Top Ad

header ads

ຢໍຣິດ ເວົ້າວ່າອົກຫັກຈາກທີມຊາດຂໍລຸ້ນກັບສະເປີ



ຮູໂກ່ ຢໍລິດ ຜູ້ຮັກສາປະຕູທີມຊາດຝຣັ່ງເສດ ເປີດເຜີຍວ່າອົກຫັກຈາກຢູໂລ 2016 ຈະເຮັດໃຫ້ກະຕຸ້ນພະຍາຍາມຫລາຍຂຶ້ນ ເພື່ອປະສົບຄວາມສຳເລັດໃຫ້ກັບສະເປີ
ຢໍລິດ ຜິດຫວັງຊໍ້າຊ້ອນທັງລະດັບ ສະໂມສອນ ແລະ ທີມຊາດ ສະເປີລຸ້ນແຊ້ມເຕັມທີ່ໃນລະດູການທີ່ແລ້ວ ກ່ອນແຜ່ວປາຍໄດ້ແຄ່ທີ 3 ໃນຄະນະທີ່ຝຣັ່ງເສດ ເສຍທ່າໃຫ້ກັບ ໂປຕຸເກດໃນນັດຊີງ ຢູໂລ 2016
ຜູ້ຮັກສາປະຕູ ສະເປີ ອອກມາເປີດເຜີຍວ່າຕ້ອງການໃຊ້ຄວາມຜິດຫວັງດັ່ງກ່າວເປັນໂຕກະຕຸ້ນໃຫ້ເກີດຄວາມກະຫາຍໃນຄວາມສຳເລັດກັບສະເປີໃນລະດູການໃໝ່
"ເປັນລະດູການທີ່ຍາວນານ ແລະ ໜ້າຜິດຫວັງບໍ່ມີຄວາມສຳເລັດຫຍັງເລີຍກັບສະເປີ ແລະ ທີມຊາດຝຣັ່ງເສດ ຢໍລິດໃຫ້ສຳພາດ
"ແຕ່ກໍ່ພູມໃຈໃນຜົນງານທີ່ຜ່ານມາກັບສະເປີ ລວມເຖິງທີມຊາດ"

"ເປັນຄວາມຈິງທີ່ຜິດຫວັງຄັ້ງໃຫຍ່ ແຕ່ກໍ່ຕ້ອງເດີນໜ້າກັນຕໍ່ໄປ"

"ຫວັງວ່າຈະຊ່ວຍກະຕຸ້ນໃຫ້ຂ້ອຍກະຫາຍຄວາມສຳເລັດຫລາຍຂຶ້ນໃນລະດູການໜ້າ"
"ໃນໂລກຂອງບານເຕະພວກເຈົ້າຕ້ອງມີເລື່ອງແງ່ບວກສະເໝີ ແລະ ເຊີດໜ້າຂຶ້ນເມື່ອເຈົ້າຕ້ອງການເຮັດໃນສິ່ງທີ່ດີທີ່ສຸດ"


ແຫລ່ງຂ່າວໄດ້ມາຈາກ : http://www.hotscorethailand.com
Ad