Top Ad

header ads

ຍັງບໍ່ພໍ!!ເຮືອໃກ້ໄດ້ຊາເນເສີມທັບແລ້ວ



“ເຮືອໃບສີຟ້າ” ແມນເຊສເຕີ ຊີຕີ ເດີນໜ້າເສີມທັບຢ່າງຕໍ່ເນື່ອງ ໂດຍຫຼ້າສຸດມີຂ່າວວ່າໃກ້ຈະໄດ້ ເລຣອຍ ຊາເນ ມິດຟິວດາວລຸ້ງ ຊາວເກ 04 ມາຮ່ວມທັບດ້ວຍຄ່າຫົວ 40 ລ້ານປອນ.

ແມນເຊສເຕີ ຊີຕີ ສະໂມສອນມະຫາເສດຖີຈາກ ພຣີເມຍລີກ ຕົກເປັນຂ່າວເມື່ອວັນອັງຄານທີ່ຜ່ານມາວ່າໃກ້ທີ່ຈະໄດ້ໂຕ ເລຣອຍ ຊາເນ ກອງກາງດາວລຸ້ງຂອງ ຊາວເກ 04 ສະໂມສອນດັງຂອງ ບຸນເດສລີກາ ມາເສີມທັບແລ້ວ.

ເຊື່ອກັນວ່າ ຊາເນ ທີ່ເວລານີ້ກຳລັງຮັບໃຊ້ທີມຊາດເຢຍລະມັນສູ້ເສິກ ຢູໂຣ 2016 ທີ່ປະເທດຝຣັ່ງ ເປັນນັກເຕະເປົ້າໝາຍອັນດັບຕົ້ນໆທີ່ ເປັບ ກວາດິໂອລາ ຜູ້ຈັດການທີມ “ເຮືອໃບສີຟ້າ” ຢາກໄດ້ມາເສີມທັບ.

ເຖິງວ່າ ຊາວເກ ຢາກຈະດຶງນັກເຕະໄວ້ໃຊ້ງານຕໍ່ໄປແຕ່ວ່າຫຼ້າສຸດ ແມນເຊສເຕີ ອີວີນິງ ນິວ ສື່ທ້ອງຖິ່ນຂອງເມືອງຜູ້ດີລະບຸວ່າການເຮັດສັນຍາຈະມີການປະກາດຢ່າງເປັນທາງການໃນໄວໆນີ້ ຫຼັງຈາກທີ່ທັງສອງສະໂມສອນຕົກລົງເລື່ອງຄ່າຕົວກັນໄດ້ແລ້ວທີ່ 40 ລ້ານປອນ.

ສຳລັບຜົນງານໃນລະດູການທີ່ຜ່ານມານັ້ນ ຊາເນ ຫຼິ້ນໄດ້ທັງກອງກາງໂຕບຸກ ແລະ ປີກ ລົງຫຼິ້ນໃຫ້ກັບ ຊາວເກ ລວມທຸກລາຍການ 42 ນັດຍິງໄດ້ 9 ປະຕູ.

ທີ່ມາ ຄິດອອກ
Ad