Top Ad

header ads

ລັດທະບານຈັດຊື້ນ້ຳມັນສຳຮອງ "ເພື່ອຄຳປະກັນຄວາມໝັນຄົງດ້ານພະລັງແຫ່ງຊາດໃຫ້ແກ່ລັດທະບານ"


ວັນທີ 27 ມິຖຸນາ ນີ້, ຢູ່ກະຊວງການເງິນ, ກໍໄດ້ມີການລົງນາມສັນຍາການຈັດ ຊື້ນໍ້າມັນສະສົມແຫ່ງລັດກັບບໍລິສັດເປໂຕຣລາວຈຳກັດ "PetroLao" ເພື່ອຄໍ້າປະກັນຄວາມໝັ້ນຄົງ ດ້ານພະລັງແຫ່ງຊາດໃຫ້ແກ່ລັດຖະບານ, ລະຫວ່າງທ່ານນາງ ທິບພະ ກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສົມຫວັງ ວົງວິໄລ ປະທານບໍລິສັດເປໂຕຣລາວ, ເພື່ອແນໃສ່ຕອບ ສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ສຸກເສີນໃຫ້ແກ່ວຽກງານປ້ອງກັນ, ຕ້ານ ແລະ ຟື້ນຟູຜົນກະທົບຈາກໄພພິບັດ ແລະ ປະກອບສ່ວນດັດສົມຕະຫລາດ ໃຫ້ມີຄວາມໝັ້ນທ່ຽງ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບແນໃສ່ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດ, ການເມືອງ ສ້າງເງື່ອນໄຂເອື້ອອຳນວຍແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານໃຫ້ບັນລຸຄາດໝາຍທີ່ກຳນົດໄວ້.


ແຫຼ່ງຂ່າວ  
Ad