ກາຍ​ເຮົາ​ແລ້ວ ຍັງ​ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ­ນະ​ໂລກ​ພະ­ຍາດອີກ​ຫຼວງ­ຫຼາຍ ແລະ ​ເຮັດ​ໃຫ້​ເຮົາມີ​ສຸ­ຂະ­ພາບ​ຮ່າງ­ກາຍ​ທີ່​ດີທັງ​ສາ­ມາດ​ຊ່ວຍ​ຫຼຸດ​ອາ­ການ​ ທີ່​ຈະ​ກ່າວ​ຕໍ່​ໄປ​ນີ້​ດ້ວຍ​ເຊັ່ນ: ໂລກ​ເລືອດ​ຈາງ ເພາະ​ກ້ວຍ​ມີ​ທາດ​ເຫຼັກ​ສູງ ຊຶ່ງ​ຊ່ວຍ​ໃຫ້­ການ ຜະ­ລິດ​ຮໍ​ໂມນ​ໂກລ​ບິນ​ໃນ​ເລືອດ​ເພື່ອ​ຊ່ວຍ​ຮັກ­ສາ​ພາ­ວະ​ໂລກ​ເລືອດ​ຈາງ ຫຼື ຜູ້​ທີ່­ຢູ່​ໃນ​ສະ­ພາ­ວະ​ຂາດ​ກຳ­ລັງ, ໂລກ ຄວາມ­ດັນ­ເລືອດ­ສູງ​ກ້ວຍ ມີ​ສ່ວນ​ທີ່​ຊ່ວຍ​ຮັກ­ສາ​ຄວາມ­ດັນ­ເລືອດ­ສູງ ຫຼື ເສັ້ນ­ເລືອດ​ຝອຍ ໄດ້​ທັງ​ຊ່ວຍ​ເພີ່ມ​ພະ­ລັງ ງານ​ໃຫ້​ແກ່​ສະ­ໝອງ ເພາະ​ໃນ​ປະ­ເທດ​ອັງ­ກິດ​ມິ​ເດັກ­ນ້ອຍ​ກວ່າ 200 ຄົນ​ຢາກ​ຈະ​ເພີ່ມ​ພະ­ລັງ​ໃຫ້​ແກ່​ສະ­ໝອງ ເພື່ອ ຊ່ວຍ​ໃນ​ການ​ສອບ­ເສັງ​ໃນ​ລະ­ຫວ່າງ​ພາກ­ຮຽນ ພວກ​ເຂົາ​ໄດ້​ກິນ​ກ້ວຍ​ທີ່​ເໝາະ​ສົມ ທຸກ​ມື້​ໃນ​ອາ ຫານ​ເຊົ້າ, ທ່ຽງ ແລະ​ ແລງ ຫຼັງ​ຈາກ​ນັ້ນ​ໄດ້​ມີ​ການ ວິ­ໄຈ​ອອກ​ມາ​ທີ່ ສະ­ແດງ​ໃຫ້​ເຫັນ​ວ່າ​ກ້ວຍ​ມີ​ໂພ​ແທັກ​ຊຽມ​ສູງ​ທີ່ ສາ­ມາດ​ຊ່ວຍ​ເພີ່ມ​ພະ­ລັງ​ໃຫ້​ແກ່​ສະ­ໝອງ​ຂອງ ນັກ­ຮຽນແລະ​ເພີ່ມ​ຄວາມ​ຕັ້ງ­ໃຈ​ໃນ​ການ​ຮຽນ ທັງ​ມີ​ປະ­ໂຫຍດ​ຕໍ່​ການ​ຮຽນ​ໜັງ­ສື​ດ້ວຍ.


ນອກ­ຈາກ​ນັ້ນ​ຍັງ​ຊ່ວຍ​ຮັກ­ສາ​ອາ­ການ​ທ້ອງ ອືດ ເພາະ​ກ້ວຍ​ມີ​ກາກ​ໃຍ ທີ່​ຈະ​ຊ່ວຍ​ໃຫ້­ການ​ຂັບ ຖ່າຍ​ເປັນ​ປົກ­ກະ­ຕິ​ອາ­ການ​ຄັນ​ທີ່​ເກີດ​ຈາກ​ຍຸງ​ກັດ​ດ້ວຍ​ການ​ໃຊ້ດ້ານ​ໃນ​ ຂອງ​ເປືອກ​ກ້ວຍ​ທາ​ບໍ­ລິ­ເວນ​ທີ່​ຖືກ​ຍຸງ​ກັດ​ອາ­ການ​ຄັນຈະ​ຫຼຸດ​ລົງ​ໄປ​ໄດ້ ​ລະ­ດັບ​ໜຶ່ງ, ຜູ້​ທີ່​ເປັນ​ບາດ­ແຜ​ໃນ​ລຳ​ໄສ້​ຊຳ​ເຮື້ອ ຫຼື ກະ­ເພາະ​ອາ­ຫານ​ອັກ­ເສບ​ການ​ຮັບ​ປະ­ທານ ກ້ວຍ​ເລື້ອຍໆ​ຖື​ເປັນ​ສິ່ງ​ທີ່​ດີ​ຫຼາຍ ເພາະ​ກ້ວຍ​ມີ​ສະ­ພາບ​ເປັນ­ກາງ​ມີ​ຄວາມ​ອ່ອນ ແລະ​ເສັ້ນ​ໃຍ​ສູງ​ເຮັດ​ໃຫ້​ບໍ່­ເກີດ ການ​ລະ​ຄາຍ​ເຄືອງ​ໃນ​ຝະ​ໜັງ​ລຳ​ໄສ້ ແລະ​ກະ­ເພາະ​ອາ­ຫານ ທັງ​ຊ່ວຍ​ຄວບ​ຄຸມ​ອຸນ­ຫະ­ພູມ​ຂອງ​ຮ່າງ­ກາຍ​ໃຫ້​ເປັນ ປົກ­ກະ­ຕິ.


ຂໍ້ມູນຈາກ: ເສດຖະກິດ-ສັງຄົມ
Ad