Top Ad

header ads

ນໍ້າຖ້ວມ ເມືອງບໍລິຄັນ



   ເນື່ອງ​ຈາກ​ຝົນ­ຕົກ​ໜັກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ​ຢູ່​ແຂວງ​ບໍ​ລິຄຳ​ໄຊ ໄດ້​ເຮັດ​ໃຫ້​ນ້ຳ​ຊັນ​ຂຶ້ນ​ຢ່າງ​ໄວ­ວາ​ຖ້ວມ​ບ້ານ​ເຮືອນຂອງ​ປະ­ຊາ­ຊົນ​ພາຍ​ໃນ​ເທ­ສະ​ບານ​ເມືອງ​ບໍ​ລິ​ຄັນ​ຈຳ­ນວນໜຶ່ງ​ທີ່­ຢູ່​ລຽບ​ຕາມ​ແຄມ​ນ້ຳ​ຊັນ​ຕໍ່​ກັບ​ສະ­ພາບ​ດັ່ງ­ກ່າວ​ດ້ວຍຄວາມ​ເປັນ​ຫ່ວງ​ຂອງ​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ທີ່​ມີ​ຕໍ່​ພໍ່ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ
ໃນ​ວັນ​ທີ 15 ກໍ­ລະ­ກົດ​ຜ່ານ​ມາທ່ານ ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມ​ດ້ວຍ​ພະ​ແນກການ​ທີ່​ກ່ຽວ­ຂ້ອງ​ໄດ້​ລົງ​ຕິດ­ຕາມ​ກວດກາ​ສະ­ພາບ​ນ້ຳ​ຖ້ວມ​ຢູ່​ເຂດ​ດັ່ງ­ກ່າວ ໂດຍການ​ຮ່ວມ​ນຳ­ພາ​ຂອງ​ທ່ານ​ເລື່ອນ​ວິ­ໄລ ຈັນ­ທະ​ລາ​ພັນ ເຈົ້າ­ເມືອງໆ​ບໍ​ລິ​ຄັນ​ພ້ອມດ້ວຍ​ອຳ­ນາດ​ການ​ປົກ­ຄອງ ແລະ​ໜ່ວຍງານ​ທີ່​ກ່ຽວ­ຂ້ອງ​ຂອງ​ເມືອງ.
     ໂອ­ກາດ​ນີ້​ທ່ານ ເຈົ້າ­ແຂວງ​ໄດ້​ແນະນຳ​ໃຫ້​ທຸກ​ພາກ­ສ່ວນ​ພາຍ​ໃນ​ເມືອງ​ຈົ່ງ ຮ່ວມ​ມື​ເອົາ­ໃຈ­ໃສ່​ເຝົ້າ​ລະ­ວັງ​ຢ່າງ​ຈົດ­ຈໍ່, ເປັນ­ຕົ້ນ​ແມ່ນ​ໃຫ້​ມີ​ຄວາມ​ສາ­ມັກ­ຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ​ກັນ​ຍົກ­ຍ້າຍ​ສິ່ງ​ຂອງອັນ​ຈຳ­ເປັນ​ຂຶ້ນ​ໄວ້​ທີ່​ສູງ, ກຽມ­ພ້ອມ​ຮັບ​ມື ກັບ​ພະ­ຍາດ​ຕາມ​ລະ­ດູ​ການ​ທີ່​ຕາມ​ມາ​ຫຼັງນ້ຳ​ບົກ​ແຫ້ງສະ­ຫຼຸບ​ລາຍ​ງານ​ຜົນ​ເສຍຫາຍ​ຈາກ​ໄພ​ນ້ຳ​ຖ້ວມ ໂດຍ​ສະ­ເພາະເນື້ອ­ທີ່​ທຳ​ການ​ຜະ­ລິດ, ດູ​ແລ​ເບິ່ງ­ແຍງ ຄອບ­ຄົວ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃຫ້​ທັນ​ການ.
     ພ້ອມ​ນີ້​ທ່ານ​ເຈົ້າ­ແຂວງ ຍັງ​ຮຽກ­ຮ້ອງ ມາ​ຍັງ​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ຈົ່ງ​ໄດ້​ມີຄວາມ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ​ກັນ​ທາງດ້ານ​ເຫື່ອແຮງ ແລະ​ວັດ­ຖຸ​ປັດ​ໄຈ​ຕ່າງໆ ໃຫ້​ຫຼຸດ​ພົ້ນ​ໄພ­ພິ­ບັດ​ທຳ​ມະ​ຊາດ​ໃນ​ຄັ້ງ​ນີ້ ເນື່ອງ​ຈາ​ກວ່າ​ເມືອງ​ບໍ​ລິ​ຄັນ​ກໍ່​ເປັນ​ເມືອງ ໜຶ່ງ​ທີ່​ເຄີຍ​ປະ­ສົບ​ກັບ​ໄພ​ນ້ຳ​ຖ້ວມ​ເກືອບທຸກໆ​ປີ​ເຮັດ​ໃຫ້​ເຮືອນ​ຊານ​ບ້ານ​ຊ່ອງ, ສັດ­ລ້ຽງ ແລະ​ເນື້ອ­ທີ່​ທຳ​ການ​ຜະ­ລິດ​ຂອງປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໄດ້​ຮັບ​ການ​ເສຍຫາຍ​ຢ່າງ​ໜັກ­ໜ່ວງ.
     ໃນ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ ທ່ານ ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງ​ບໍ​ລິ​ຄຳໄຊ​ກໍ່​ໄດ້​ປະ­ຊຸມ​ດ່ວນ​ກັບ​ພະ­ແນກ­ການ​ກົມກອງ​ທີ່​ກ່ຽວ­ຂ້ອງ​ເພື່ອ​ຫາ​ວິ­ທີ​ຮັບ​ມື​ກັບໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ໃນ​ຄັ້ງ​ນີ້​ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ.


ທີ່ມາ ເສດຖະກິດສັງຄົມ
Ad