ສັບພະຄຸນ ແລະ ຄຸນປະໂຫຍດຂອງໝາກໂມອ່ອນ
ສັບພະຄຸນຂອງໝາກໂມອ່ອນ:
ໃຊ້ເປັນຢາສະໝຸນໄພເພາະມີສານ Citrulline ແກ້ຖອນພິດເຫຼົ້າ ແລະ ແກ້ອາການຢາກນໍ້າ ລວມທັງແກ້ຮ້ອນໃນ ສ່ວນເມັດເປັນຢາເຢັນ ແລະ ແກ້ປັດສະວະ, ນອກຈາກນີ້ ຍັງເຊື່ອວ່າການກິນໝາກໂມແມ່ນຊ່ວຍບຳລຸງກຳລັງ, ເປືອກນຳໄປຕົ້ມກັບນໍ້າຕານດື່ມແກ້ອາການເຈັບຄໍ ຫຼື ຈະນຳໄປປິ້ງໄຟແລ້ວບົດເປັນຜົງທາບາດແຜໃນປາກ, ເມັດເປັນຢາເຢັນແກ້ຂັບປັດສະວະ ບຳລຸງຮ່າງກາຍ ແລະ ເປັນຢາລະບາຍອ່ອນໆ ສ່ວນຄຸນຄ່າທາງອາຫານນັ້ນໝາກໂມອ່ອນ 100 ກຣາມໃຫ້ພະລັງງານ 11 ກິໂລແຄລໍຣີ ປະກອບດ້ວຍໂປຣຕີນ 0,4 ກຣາມ, ໄຂມັນ 0,1 ກຣາມ, ຄາໂບໄຮເດຣດ 2,2 ກຣາມ, ແຄລຊຽມ 2 ມີລີກຣາມ, ທາດເຫຼັກ 0,4 ມິນລີກຣາມ, ວິຕາມິນບີ 1 ແລະ ບີ 2 ມີ 0,03 ມີລີກຣາມ, ໄນອາຊິນ 0,3 ມີລີກຣາມ ແລະ ວິຕາມິນເຊ 28 ມີລີກຣາມ.
ສາມາດນຳ ມາຕົ້ມຈືດ ແລະ ຕົ້ມກິນກັບແຈ່ວ ຫຼື ປົ່ນໄດ້ທຸກຊະນິດ ເພາະໝາກໂມອ່ອນອຸດົມໄປດ້ວຍວິຕາມິນເຊ ແລະ ຟົດສະຟາດ ເໝາະເປັນອາຫານຫຼຸດຄວາມອ້ວນ ເພາະໃຫ້ພະລັງງານຕໍ່າສານອາຫານທີ່ຂ້ອນຂ້າງໜ້ອຍ ແຕ່ລົດຊາດທີ່ເຢັນຂອງໝາກໂມກໍຊ່ວຍໃນເລື່ອງລະບົບຂັບຖ່າຍ ແລະ ລະບົບຍ່ອຍອາຫານແຖມຍັງມີຄຸນຄ່າທາງສະໝຸນໄພອີກດ້ວຍເຊັ່ນ: ຮາກມີນໍ້າຢາງໃຊ້ກິນແກ້ອາການຕົກເລືອດຂອງແມ່ຍິງລຸລູກ, ໃບໃຊ້ຊົງເປັນຢາຫຼຸດໄຂ້, ໝາກມີຄຸນສົມບັດເປັນຢາເຢັນ ຊ່ວຍລະບາຍຂັບປັດສະວະ, ຊ່ວຍຍ່ອຍອາຫານ, ແກ້ເບົາຫວານ ແລະ ດີຊາງ, ເມັດມີໂປຣຕີນສູງຊ່ວຍບຳລຸງຮ່າງກາຍ, ປອດ ແລະ ສະໝອງ.
ຂໍ້ມູນຈາກ: ຄິດອອກ