Top Ad

header ads

ສູດນ້ຳດອກອັນຊັນເພື່ອສຸຂະພາບ


ສູດ​ນ້ຳ​ ດອກ​ອັນ​ຊັນ​ເພື່ອ​ສຸ­ຂະ­ພາບ​ແມ່ນ​ ປະ­ກອບ​ດ້ວຍ:  ນ້ຳ​ສະ­ອາດ 2 ຖ້ວຍ​ຕວງ, ດອກ​ອັນ​ຊັນ​ແຫ້ງ ຫຼື ສົດ 1 ສ່ວນ 3 ຖ້ວຍ​ຕວງ, ໝາກ​ນາວ, ໂຊ­ດາ, ນ້ຳ­ກ້ອນ, ເມື່ອ​ໄດ້​ຄົບ​ແລ້ວ​ກໍ່ ນຳ​ດອກ​ອັນ​ຊັນ​ຕົ້ມ​ກັບ​ນ້ຳ​ຈົນ​ອອກ ເປັນ ສີ​ມ້ວງ​ເຂັ້ມ  ແລ້ວ​ຕອງ​ເອົາ​ແຕ່​ນ້ຳ ຕື່ມ​ນ້ຳ­ຕານ​ຊາຍ 2 ຖ້ວຍ​ນ້ອຍ​ໃສ່​ລົງ​ໄປ​ແລ້ວ​ຄົນ​ໃຫ້​ລະ­ລາຍ​ໃຊ້​ເປັນ​ນ້ຳ​ເຊື່ອມ​ປະ​ໄວ້​ໃຫ້​ ເຢັນ​ສ່ວນ​ວິ­ທີ​ການ​ດື່ມ ແມ່ນ​ໃຊ້​ອັດ­ຕາ​ສ່ວນ​ນ້ຳ​ດອກ​ອັນ​ຊັນ 1 ຈອກ​ຕໍ່​ນ້ຳ​ເຊື່ອມ 4 ບ່ວງ​ແກງ, ນ້ຳ­ໝາກ​ນາວ 1 ບ່ວງ​ແກງ, ໂຊ­ດາ ະ ຖ້ວຍ​ນ້ອຍ ແລະ​ນ້ຳ­ກ້ອນ ະ ຖ້ວຍ ຫຼື ຕາມ​ປະ­ລິ­ມານ​ຄວາມ​ຕ້ອງ­ການ.

  • ສັບ­ພະ​ຄຸນ​ຂອງ​ດອກ​ອັນ​ຊັນ: ໃຊ້​ສະ­ກັດ​ສີ​ເຮັດ​ເປັນ​ສີ​ປະ­ສົມ​ອາ­ຫານ, ໃຊ້​ປູກ​ຜົມ​ໃຫ້​ດົກ​ດຳ​ເງົາ​ງາມ​ຫຼາຍ​ຂຶ້ນ ເພາະ​ດອກ​ອັນ​ຊັນ​ມີ​ສານ​ແອນ​ໂທ​ໄຊ​ຢາ​ນິນ (Anthocyanin) ຊຶ່ງ​ຊ່ວຍ​ກະ​ຕຸ້ນ​ການ​ໄຫຼ​ວຽນ​ຂອງ​ເລືອດ​ເຮັດ​ໃຫ້​ເລືອດ​ໄປ​ລ້ຽງ​ສ່ວນ​ ຕ່າງໆ​ໄດ້​ດີ​ຫຼາຍ​ຂຶ້ນ, ເມັດ​ໃຊ້​ເປັນ​ຢາ​ລະ­ບາຍ, ຮາກ​ໃຊ້​ແກ້​ຕາ­ຟາງ ແລະ ຕາ­ປຽກ​ພຽງ​ແຕ່​ນຳ​ຮາກ​ມາ​ຖູ​ກັບ​ນ້ຳ​ຝົນ​ໃຊ້​ຫຍອດ​ຫູ ແລະ​ຕາ ນອກ­ຈາກ​ນັ້ນ​ຍັງ​ນຳ​ມາ​ປຸງ​ເປັນ​ຢາ​ຂັບ​ປັດ​ສະ​ວະ ແລະ ຢາ­ຖູ­ແຂ້ວ.



ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

Ad