Top Ad

header ads

ນ້ຳກະຈຽບແດງ ແລະໝາກກະທັນຈີນແກ້ເສັ້ນເລືອດຂອດລ້າງໄຂມັນໃນເສັ້ນເລືອດ





ສ່ວນ​ປະ­ສົມ: ກະ​ຈຽບ​ແດງ1 ກຳ­ມື , ໝາກ​ກະ­ທັນ​ຈີນ​ແຫ້ງ 1 ກຳ­ມື, ນ້ຳ​ສະ­ອາດ 2 ລິດ ຈາກ​ນັ້ນ​ນຳ ກະ​ຈຽບ ແລະ​ໝາກ​ກະ­ທັນ​ມາ​ລ້າງ​ນ້ຳ​ໃຫ້​ສະ­ອາດ​ປະ​ໃຫ້​ສະ­ເດັດ​ນ້ຳ​ແລ້ວ​ທຸບ​


ໃຫ້​ແຕກ​ພໍ­ປະ­ມານ ຕົ້ມ​ລວມ​ກັນ ກັບ​ນ້ຳ​ປະ­ມານ 2 ລິດ ພໍ​ຟົດ​ກໍ​ຕົ້ມ​ຕໍ່​ໄປ​ອີກ​ໄລ­ຍະ​ໜຶ່ງ ກໍ​ໃຊ້​ໄດ້ ນຳ​ມາ​ຕອງ​ເອົາ​ແຕ່​ນ້ຳ​ແລ້ວ​ເພີ່ມ​ນ້ຳ­ຕານ, ຫຍ້າ ຫວານ, ລຳ­ໄຍ​ແຫ້ງ ກໍ​ໄດ້​ຖອກ​ໃສ່​ຂວດ​ໄວ້​ຕື່ມ​ຕາງ​ນ້ຳ ຫຼື ນຳ­ໄປ​ແຊ່​ໃນ​ຕູ້­ເຢັນ​ໄວ້​ດື່ມ​ຫຼາຍ​ມື້.
     ນອກ­ຈາກ​ນັ້ນ​ການ​ຮັບ​ປະ­ທານ​ອາ­ຫານ​ທີ່​ມີ​ວິ­ຕາ­ມິນ​ອີ​ໄດ້­ແກ່: ເມັດ​ຕາ­ເວັນ ກໍ​ມີ​ບົດ­ບາດ​ໃນ​ການ​ຊ່ວຍ​ເສີມ ສ້າງ​ຄວາມ​ແຂງ­ແຮງ​ຂອງ​ລິ້ນ​ຫຼອດ​ເລືອດ ແລະ​ຝະ​ໜັງ​ຫຼອດ​ເລືອດ​ໃຫ້​ຫົດ​ຢືດ ແລະ​ຄົງ​ສະ­ພາບ​ໄດ້​ດີ , ເຮັດ ໃຫ້­ການ​ໄຫຼ​ວຽນ​ຂອງ​ເລືອດ​ດີ​ຂຶ້ນ ຫຼຸດ​ການ​ປວດ​ເຄັ່ງ​ຊຶ່ງ​ເປັນ​ສາ­ເຫດ​ທີ່​ສົ່ງ​ຜົນ​ໃຫ້​ເສັ້ນ­ເລືອດ​ຂອດ, ການ​ຮັບ​ປະ­ທານ​ອາ­ການ​ທີ່​ມີ​ກາກ​ໄຍ​ເຊັ່ນ: ຍອດ​ແຄ,ໝາກ­ແຄ້ງ, ຖົ່ວ​ເມັດ​ແຫ້ງ, ໝາກ​ພິ­ລາ ກໍ​ສາ­ມາດ​ເພີ່ມ​ຄວາມ​ແຂງ­ແຮງ ຂອງ​ເສັ້ນ­ເລືອດ​ດ້ວຍ ຫຼື ຈະ​ເປັນ​ວິ­ຕາ­ມິນ​ເຊ​ທີ່​ຫາ​ໄດ້​ຈາກ ບ໊ອກ​ໂຄ​ລີ, ໝາກ­ເຜັດ ໝາກ​ໄມ້​ຕະ­ກູນ​ໝາກ­ກ້ຽງ  ແລະ ວິ­ທີ​ງ່າຍໆ​ທີ່​ຈະ​ຊ່ວຍ​ໃຫ້​ຂາ​ງາມ​ໝົດ​ບັນ­ຫາ​ເສັ້ນ­ເລືອດ​ຂອດ ຜັກ ແລະ ໝາກ​ໄມ້​ທີ່​ມີ​ສານ​ຟລາ​ໂວ​ນອຍ​ເຊັ່ນ: ເບີ​ຣີ, ໝາກ​ລາ​ແຊງ, ທັນ​ຍາ​ພຶດ, ວິ­ຕາ­ມິນ​ເຊ ກໍ​ສາ­ມາດ​ເສີມ​ຄວາມ​ແຂງ­ແຮງ ແລະ​ຫຼຸດ​ຮອຍ​ຮົ່ວ​ຂອງ​ຫຼອດ​ເລືອດ​ໄດ້.

ທີ່ມາ ເສດຖະກິດສັງຄົມ
Ad