Top Ad

header ads

ຄຸນ​ປະ​ໂຫຍດ​ຂອງ​ກະ​ທ​ຽມ

ຄຸນ​ປະ​ໂຫຍດ​ຂອງ​ກະ​ທ​ຽມ

ກະ​ທຽມ​ມັນ​ຈະ​ມີ​ກິ່ນ​ແຮງ ເຮັດໃຫ້ບໍ່ຢາກກິນ ສາວໆ​ບາງ​ຄົນ​ອາດ​ເຂ່ຍ​ຖິ້ມ​ທຸກເທື່ອທີ່​ເຫັນໃນ​ຈານ​ອາຫານ ແຕ່​ຮູ້​ບໍ່​ວ່າ​ມັນ​ມີ​ປະໂຫຍດຫຼາຍຊ້ຳໃດ​ ເຮົາ​ມາ​ເບິ່ງ​ສາລະພັດ​ນານາ​ຂໍ້​ດີ​ຂອງ​ກະ​ທຽມ​ ບອກ​ໄວ້​ເລີຍ​ວ່າ​ຖ້າ​ຢາກ​ງາມ ກໍ​ຕ້ອງ​ກິນ!
1.  ເຮັດໃຫ້​ຜົມງາມ ເມື່ອ​ເຮົາ​ກິນ​ກະ​ທຽມ​ເຂົ້າໄປ ມັນ​ຈະ​ຜະລິດ​ນ້ຳ​ມັນ​ເທິງ​ໜັງ​ຫົວ​ຂອງ​ເຮົາ​ຊຶ່ງ​ຊ່ວຍ​ແກ້​ໄຂ​ບັນຫາ​ຜົມ​ເສຍ​ຕ່າງໆ​ ໂດຍ​ມີ​ສານ​ອັລ​ລິ​ຊິນ​ທີ່​ເຮັດໃຫ້​ຜົມ​ຂອງເຮົາ​ງົດ​ງາມ ແລະ ຫຼຸ​ດບັນຫາ​ເສັ້ນ​ຜົມຫຼົ່ນນຳອີກ
2. ກຳຈັດ​ສິວ ລອງ​ໃຊ້​ກະ​ທຽມ​ຈັດການ​ສິວ​ຂອງ​ທ່ານ​ເບິ່ງໂດຍການນຳ​ກະ​ທຽມ​ມາ​ຖູ​ເບົາໆ​ບໍລິເວນ​ທີ່​ສິວ​ຂຶ້ນ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສານອາ​​ນຸ​ມູນ​ອິດສະຫຼະ ​ທີ່​ຊ່ວຍ​ຕ້ານ​ທານ​ແບັກ​ທີ​ເຣຍ ​ແລະ ​ເຮັດໃຫ້​ສາວໆ​ ງາມ​ໃສ​ບໍ່ມີສິວ​ນຳອີກ!
3. ເພີ່ມ​ພູ​ມ​ຄຸ້ມ​ກັນ ໜຶ່ງ​ໃນ​ເຫດຜົນ​ຫຼັກ​ທີ່​ເຮົາ​ຄວນ​ກິນ​ກະ​ທຽມ​ເພາະ​ມັນ​ອຸດົມ​ໄປ​ດ້ວຍ​ສາ​ນອາ​ນຸ​ມູນ​ອິດສະຫຼະ ຊ່ວຍ​ເຮັດໃຫ້​ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ເຮົາ​ດີ​ຂຶ້ນ ເມື່ອ​ເຮົາ​ມີ​ພູ​ມຄຸ້ມ​ກັນ​ທີ່​ດີ ຮ່າງກາຍ​ເຮົາ​ກໍ​ຈະ​ແຂງ​ແຮງ ບອກ​ລາ​ໄຂ້​ຫວັດ​ໄດ້​ເລີຍ
4. ຄວບ​ຄຸມ​ນ້ຳ​ໜັກ​ ຍິ່ງ​ກິນ​ກະ​ທຽມ ຍິ່ງ​ຊ່ວຍ​ເຮັດໃຫ້​ໄຂ​ມັນ​ຫຼຸດລົງ ລອງ​ຫາ​ເມ​ນູ​ອາຫານ​ສູດ​ແຄ​ລໍ​ລີ​ເບົາໆ ທີ່​ມີ​ສ່ວນ​ປະສົມ​ຂອງ​ກະ​ທຽມ​ເປັນຫຼັກ ຮັບຮອງ​ວ່າ​ການ​ໄດ​ເອດ​ເທື່ອ​ນີ້​ຂອງທ່ານ ຈະ​ສຳ​ເລັດ​ຢ່າງ​ແນ່ນອນ
5. ບາດແຜ​ຫາຍ​ດ້ວຍ​ກະທຽມ ພຽງ​ແຕ່​ວາງ​ກະ​ທຽມ​ໄວ້​ເທິງເກັດ​ບາດ​ຂອງ​ທ່ານ ​ແລະ ​ປິດ​ທັບ​ດ້ວຍ​ຜ້າ​ພັນ​ບາດ ຮັບຮອງ​ແຜ​ຕົກ​ສະ​ເກັດ​ຂອງທ່ານ​ ​ຈະ​ບໍ່​ຖິ້ມ​ຮອຍ​ດຳ​ປາກົດ​ຢູ່​ເລີຍ​
Cr: hukased
Ad