Top Ad

header ads

ນ້ຳໝາກນາວຮ້ອນຊ່ວຍລ້າງສານພິດໃນຮ່າງກາຍໄດ້


ປົກກະຕິແລ້ວຜູ້ຄົນສ່ວນຫຼາຍມັກຈະດື່ມນ້ຳໝາກນາວເຢັນໆ, ແຕ່ຮູ້ບໍ່ວ່າການດື່ມນ້ຳໝາກນາວແບບຮ້ອນໆ ກໍມີຄຸນປະໂຫຍດຫຼາຍຄືກັນ ເພາະການປະສົມນ້ຳໝາກນາວກັບນ້ຳຮ້ອນນອກຈາກຈະມີປະລິມານ ກາລໍຣີໜ້ອຍແລ້ວຍັງຊ່ວຍລ້າງສານພິດໄດ້ດີ ໂດຍນ້ຳໝາກນາວຮ້ອນຈະຊ່ວຍບຳລຸງໃຫ້ຕັບຜະລິດນ້ຳບີອອກມາຊ່ວຍໃນການຍ່ອຍອາຫານໃຫ້ໄວຂຶ້ນ ແລະ ຍັງຊ່ອຍຂັບໄລ່ສິ່ງເສດເຫຼືອທີ່ຄ້າງຢູ່ໃນທ້ອງເຊິ່ງ ເປັນສາເຫດຂອງອາການທ້ອງບວມໃຫ້ຫຼຸດລົງໄດ້ນຳອີກ.
ເພື່ອໃຫ້ໄດ້ຜົນດີທີ່ສຸດຄວນດື່ມນ້ຳໝາກນາວຮ້ອນໆ ກ່ອນກິນເຂົ້າແຕ່ລະຄາບ ຫຼື ດື່ມນ້ຳຫຼັງຈາກຕື່ນນອນຕອນເຊົ້າ ເພື່ອເຮັດໃຫ້ຮ່າງກາຍສົດຊື່ນແຈ່ມໃສໄປໃນໂຕ.




ທີ່ມາ http://news.com.la/detail/15063
Ad