Top Ad

header ads

ສັບພະຄຸນຂອງຖົ່ວພູທີ່ທ່ານຍັງບໍ່ເຄີຍຮູ້ມາກ່ອນ!!

ຖ້າທ່ານກໍາລັງມີບັນຫາຮູ້ສຶກວ່າຮ່າງກາຍບໍ່ແຂງແຮງ,ການກິນໝາກຖົ່ວພູອາດຊ່ວຍໄດ້.ຕາມຕໍາລາພື້ນເມືອງ, ໝາກ ຖົ່ວພູ ແມ່ນພືດຜັກຊະນິດໜຶ່ງທີ່ມີຄຸນ ຄ່າທາງອາຫານທີ່ດີ່ຕໍ່ຮ່າງກາຍ ແລະ ມີຄຸນສົມບັດເປັນສະໝຸນໄພໄດ້ ອີກດ້ວຍ. ຄຸນປະໂຫຍດຂອງໝາກຖົ່ວພູ ແມ່ນມີຫຼາກຫຼາຍທີ່ທ່ານ ອາດຄິດບໍ່ເຖິງ. ດັ່ງນັ້ນມື້ນີ້ພວກເຮົາຈະນໍາເອົາຄວາມຮູ້ ກ່ຽວກັບ ສັບພະຄຸນ ແລະ ຄຸນປະໂຫຍດ ຂອງຖົ່ວພູມາໃຫ້ທ່ານຮູ້ຈັກ.
ຄຸນປະໂຫຍດຂອງຖົ່ວພູ
ຖົ່ວພູແມ່ນພືດທີ່ມີກາກໃຍອາຫານຢ່າງຫຼວງຫຼາຍ ເຊິ່ງເຮັດໃຫ້ລະບົບ ຂັບຖ່າຍຂອງເຮົາເປັນໄປຢ່າງປົກກະຕິ, ບໍ່ອືດທ້ອງ. ນອກຈາກນັ້ນແລ້ວ ຫົວຂອງຖົ່ວພູກໍ່ຍັງສາມາດນໍາໄປຕາກແຫ້ງແລ້ວ ຂົ້ວໃຫ້ເຫຼືອງ ນໍາມາຊົງເປັນນໍ້າດຶ່ມຊູກໍາລັງສໍາລະ ຄົນບໍ່ສະບາຍ ຫຼື ຄົນທີ່ອ່ອນເພຍງ່າຍ ໄດ້ອີກດ້ວຍ.
ຄຸນຄ່າທາງອາຫານຂອງຖົ່ວພູ
ຖົ່ວພູ 100 ກຣາມ: ໃຫ້ພະລັງງານ 19 ກິໂລແຄລໍລີ, ປະກອບດ້ວຍນໍ້າ 93.8 ກຣາມ, ກາໂບໄຮເດຣດ 2.4 ກຣາມ, ໂປຕີນ 2.1 ກຣາມ, ໄຂມັນ 0.1 ກຣາມ, ແຄມຊຽມ 5 ມິລີກຣາມ, ຟອດສຟໍຣັດ 4.3 ມິລິກຣາມ, ທາດເຫຼັກ: 0.5 ມິລີກຣາມ, ໄນອາຊິນ 0.8 ມິລີກຣາມ, ວິຕາມິນບີ 10.35 ມິລີກຣາມ ແລະ ວິຕາມິນຊີ 32 ມິລີກຣາມ.
ສັບພະຄຸນຂອງຖົ່ວພູ
ຫົວຖົ່ວພູ: ໃຊ້ບໍາລຸງຮ່າງກາຍ, ແກ້ອ່ອນເພຍ, ແກ້ຮ້ອນໃນ, ແກ້ປາກແຫ້ງ ແລະ ແກ້ໄຂ້.
ຮາກ: ແກ້ໂລກລົມພິດກໍາເລີດ, ແກ້ເຈັບທ້ອງ, ໃຊ້ຮັກສາສິວ ແລະ ໂລກຜິວໜັງບາງຊະນິດ.ຕໍາລາຢາພື້ນເມືອງບອກວ່າ ໃຫ້ນໍາເອົາເມັດຖົ່ວພູມາຕົ້ມ ໂດຍຂັດເອົາສະເພາະເມັດແກ່ສີນໍ້າຕານເຂັ້ມ, ຈະກິນເມັດທີ່ ຕົ້ມສຸກເລີຍກໍ່ໄດ້ ຫຼື ນໍາເອົາເມັດ ທີ່ຕົ້ມສຸກມາບົດໃຫ້ລະອຽດ ປະສົມນໍ້າສຸກດຶ່ມກ່ອນອາຫານ 3 ເວລາ ຈະຊ່ວຍໃຫ້ສຸຂະພາບແຂງ ແຮງເພິ່ມພະລັງວັງຊາ.


ທີ່ມາ http://news.com.la/detail/15723
Ad