Top Ad

header ads

ເຄັດລັບກຳຈັດກິ່ນໄໝ້ເທິງເສື້ອຜ້າ



   ການ​ແຕ່ງ​ກາຍ​ໃຫ້​ສະ­ອາດ ງາມ​ຕາ­ກໍ​ບົ່ງ​ບອກ​ເຖິງ​ບຸກ​ຄະ​ລິກ ທີ່​ດີ​ແຕ່​ຫາກ​ຈະ​ໃສ່​ເສື້ອ​ຜ້າ​ທີ່​ມີ​ຮອຍ​ໄໝ້ໆ​ກໍ​ຄົງ​ຈະ​ບໍ່​ດີ ແລະ​ເບິ່ງ ບໍ່​ສວຍ​ງາມ​ແທ້ ຊຶ່ງ​ບັນ­ຫາ​ດັ່ງ­ກ່າວ​ນີ້​ເຮົາ​ສາ­ມາດ​ແກ້​ໄດ້​ດ້ວຍ​ວິ­ທີ​ກຳ ຈັດ​ດ້ວຍ​ເຄື່ອງ­ໃຊ້​ທີ່​ຫາ​ໄດ້​ງ່າຍໆ ດັ່ງ​ເຄັດ​ລັບ​ທີ່​ຈະ​ກ່າວ​ຕໍ່​ໄປ​ນີ້:

  1. ຫຼັງ​ຈາກ​ທີ່​ເຕົາ​ຣີດ​ຝາກ​ຮອຍ​ໄໝ້​ໄວ້​ເທິງ​ເສື້ອ​ຜ້າ​ໃຫ້​ພ້າວ ນຳ​ເຕົາ​ຮີດ​ອອກ​ຈາກ​ຜ້າ​ທີ່​ກຳ­ລັງ ຮີດ​ຢູ່​ນັ້ນ​ປິດ​ໄຟ​ພ້ອມ​ວາງ​ເຕົາ​ຣີດ ທັນ­ທີ​ຈາກ​ນັ້ນ​ໃຫ້​ນຳ​ນ້ຳ­ຕານ​ຊາຍ ມາ​ໂຮຍ​ແລ້ວ​ໃຊ້​ຜ້າ​ບາງໆ​ທີ່​ບໍ່​ໃຊ້ ແລ້ວ​ມາ​ວາງ​ທັບ, ໃຊ້​ເຕົາ​ຣີ​ດຣີດ ຊ້ຳ​ທັບ​ໄປ​ເທິງ​ຜ້າ​ອີກ​ຄັ້ງ ສຳ​ເລັບ ແລ້ວ​ກໍ​ໃຊ້​ຜ້າ​ສະ­ອາດ​ຊຸບ​ນ້ຳ​ພໍ ໝາດໆ​ຄ່ອຍໆ​ເຊັດ​ຄາບ​ເຫຼືອງ​ທີ່ ເກີດ​ຈາກ​ຮອຍ​ໄໝ້​ນັ້ນ​ອອກ​ໄປ ພຽງ​ເທົ່າ​ນີ້​ຄາບ​ໄໝ້​ກໍ​ຈະ​ຫາຍ​ໄປ​ທັນ­ທີ.
  2. ໂຮຍ​ນ້ຳ­ຕານ​ຊາຍ​ເທິງ​ຜ້າ​ພຽງ​ໂຮຍ​ນ້ຳ­ຕານ​ຊາຍ​ແລ້ວ ສີດ​ນ້ຳ​ພົມ​ໄວ້ ຈາກ​ນັ້ນ​ກໍ​ນຳ​ມາ​ຖູ​ຄ່ອຍໆ ຫຼື ເຊັດ​ຄາບ​ໄໝ້​ນັ້ນ​ອອກ​ກໍ​ໄດ້​ເຊັ່ນ​ກັນ.
  3. ໃຊ້​ໝາກ​ນາວ​ເຄິ່ງ​ໜ່ວຍ​ວິ­ທີ​ນີ້​ແມ່ນ​ໃຫ້​ນ້ຳ­ໝາກ​ນາວ​ມາ​ຖູ​ລົງ​ໃນ​ຮອຍ​ໄໝ້​ບໍ­ລິ­ເວນ​ຜ້າ​ນັ້ນ​ຈົນ​ຊຸ່ມ​ຈາກ​ນັ້ນ​ກໍ​ນຳ­ໄປ​ຕາກ­ແດດ ປະ​ໄວ້​ໄລ­ຍະ​ໜຶ່ງ​ແລ້ວ​ນຳ​ມາ​ຊັກ​ອອກ​ດ້ວຍ​ນ້ຳ​ສະ­ອາດ​ພຽງ​ເທົ່າ​ນີ້​ຄາບ​ເຫຼືອງ ແລະ​ຮອຍ​ໄໝ້​ກໍ​ຈະ​ຈາງ ແລະ​ຫາຍ​ໄປ​ໃນ​ທີ່​ສຸດ.
ທີ່ມາ ເສດຖະກິດ-ສັງຄົມ
Ad