Top Ad

header ads

ເປີດແຟັມປະຫວັດທ່ານສະຫມານ ວິຍາເກດ ຜູ້ດຳລົງຕຳແຫນ່ງປະທານສະພາດົນທີ່ສຸດໃນ ສປປລາວ


ທ່ານ ພົນໂທ ສະໝານ ວິຍະເກດ ເກີດເມື່ອວັນທີ 3 ມີນາ 1927 ທີ່ບ້ານດົງ, ເມືອງພິຈິດ, ແຂວງພິຈິດ ( ປະເທດໄທ ) ການເຄື່ອນໄຫວປະຕິວັດແຕ່ລະໄລຍະ ໂດຍຫຍໍ້ດັ່ງນີ້: • ທ່ານ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດເລີ່ມຕັ້ງແຕ່ປີ 1945 ເປັນຕົ້ນມາ. • ປີ 1945-1948 ເປັນທະຫານອິດສະຫຼະ( ກູ້ຊາດ ) ເຄື່ອນໄຫວຢູ່ຕາມເຂດຊາຍແດນລາວ-ຫວຽດນາມ. • ປີ 1948 ເປັນຫົວໜ້າການເມືອງຂອງໝວດທະຫານລາວອິດສະຫຼະກອງຮ້ອຍໄຊຈັກກະພັດ ແຂວງຈໍາປາສັກ. • ປີ 1949 ໄດ້ເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ • ປີ 1950-1954 ເປັນຮອງຫົວຫນ້າຫ້ອງການເມືອງທະຫານເຂດໃຕ້ລາວ ທີ່ແຂວງອັດຕະປື • ປີ 1954-1960 ເປັນນາຍພົນ, ຮັບຜິດຊອບພະແນກຈັດຕັ້ງຫ້ອງການການເມືອງກອງບັນຊາການສູງສຸດ ຂອງກອງທັບປົດປ່ອຍປະຊາຊົນລາວ. • ປີ 1960-1969 ເປັນເລຂາຄະນະພັກ ຮັບຜິດຊອບການເມືອງກອງບັນຊາການທະຫານແຂວງຊຽງຂວາງ • ປີ 1970-1973 ເປັນເລຂາຄະນະພັກ ທັງເປັນຫົວໜ້າກອງບັນຊາການທະຫານເຂດໃຕ້ລາວ. ໃນເດືອນ 2 ປີ 1972 ກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກຕັ້ງເປັນກໍາມະການຄະນະບໍລິຫານງານສູນກາງພັກ. • ປີ 1973-1975 ເປັນຫົວໜ້າຫ້ອງການເມືອງກອງບັນຊາການທະຫານສູງສຸດກອງທັບປົດປ່ອຍປະຊາຊົນລາວ. • ປີ 1975-1981 ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທັງຖືກແຕ່ງຕັ້ງເປັນຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ປະຕິວັດລາວ. ໄດ້ຮັບການປະດັບຊັ້ນເປັນພົນໂທຂອງກອງທັບປະຊາຊົນລາວ. • ປີ 1982-1986 ໃນກອງປະຊຸມໃຫຍ່ຄັ້ງທີ III ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກຕັ້ງເປັນກໍາມະການຄະນະບໍລິຫານງານສູນກາງພັກ, ໄດ້ຖືກເລືອກຕັ້ງເປັນເລຂາທິການສູນກາງພັກ ທັງເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ. • ປີ 1986-1988 ໃນກອງປະຊຸມຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ ເປັນເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. • ປີ 1988-1991 ເປັນລັດຖະມົນຕີ ກະຊວງສຶກສາທິການ • ປີ 1991 ໃນກອງປະຊຸມໃຫຍ່ຄັ້ງທີ V ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ ທັງເປັນລັດຖະມົນຕີກະຊວງສຶກສາທະການ. • ປີ 1992 ໄດ້ຖືກເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ III • ປີ 1996 ໃນກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ. • ປີ 1997 ໄດ້ຖືກເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ IV • ປີ 2001 ໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັັກ. • ປີ 2002 ໄດ້ຖືກເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ V • ປີ 2006 ໃນກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖືກເລືອກຕັ້ງເປັນກົມການເມືອງສູນກາງພັກ. • ຮັບຜິດຊອບເປັນຫົວໜ້າຄະນະຊີ້ນໍາວຽກງານແນວຄິດ, ທິດສະດີ, ວັດທະນະທໍາສູນກາງພັກ. • ຮັບຜິດຊອບເປັນຫົວໜ້າຄະນະຊີ້ນໍາວຽກງານຮຽບຮຽງປະຫວັດສາດສາຍພົວພັນພິເສດລາວ-ຫວຽດນາມ ຮ່ວມສໍາພັນສູ້ຮົບແຕ່ປີ 1930-2007. • ປີ 2006-2011 ໄດ້ຖືກເລືອກຕັ້ງເປັນຫົວໜ້າໂຄສະນາອົບຮົມສູນກາງພັກ. • ປີ 2011 ຍ້ອນສຸຂະພາບ ແລະ ອາຍຸກະສຽນສູງ ຈຶ່ງສະໝັກຂໍລາພັກ. ມາເຖິງວັນທີ 22ກໍລະກົດ ປີ 2016 ທ່ານຈິ່ງໄດ້ເຖິງແກ່ມໍລະນະກຳ ດ້ວຍໂລກຊະລາ ລວມອາຍຸ 89ປີ. 





ທີ່ມາCRI

Ad