Top Ad

header ads

ສູດໝາກກ້ຽງ​ໜຶ້ງ​ເກືອ​ ກິນ​ແກ້​ໄອ​ ແກ້​ເຈັບ​ຄໍ​ ແບບ​ຫາຍ​ຂາດ​ແບບ​ປິດ​ຖິ້ມ


ເຮົາ​ເຊື່ອ​ວ່າ​ ຫຼາຍ​ຄົນ​ບາງເທື່ອ​ກໍ​ຕ້ອງ​ພົບ​ກັບ​ສະພາ​ວະ​ອາການ​ໄອ​ ຈົນລຳຄານ​ ຊຶ່ງ​ກິນ​ຢາ​ແລ້ວ​ ແຕ່ກັບ​ບໍ່​ເຊົາຈັກເທື່ອ​ ແຖມ​ຍັງ​ເຮັດໃຫ້​ເວລາ​ນອນ​ກໍ​ທໍລະມານ​ຮ່າງກາຍ​ອີກ​​ 

ດັ່ງ​ນັ້ນ​ເຮົາ​ຈຶ່ງ​ມີ​ວິທີ​ຮັກສາ​ອາການ​ໄອ​ໄດ້​ ມາ​ແນະ​ນຳ​ ນັ້ນ​ກໍ​ຄື​ "ໝາກກ້ຽງ​ໜຶ້ງ​ດ້ວຍ​ເກືອ​" ຊຶ່ງ​ມີ​ວິທີ​ເຮັດ​ດັ່ງ​ນີ້​ 

ວິທີ​ເຮັດ​ໝາກກ້ຽງ​ໜຶ້ງ​ດ້ວຍ​ເກືອ​ 
1. ນຳ​ຫມາກໄມ້​ໄປ​ລ້າງ​ດ້ວຍ​ນ້ຳ​ສະ​ອາດ​ແລ້ວ​ແຊ່​ໃນ​ນ້ຳ​ເກືອ​ 20 ນາ​ທີ​ 
2. ໃຊ້​ມີດ​ຊ່ອຍ​ສ່ວນ​ເທິງ​ຂອງ​ຫມາກໄມ້​ອອກ​ ໃສ່ເກືອ​ນ້ອຍໆ​ລົງ​ເທິງ​ເນື້ອໝາກກ້ຽງ​ທີ່​ຫາຊ່ອຍ​ອອກ​ ຈາກ​ນັ້ນ​ໃຊ້ໄມ້ທູ​ເຈາະຮູ​ສອງ​ສາມ​ຈຸດ​ ແລ້ວ​ນຳ​ສ່ວນ​ທີ່​ຫາຊ່ອຍ​ອອກ​ນຳ​ມາທັບ​ໄວ້​​ 
3.ນຳ​ໝາກກ້ຽງ​ວາງ​ລົງ​ໃນ​ພາຊະນະ​ (ທີ່ຍັງ​ບໍ່​ໃສ່​ນ້ຳ​) ແລ້ວ​ນຳ​ໄປ​ໜຶ້ງ​ໃນ​ໝໍ້​ໜຶ້ງ​ໄຟ​ຟ້າ​ ເມື່ອ​ນ້ຳ​ເດືອດ​ແລ້ວ​ໃຫ້​ໜຶ້ງ​ອີກ​ 15 ນາ​ທີ​ 
4.ເມື່ອ​ໜຶ້ງ​ສຳເລັດ​ແລ້ວ​ໃຫ້​ລອກ​ເປືອກ​ໝາກກ້ຽງ​ອອກ​ແລ້ວ​ກິນ​ສ່ວນ​ທີ່​ ເປັນເນື້ອນ້ຳ​ທີ່​ຢູ່ໃນ​ພາ​ຊະນະ​ໃສ່​ໝາກກ້ຽງ​ ສາມາດ​ນຳ​ໄປ​ດື່ມ​ໄດ້​ 

ຂໍ້​ຄວນ​ລະ​ວັງ​ 
1. ເປືອກ​ຂອງ​ໝາກກ້ຽງ​ຕ້ອງ​ລ້າງ​ໃຫ້​ສະ​ອາດ​ ແຊ່​ດ້ວຍ​ນ້ຳ​ປະສົມ​ເກືອ​ເພື່ອ​ຂ້າ​ເຊື້ອ​ພະຍາດ​ 
2. ຢ່າ​ໃສ່​ເກືອ​ຫຼາຍ​ເກີນ​ໄປ​ ຈະ​ເຮັດໃຫ້​ລົດ​ຊາດ​ບໍ່​ດີ​ 

ສັບພະຄຸນ​ຂອງ​ໝາກກ້ຽງ​ໜຶ້ງ​ເກືອ​ 
ຕາມ​ຫຼັກ​ແພດ​ແຜນ​ຈີນ​ແລ້ວ​​ໝາກກ້ຽງ​ສາມາດ​ກິນໄດ້​ທັງໜ່ວຍ​ ເປືອກ​ໝາກກ້ຽງ​ແລະເນື້ອມີ​ລິດ​ຊ່ວຍ​ຫຼຸດ​ຂີ້ກະເທີ​ແລະ​ຍັງມີ​ສັບພະຄຸນຊ່ວຍ​ ໃຫ້​ຮູ້ສຶກ​ໂລ່ງ​ສະບາຍ​ ຜູ້​ຊ່ຽວ​ຊານ​ກ່າວ​ອີກ​ວ່າ​ ຖ້າ​ບໍ່​ໄດ້​ໜຶ້ງ​ໝາກກ້ຽງ​ພ້ອມ​ເກືອ​ ອາດ​ບໍ່​ໄດ້​ຊ່ວຍ​ເລື່ອງ​ສັບພະຄຸນຫຼຸດ​ອາການ​ໄອ​
ຫາກ​ມີ​ຂີ້ກະເທີຮ່ວມ​ດ້ວຍ​ການ​ໃຊ້​ນ້ຳ​ປະສົມ​ເກືອ​ອ່ອນ​ໆ​ ຈະ​ຊ່ວຍ​ກຳຈັດ​​ໄດ້​ ແຕ່​ບໍ່​ແນະ​ນຳ​ໃຫ້​ໃຊ້​ເກືອ​ປະລິມານ​ທີ່​ຫຼາຍ​ເກີນ​ໄປຫຼືບາງ​ຄົນ​ຈະ​ເລືອກ​ ໃຊ້​ນ້ຳ​ເຜີ້ງ​ເຄືອບ​​ໝາກກ້ຽງ​ກ່ອນ​ກໍ​ໄດ້​ຄື​ກັນ​ 




ຂໍ້ມູນຈາກ: ຄິດອອກ
Ad