Top Ad

header ads

ສຳເລັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງສະຖາບັນການເງິນທົ່ວປະເທດ




ກອງປະຊຸມຖອດຖອນບົດຮຽນວຽກງານການຄຸ້ມຄອງສະຖາບັນການເງິນທົ່ວປະເທດ ໄດ້ ສຳເລັດຢ່າງຈົບງາມໃນວັນທີ 5 ກໍລະກົດ 2016 ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປລາວ (ທຫລ) ພາກໃຕ້ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສິດພະໄຊ   ຮອງຜູ້ວ່າການ ທຫລ.
          ກອງປະຊຸມໄດ້ຕີລາຄາວ່າ : ການຈັດຕັ້ງປະຕິບັດແຜນເງິນຕາໃນໄລຍະຜ່ານມາສາມາດບັນ ລຸຜົນຕາມແຜນທີ່ວາງໄວ້ ແລະ ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຈັດຕັ້ງປະຕິບັດໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນການເງິນຈຸລະພາກໃນ 4 ແຂວງພາກໃຕ້ຕາມທິດ 3 ສ້າງ ແລະ ທິດຊີ້ນໍາຂອງເຈົ້າແຂວງຈຳປາສັກກ່ຽວກັບການສ້າງກອງທຶນບ້ານທີ່ເຂັ້ມແຂງຍົກລະດັບຂຶ້ນເປັນສະຫະກອນສິນເຊື່ອ ແລະເງິນຝາກປະຢັດເຊິ່ງມາຮອດທ້າຍປີ 2015 ໃນ 4 ແຂວງພາກໃຕ້
ມີສະຖາບັນ ການເງິນຈຸລະພາກທັງໝົດ 16 ແຫ່ງ ແລະ ສາມາດເຮັດໃຫ້ວຽກງານດັ່ງກ່າວຄືບໜ້າໄປຢ່າງບໍ່ຢຸດ ຢັ້ງ.
          ໃນໂອກາດນີ້ທ່ານ  ຮອງຜູ້ວ່າການ ທຫລ ທ່ານ ສອນໄຊ ສິດພະໄຊ ໄດ້ກ່າວສະແດງຄວາມ ຍ້ອງຍໍສັນລະເສີນຕໍ່ກັບຜົນງານ ແລະການເຄື່ອນໄຫວຂອງບັນດາພະນັກງານ-ສະມາຊິກພັກໃນທົ່ວ ລະບົບທະນາຄານທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະຜູ້ເຮັດວຽກງານສະຖາບັນ ການເງິນຂັ້ນມະຫາພາກທີ່ໄດ້ຕັ້ງໜ້າຄຸ້ມຄອງຕິດຕາມ ແລະກວດກາວຽກງານດັ່ງກ່າວຢ່າງເປັນ  ປະຈຳ ເຮັດໃຫ້ວຽກງານສະຖາບັນການເງິນ ໄດ້ຮັບການພັດທະນາດີຂຶ້ນພ້ອມດຽວກັນໄດ້ໃຫ້ທິດ ຊີ້ນຳຫຼາຍບັນຫາ ໂດຍໃຫ້ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອທີ່ດີງາມໃນໄລຍະຜ່ານມາເຂົ້າ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າສືບຕໍ່ຮັກສາຄວາມສາມັກຄີໃຫ້ດີຂຶ້ນກວ່າເກົ່າສືບຕໍ່ປັບ ປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃຫ້ຫຼຸດໜ້ອຍລົງເປັນກ້າວໆ ແລະຮຽກຮ້ອງໃຫ້ອົງການນຳທ້ອງຖິ່ນຂະແໜງການທີ່ກ່ຽວຂ້ອງລວມທັງຜູ້ປະກອບການຈົ່ງເປັນເຈົ້າການແກ້ໄຂ ແລະພັດທະນາພາກສ່ວນ ກ່ຽວຂ້ອງທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ແນໃສ່ເພື່ອນຳເອົາແຫຼ່ງທືນເຂົ້າໃນການປັບປຸງ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຕາມແນວທາງຂອງພັກ ແລະ ລັດຖະບານ ແຕ່ລະໄລຍະ.              


          ຂ່າວ-ພາບ: ຣັດສະໝີ ດວງສັດຈະ
ທີ່ມາ ລາວພັດທະນາ
Ad