Top Ad

header ads

ຫວາດສຽວ! ຈີນໃຊ້ຄ້ອນປອນ ທຸບຂົວແວ່ນແກ້ວທີ່ຍາວທີ່ສຸດໃນໂລກ


ເວັບໄຊ໌ mashable.com ໄດ້ມີການເປີດເຜີຍວ່າເມື່ອວັນທີ 26 ມິຖຸນາ 2016 ທາງການຈີນໄດ້ມີການທົດສອບຄວາມແຂງແຮງຂອງຂົວສະກາຍວໍສູງ ເຊິ່ງເປັນຂົວຄົນຍ່າງທີ່ເຮັດດ້ວຍແວ່ນແກ້ວຍາວທີ່ສຸດໃນໂລກ ທີ່ຕັ້ງຢູ່ອຸທະຍານແຫ່ງຊາດຈາງເຈຍເຈ້ຍ ມົນທົນຫູໜານ ເພື່ອເປັນການຢັ້ງຢືນເຖິງຄວາມປອດໄພຂອງຂົວດັ່ງກ່າວ ກ່ອນຈະເປີດໃຊ້ຢ່າງເປັນທາງການໃນເດືອນກໍລະກົດນີ້
ໂດຍການທົດສອບດັ່ງກ່າວມີການໃຫ້ອາສາສະໝັກຈຳນວນ 30 ຄົນ ໄດ້ຮ່ວມກັນນຳເອົາຄ້ອນປອນມາທຸບທີ່ບໍລິເວນແວ່ນແກ້ວໃສ ເຊິ່ງເປັນທາງຍ່າງ ຂະນະດຽວກັນຍັງມີການນຳລົດຂະໜາດໃຫຍ່ໄປແລ່ນເທິງສະພານອີກດ້ວຍ ສຳລັບຂົວແຫ່ງນີ້ເປັນຂົວແບບເຄເບິ້ນເສື່ອມຕໍ່ລະຫວ່າງພູເຂົາຊັນໃນອຸທະຍານ ໃຊ້ເງິນລົງທຶນນັບຮ້ອຍລ້ານຢວນ ແລະ ມີການຄາດວ່າຈະຖືກບັນທຶກເປັນສະຖິຕິໂລກ ແລະ ກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງປະເທດ



ຂໍຂອບໃຈຂໍ້ມູນຈາກ: news.mthai.com
ທີ່ມາ http://news.com.la/detail/14941
Ad