Top Ad

header ads

ເຄັດລັບກັບວິທີ ແກ້ອາການວິນວຽນ


ອາ­ການ​ໜ້າ​ມືດ​ວິ­ນວຽນ​ຫົວ​ສາ­ມາດເກີດ​ ຂຶ້ນ​ໄດ້​ກັບ​ຫຼາຍໆ​ຄົນ​ບໍ່​ຈຳ­ເປັນ​ສະ­ເພາະຄົນ​ເຖົ້າ​ເທົ່າ​ນັ້ນ​ຄົນ​ໜຸ່ມ​ ສາວ​ກໍ​ສາ­ມາດ​ເກີດ ອາ­ການ​ໜ້າ​ມືດ​ໄດ້​ເຊັ່ນ​ກັນໂດຍ​ສະ­ເພາະ​ເວ­ລາທີ່​ປ່ຽນ​ພຶດຕິກຳ​ແບບ​ໄວໆ​ເຊັ່ນ: ນອນ​ຢູ່ແລ້ວ​ລຸກ­ຂຶ້ນ​ຢືນ​ກໍ​ຈະ​ເກີດ​ອາ­ການ​ໜ້າ​ມືດໄດ້ ແຕ່​ອາ­ການ​ເຫຼົ່າ​ນີ້​ສາ­ມາດ​ແກ້ໄດ້​ຖ້າ​ຮູ້​ເຄັດລັບ​ວິ­ທີ​ການ​ແກ້​ອາ­ການ ​ໜ້າ​ມືດ​ວິ­ນວຽນ​ຫົວ ດັ່ງ­ນີ້:


ກ່ອນ​ອື່ນ​ເປັນ​ສິ່ງ​ສຳ­ຄັນ​ໃນ​ການ​ປ້ອງ​ກັນບໍ່​ໃຫ້​ເກີດ​ອາ­ການ​ໜ້າ​ມືດ​ ເລື້ອຍໆ​ກໍ​ຄື​ຕ້ອງ ເຮັດ​ຮ່າງ­ກາຍ​ໃຫ້​ແຂງ­ແຮງ​ນອນ​ພັກ­ຜ່ອນໃຫ້​ພຽງ­ພໍ​ກິນ​ອາ­ຫານ​ໃຫ້​ຖືກ​ເວ­ລາ ແລະ​ ພຽງພໍ​ຕໍ່​ຄວາມ​ຕ້ອງ­ການ​ຂອງ​ຮ່າງ­ກາຍ ແລະ ​ຕ້ອງລະ­ມັດ­ລະ­ວັງ​ໃນ​ການ​ປ່ຽນ­ແປງ​ທ່າ​ທາງ​ໃນ​ການນອນ, ນັ່ງ, ຢືນຈະ​ຕ້ອງ​ເຮັດ​ຄ່ອຍໆ ແລະ ​ຊ້າໆ ຢ່າເຮັດ​ແບບ​ກະ­ທັນ­ຫັນ​ບໍ່​ດັ່ງ­ນັ້ນ​ອາດ​ເກີດ​ອາ­ການ​ໜ້າມືດ​ຈົນ​ລົ້ມ ແລະ​ ສົ່ງ​ຜົນ​ໄປ​ເຖິງ​ອາ­ການ​ບາດ­ເຈັບ​ໃນທີ່​ສຸດ.


ທີ່ມາ http://news.com.la/detail/15434
Ad