Top Ad

header ads

ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນກ່ຽວກັບເຫດການຈັບຕົວປະກັນ ຢູ່ ດາກາ


ຂປລ. ອາທິດນີ້, ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ)ກ່າວປະນາມຢ່າງແຂງແຮງຕໍ່ເຫດການຈັບຕົວປະກັນ ທີ່ເກີດຂຶ້ນໃນວັນທີ 1-2 ກໍລະກົດ 2016 ຢູ່ ດາກາ, ສາທາລະນະລັດປະຊາຊົນ ບັງກາລາເທດ ອັນໄດ້ເຮັດໃຫ້ມີປະຊາຊົນ ຊາວບັງກາລາເທດ ແລະ ຊາວຕ່າງຊາດ ເສຍຊີວິດ ແລະ ບາດເຈັບ ຈໍານວນຫຼາຍ.
ອາຊຽນສະແດງຄວາມເຫັນອົກເຫັນໃຈແລະເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງລັດຖະບານແລະປະຊາຊົນຂອງ ສາທາລະນະລັດ ປະຊາຊົນ ບັງກາລາເທດ ແລະ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍກໍ່ຄືລັດຖະບານ, ປະຊາຊົນແລະ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍທີ່ເປັນຊາວຕ່າງປະເທດ.
ອາຊຽນສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ບັງກາລາເທດ ໃນການດໍາເນີນການເພື່ອຊ່ວຍເຫຼືອຕົວປະກັນ.
ໃນສະພາບທີ່ມີເຫດການກໍ່ການຮ້າຍເກີດຂຶ້ນຢູ່ພາກພື້ນຕ່າງໆຂອງໂລກ, ອາຊຽນ ຢືນຢັນຄືນຄວາມໝາຍໝັ້ນອັນແຮງກ້າຂອງຕົນ ເພື່ອຮ່ວມມືຢ່າງໃກ້ຊິດກັບວົງຄະນະຍາດສາກົນ ໃນການຕໍ່ສູ້ຕ້ານກັບ ການກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ຄວາມຮຸນແຮງ ໃນທຸກຮູບແບບ ແລະ ຮູບການທີ່ກະທໍາຂຶ້ນ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍ່ຕາມ ທີ່ເປັນຜູ້ກະທໍາ.



ທີ່ມາ ສຳນັກຂ່າວປະເທດລາວ
Ad