Top Ad

header ads

ວິທີ​ກວດ​ກາໂຕ​ເອງ..ວ່າ​ແພ້ຄຣີມ​ຫຼືບໍ່​!!



ຮູ້​ໄດ້​ແນວໃດ​ວ່າ​ແພ້ຄ​ຣີມ​!!?
ໜຸ່ມ​ໆ​ສາວ​ໆ​ຫຼາຍຄົນ ​ກໍ​ຢາກ​ງາມ​ຢາກ​ຫຼໍ່​ທຸກຄົນ! ກໍເລີຍ​ຕ້ອງ​ໄປ​ຊື້​ຄຣີມ​ມາ​ທາ​ໜ້າ​ເພື່ອ​ບຳ​ຣຸງ​ ຖ້າ​ພົບຄຣີມ​ທີ່​ເຂົ້າ​ກັບ​ໜ້າ​ເຮົາ​ກໍ​ດີ​ໄປ​ ແຕ່​ຖ້າ​ມັນ​ບໍ່​ໄດ້​ບຳ​ລຸງ ​ແຕ່ວ່າ​ໄປ​ທຳລາຍໜ້າ​ເຮົາ​ໃຫ້​ລອກ,​ ເປັນ​ຂຸຍ​ ຈະ​ເຮັດ​ແບບໃດ​ ແລ້ວເຮົາ​ຈະ​ຮູ້​ໄດ້ແນວໃດ​ວ່າຄຣີມ​ທີ່​ເຮົາ​ໃຊ້​ດີ​ຕໍ່​ໜ້າ​ເຮົາ​ ມື້​ນີ້​ເຮົາ​ມີ​ວິທີ​ການ​ທົດສອບ​ວ່າ​ແພ້ຄ​ຣີມ​ຫລື​ບໍ່​ມາ​ຝາກ​!! ຢາກ​ຮູ້​ກໍໄປ​ອ່ານ​ນຳກັນ​ເລີຍ​

ວິທີ​ການ​ທົດສອບ​
1. ທາ​ເຄື່ອງ​ສຳ​ອາງ​ບໍລິເວນ​ຂໍ້​ພັບ​
ການ​ທາ​ເຄື່ອງ​ສຳ​ອາງ​ບໍລິເວນ​ຂໍ້​ພັບ​ກໍ​ເພື່ອ​ທົດສອບ​ວ່າ​ເຮົາ​ແພ້ຄີມນັ້ນຫລືບໍ່
ວິທີ​ການ​ທາ​: ທາຄຣີມ​ນັ້ນ​ບໍລິເວນ​ຂໍ້​ພັບ​ເປັນ​ວົງກົມ​ ໂດຍ​ທາ​ທຸກ​ເຊົ້າ​ ແລງ ​ແນະ​ນຳ​ໃຫ້​ທາ​ຕິດ​ຕໍ່​ກັນ​ເປັນ​ເວລາ​ 10 ມື້​ ຖ້າ​ບໍ່​ມີ​ອາການ​ແພ້​ໃດ​ໆ​ກໍ​ສະແດງ​ວ່າ​ເຈົ້າ​ສາມາດ​ໃຊ້​ຄຣີມ​ນັ້ນ​ໄດ້​
2. ທາ​ເຄື່ອງ​ສຳ​ອາງ​ທີ່​ຫຼັງໃບ​ຫູ​
ວິທີ​ນີ້​ຄ້າຍ​ກັບ​ວິທີທຳອິດ​ ແຕ່​ທາຄ​ຣີມໜ້ອຍດຽວ​ 
ວິທີ​ການ​ທາ​: ນຳຄຣີມ​ມາ​ທາ​ທີ່​ຫຼັງ​ໃບ​ຫູ​ປະລິມານ​ນ້ອຍໆ​ ແນະ​ນຳ​ໃຫ້​ທາ​ຕິດ​ຕໍ່​ກັນ​ 3 ມື້​  ຖ້າຫາກ​ບໍ່​ມີ​ອາການ​ແພ້​ກໍ​ສະແດງ​ວ່າຄ​ຣີມ​ນີ້​ ເໝາະ​ສຳລັບ​ໃບ​ໜ້າ​ທ່ານໃນ​ລະ​ດັບ​ໜຶ່ງ
3. ​ທົດສອບ​ອາການແພ້​ໂດຍ​ກົງ​ກັບ​ແພດ ​ຫລື​ ຜູ້​ຊ່ຽວ​ຊານ​
ວິທີ​ນີ້​ຮັບຮອງ​ເຮັດ​ແລ້ວ​ໄດ້ຜົນ​ທີ່ສຸດ​ ໂດຍ​ໃຫ້​ແພດ ​ຫລື ​ຜູ້​ຊ່ຽວ​ຊານ​ເປັນ​ຜູ້ທົດສອບ
ວິທີ​ການທາ​:ນຳຄຣີມ​ປະສົມ​ໃນ​ແຜ່ນ​ພາດເຕີ້​ແລ້ວ​ແປະ​ໄວ້​ບໍລິເວນ​ຫຼັງ​ຂອງ​ເຮົາ​ ຈະ​ໃຊ້​ເວລາ​ປະ​ມານ​ 3 ມື້​ ຈາກ​ນັ້ນ​ແພດ​ ຫລື​ ຜູ້​ຊ່ຽວ​ຊານ​ຈະ​​ກວດ​ສອບ​ຫາ​ສານ​ທີ່​ເຮັດໃຫ້ແພ້​ໄດ້
ເປັນ​ແນວໃດແດ່ກັບ​ວິທີ​ການ​ທົດສອບ​ອາການ​ແພ້​ເມື່ອເຮົາ​ໃຊ້​ຄຣີມ​ທັງ​ 3 ວິທີ​ ເຮັດ​ບໍ່​ຢາກ​ເລີຍແມ່ນບໍ່


ທີ່ມາ  http://news.com.la/detail/15431
Ad