Top Ad

header ads

ອາຫານຫຼຸດອາການປວດຫົວ

ອາຫານຫຼຸດອາການປວດຫົວ
ຂໍ້​ດີ​ຂອງ​ອາຫານ​ທຳມະຊາດ​ສຳລັບ​ຄົນ​ບໍ່​ຕ້ອງ​ການ​ກິນຢາຫຼື​ມີ​ອາການ​ນ້ອຍໆ​ຄື​ການ​ປວດ​ຫົວ​ ຊຶ່ງ​ຫຼາຍ​ຄົນ​ມັກ​ຈະ​ເກີດ​ອາການ​ຂຶ້ນ​ເປັນ​ປະ​ຈຳ​ເຮົາ​ມາ​ເບິ່ງ​​​ວ່າ​ ອາຫານ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ອິ່ມ​ແຖມ​ຍັງ​ເປັນ​ຢາ​ຊ່ວຍ​ຮັກສາ​ຮ່າງ ກາຍ​ໄດ້​ອີກ.​
ປາ​ທະ​ເລ​ ເຊັ່ນ​ ປາ​ທູ,​ ປາ​ແຊວມ​ອນ,​ ປາ​ກະ​ພົງ​ ເນື່ອງ​ຈາກ​ປາ​ທະ​ເລ​ມີ​ໂປຼຣ​ຕິນ​ສູງ​ຊຶ່ງ​​ໜ້າທີ່​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານໃນ​ຮ່າງກາຍ​ໃຫ້​ຄົງທີ່​ເມື່ອ​ລະ​ດັບ​ນ້ຳ​ຕານ​ຄົງ​ທີ່​ອາການ​ປວດ​ຫົວ​ກໍ່​ຈະ​ຫຼຸດລົງລວມ​ທັງ​ມີ​ກົດ​ໄຂ​ມັນ​ໂອ​ເມ​ກ້າ​-3 ທີ່​ເປັນ​ກົດ​ໄຂ​ມັນ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ​ເປັນ​ຕົວ​ຊ່ວຍ​ຫຼຸດ​ການ​ອັກ​ເສບ​ຫຼຸດ​ອາການ​ປວດ​.
ກ້ວຍໝາກໄມ້​ຫາ​ງ່າຍ​ມີ​ຫຼາກ​ຫຼາຍ​ສາຍ​ພັນ ​ມີ​ຢູ່​ທຸກ​ລະດູ​ລາ​ຄາ​ບໍ່​ແພງ​ກ້ວຍ​ເປັນ​ຫມາກໄມ້​ທີ່​ມີ​ສານ​ອາຫານ​ທີ່​ດີ​ຕໍ່​ຮ່າງກາຍ​ຫຼາຍ​ຊະນິດ​ທັງ​ວິ​ຕາ​ມິນ​ເອ, ວິ​ຕາ​ມິນ​ບີ,​ ວິ​ຕາ​ມິນ​ຊີ​ ແລະ​ ທີ່​ສຳຄັນ​ມີ​ແຮ່ທາດ​ໂພ​ແຕດ​ຊຽມ​ ທີ່​ຊ່ວຍ​ປັບ​ສົມ​ດຸນ​ແຮ່ທາດ​ໃນ​ຮ່າງກາຍ​ ຈາກ​ການສຶກສາ​ພົບ​ວ່າກ້ວຍ​ຊ່ວຍຫຼຸດ​ຄວາມ​ຄຽດ ​ແລະ ​ເຮັດໃຫ້​ເກີດ​ຄວາມ​ສຸກ​.
ຂີງ​ສະໝຸນ​ໄພ​ສາມາດ​ນຳ​ມາປຸງແຕ່ງ​ອາຫານ​ ໄດ້​ທັງ​ຄາວ​ ແລະ ​ຫວານ ຫຼື ​ເຄື່ອງ​ດື່ມ​ ຂີງ​ຈະ​ຊ່ວຍ​ໃຫ້​ຜ່ອນ​ຄາຍ​ເລືອດ​ລົມ​ໄຫຼ​ວຽນ​ໄດ້​ດີ​ຜັກ​ສີ​ຂຽວ​ເຂັ້ມ​ເຊັ່ນ ​ ຜັກ​ຂົມ, ຜັກ​ຄະ​ນ້າ,​ ຕຳ​ນິນ​ ນອກ​ຈາກ​ຈະ​ມີ​ໃຍ​ອາຫານ​ສູງ​ທີ່​ຊ່ວຍ​ໃຫ້​ຂັບ​ຖ່າຍ​ຂອງ​ເສຍ​ອອກ​ມາ​ໄດ້​ດີ​ ແລ້ວ​ຍັງມີ​ສານ​ຄໍ​ໂຮ​ຟິນ​​ທີ່​ປຽບຄື​ຕົວ​ລ້າງ​ພິດ​ເຮັດໃຫ້​ຮ່າງກາຍ​ສາມາດ​ຮັບ​ ອອກ​ຊິ​ເຈນ​ ໄດ້​ຫຼາຍ​ຂຶ້ນ​ ອາການ​ປວດ​ກໍ່ຈະ​ຫຼຸດລົງ.​
ທັນຍາພືດ​ທຳມະຊາດ​ບໍ່​ຂັດ​ສີ​ ເຊັ່ນ: ​ ເຂົ້າ​ກ່ອງ​, ເຂົ້າ​ໂອ໊ດ,​ ກະ​ເດືອຍ,​ ຖົ່ວ​ແດງ,​ ງາ​ ອາຫານ​ໃນ​ກຸ່ມ​ນີ້​ຈະ​ມີ​ວິ​ຕາ​ມິນ​ໃນ​ກຸ່ມ​ວິ​ຕາ​ມິນ​ບີ​ສູງ​ ຊຶ່ງ​ເປັນ​ຕົວ​ຊ່ວຍ​ໃນ​ສານ​ສື່​ປະສາດ​ຂອງ​ຮ່າງກາຍ​ໃຫ້​ເຮັດວຽກ​ໄດ້​ດີ​ຊ່ວຍ​ຢຸດ​ອາ ການ​ປວດ​ຫົວ.​
ສາລີ​ເນື່ອງ​ຈາກ​ສາລີ​ມີ​ວິ​ຕາ​ມິນ​ບີ​ 3 ຫຼື​ ໄນ​ອະ​ຊິນ​ສູງ​ມີ​ສ່ວນ​ຊ່ວຍ​ໃຫ້​ການ​ໄຫຼ​ວຽນ​ເລືອດ​ໄປ​ສູ່​ສະໝອງ​ໄດ້​ດີ​ຂຶ້ນ​ ແລະ​ ຫຼຸດ​ຄວາມ​ຕຶງ​ຄຽດ​ຂອງ​ກ້າມເນື້ອ.​

ດື່ມ​ນົມ​ຈືດ​ດີກວ່າ​ນົມ​ປຸງ​ລົດ​ຊາດ​
1 ມິ​ຖຸ​ນາ ທຸກ​ປີ​ ອົງ​​ການ​ອາຫານ ​ແລະ​ ກະເສດ​ແຫ່ງ​ສະ​ຫະປະ​ຊາ​ຊາດ​ ຫຼື ເອັບ​ເອ​ໂອ​ (FAO) ກຳນົດ​ໃຫ້ເປັນ​ມື້​ດື່ມ​ນົມ​ໂລກ​(World Milk Day)ເພື່ອ​ໃຫ້​ປະເທດ ​ແລະ ​ອົງ​ການ​ຕ່າງ​ໆ​ ໃຫ້​ຄວາມ​ສຳຄັນ​ ແລະ ​ສະໜັບ​ສະໜູນ​ ສົ່ງເສີມ​ໃຫ້​ປະຊາຊົນ​ມີ​ຄວາມ​ຮູ້​ຄວາມ​ເຂົ້າ ໃຈ​ເລື່ອງ​ສັບພະຄຸນ​ຂອງ​ນົມ ແລະ​ ດື່ມ​ນົມ​ຢ່າງ​ພຽງ​ພໍ.​

ໃຜ​ທີ່​ນິຍົມ​ການ​ດື່ມ​ນົມ​ຢູ່​ແລ້ວ​ ຮູ້ຫຼື​ບໍ່​ວ່າ​
ການ​ດື່ມ​ນົມ​ຈືດ​ຈະ​ຫຼຸດ​ພຶດຕິກຳ​ການ​ຕິດ​ຫວານ​, ຫຼຸດ​ຄວາມສ່ຽງ​ຕໍ່​ການ​ເກີດ​ພະຍາດ​ຕຸ້ຍ​ ແລະ​ ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ແຂ້ວແມງ​ດ້ວຍ​ໂດຍ​ ນ.ພ.​ພົນ​ເທບ​ ສິ​ຣິວ​ນາ​ລັງ​ສັນ​​ ອະ​ທິບໍ​ດີກົມ​ອະນາໄມ​ ກ່າວ​ວ່າ​ ມີ​ຜົນ​ການສຶກສາ​ຊີ້​ໃຫ້​ເຫັນ​ວ່າ​ການ​ດື່ມ​ນົມ​ມື້​ລະ​ປະ​ມານ​ 2 ແກ້ວ​ ຫຼື ​ປະ​ມານ​ 400-500 ຊີ​ຊີ​ ຮ່ວມ​ກັບ​ການ​ຮັບປະທານ​ອາຫານ​ຄົບ​ 5 ໝູ່​ ແລະ ​ການ​ອອກ​ກຳ​ລັງ​ກາຍ​ປະ​ເພດ​ທີ່​ມີ​ການ​ຢືດ​ຕົວ​ ເຊັ່ນ​ ລອຍນ້ຳ​ບາດ​ເກັດ​ບອນເຫຼົ່ານີ້​ ຈະ​ຊ່ວຍ​ເພີ່ມ​ຄວາມ​ສູງ​ໄດ້​ແຕ່ຄົນເຮົາ​ຈະ​ມີ​ຄວາມ​ເຂົ້າໃຈ​ເລື່ອງ​ການ​ດື່ມ ​ນົມ​ບໍ່​ຖືກ​ຕ້ອງ​ ໂດຍ​ເຂົ້າໃຈ​ວ່າ​ລູກ​ຈະ​ໃຫຍ່​ສູງ​ໃຫຍ່​ໄດ້​ຄວນ​ຈະ​ຕ້ອງ​ດື່ມ​ນົມ​ແທນ​ນ້ຳ ຊຶ່ງ​ເຖິງວ່າ​ຂໍ້​ມູນ​ທາງ​ວິ​ຊາ​ການ​ຈະ​ບໍ່​ມີ​ຜົນ​ເສຍ​ຕໍ່​ຮ່າງກາຍ​ແຕ່​ກໍ່ເຮັດໃຫ້​ຮ່າງກາຍ​ໄດ້ຮັບ​ສານ​ອາຫານ​ບໍ່​ຄົບ​ຖ້ວນ​ ເພາະ​ຫຼັງ​ການ​ດື່ມ​ນົມ​ແລ້ວ​ຈະ​ເຮັດໃຫ້​ອິ່ມ​ບໍ່​ຢາກ​ຮັບປະທານ​ອາຫານ​ຢ່າງ​ ອື່ນ​ອີກ.​
ດັ່ງ​ນັ້ນ​ວິທີ​ການ​ທີ່​ດີ​ທີ່ສຸດ​ຄື​ໃຫ້​ ດື່ມ​ນົມ​ຫຼັງ​ມື້​ອາຫານ​ຢ່າງ​ໜ້ອຍ ​1 ແກ້ວ​ ຫາກ​ດື່ມ​ນົມ​ແລ້ວ​ມີ​ອາການ​ທ້ອງ​ອືດ,​ ທ້ອງ​ເສຍ​ ເປັນ​ຜົນ​ມາ​ຈາກ​ດື່ມ​ນົມ​ບໍ່​ຕໍ່​ເນື່ອງ​ຫລື​ບໍ່​ດື່ມ​ປະຈຳ​ຕັ້ງ​ແຕ່​ເດັກ​ ເພາະ​ຄົນ​ເອ​ເຊຍ​ສ່ວນ​ໃຫຍ່​ຈະ​ມີ​ນ້ຳ​ຍ່ອຍ​ນ້ຳ​ຕານ​ແລກ​ໂຕດ​ຊຶ່ງ​ຢູ່ໃນ​ນົມ​ ທີ່​ຈະ​ຫຼຸດລົງ​ຫລາຍ​ ເມື່ອ​ອາ​ຍຸ​ 3 ປີ​ຂຶ້ນ​ໄປ​ຊຶ່ງ​ເຮົາ​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້​ໂດຍ​ການ​ເລີ່ມ​ຕົ້ນ​ດື່ມ​ ໃນ​ປະລິມານ​ນ້ອຍ​ໆ​ແລ້ວ​ຄ່ອຍ​ໆ​ເພີ່ມ​ປະລິມານ​ຂຶ້ນ​ເພື່ອ​ໃຫ້​ຮ່າງກາຍ​ປັບ​ ສະພາບ​ ແລະ ​ບໍ່​ຄວນ​ດື່ມ​ຂະນະ​ທ້ອງ​ວ່າງ.​
Cr: news.com

Ad