Top Ad

header ads

ຮ້ານອາຫານຈຳນວນໜຶ່ງເປັນແຫລ່ງມົ້ວສຸມຂອງໄວໜຸ່ມ


ປັດຈຸບັນຢູ່ນະຄອນຫລວງວຽງຈັນມີຮ້ານອາຫານສວນອາຫານ ແລະ ສະຖານບັນເທີງຈຳນວນຫລາຍແຫ່ງທີ່ເປີດໃຫ້ລູກຄ້າເຂົ້າມາໃຊ້ບໍລິການດື່ມກິນພັກຜ່ອນຢ່ອນອາລົມບາງແຫ່ງມີລັກສະນະເປັນຕູບເລັກຕູບນ້ອຍບາງແຫ່ງເປັນຫ້ອງຮ້ອງເພງ ແລະ ປະເພດຕ່າງໆ ໃນນີ້ມີຫລາຍບ່ອນກໍເຫັນວ່າດຳເນີນທຸລະກິດເຂັ້ມງວດຕາມລະບຽບບ້ານເມືອງແຕ່ມີບາງບ່ອນຍັງຖືເບົາຕໍ່ການປະຕິບັດຂໍ້ກຳນົດກົດລະບຽບຕ່າງໆທີ່ພາກສ່ວນກ່ຽວຂ້ອງວາງອອກ ຈົນກາຍເປັນແຫລ່ງມົ້ວສຸມສິ່ງບໍ່ດີຕ່າງໆຂອງໄວລຸ້ນນັກຮຽນ-ນັກສຶກສາ ເປັນຕົ້ນປະປ່ອຍໃຫ້ມີການຫລິ້ນໄພ້ ແລະ ການພະນັນອື່ນໆປ່ອຍໃຫ້ໄວລຸ້ນບໍ່ຮອດອາຍຸກະສຽນ ລວມເຖິງນັກຮຽນເຂົ້າໃຊ້ບໍລິການຢ່າງເປີດແປນ. ນອກຈາກນີ້ ຍັງມີປາກົດການອັນບໍ່ເໝາະສົມອື່ນໆອີກທີ່ເກີດຂຶ້ນ ເຊັ່ນດື່ມສິ່ງມືນເມົາແລ້ວກໍກອດຈູບກັນຢ່າງບໍ່ສົນໃຈກັບສາຍຕາຂອງສັງຄົມ
ເຊິ່ງບັນຫາທີ່ກ່າວມານີ້ລ້ວນແຕ່ເປັນສາເຫດທີ່ພາໃຫ້ເກີດປາກົດການຫຍໍ້ທໍ້ອັນບໍ່ດີຕາມມາ ເປັນຕົ້ນຕິດໄພສັງຄົມຫລິ້ນກິນຟຸມເຟືອຍ, ເສຍການຮໍ່າຮຽນ,ຕິດການພະນັນພົວພັນຢາເສບຕິດໂສເພນີ ແລະ ອະບາຍຍະມຸກຕ່າງໆ.
           ນອກຈາກນີ້ ຍັງມີຮ້ານອາຫານຈຳນວນໜຶ່ງນຳໃຊ້ກົນລະຍຸດເພື່ອດຶງດູດເອົາສະເພາະກຸ່ມລູກຄ້າໄວໜຸ່ມເຍົາວະຊົນເປັນຫລັກ ດ້ວຍການຫລຸດລາຄານ້ຳເມົາໃນຊົ່ວໂມງຮຽນເຊັ່ນວ່າ: ຊື້ 1 ແກ້ວແຖມ 1 ແກ້ວ,ຊື້ 1 ລັງແຖມ 1 ລັງ ດັ່ງນີ້ເປັນຕົ້ນ ເຊິ່ງຮ້ານອາຫານປະເພດນີ້ແມ່ນຈະມີນັກຮຽນ-ນັກສຶກສາໄປໃຊ້ບໍລິການເປັນຈຳນວນຫລາຍໃນແຕ່ລະວັນ ເມື່ອດື່ມເມົາແລ້ວມີທັງເຕັ້ນ-ທັງດີດໂດຍບໍ່ສົນໃຈກັບການຮໍ່າຮຽນຂອງຕົນ ເມື່ອເຫັນແລ້ວກໍເປັນໜ້າເສົ້າໃຈແທນຜູ້ປົກຄອງທີ່ຄິດວ່າລູກຫລານຂອງຕົນໄປໂຮງຮຽນແຕ່ສຸດທ້າຍແມ່ນໄປມົ້ວສຸມກັບສິ່ງບໍ່ດີດັ່ງກ່າວ ຢ່າງບໍ່ມີພາກສ່ວນກ່ຽວຂ້ອງໃດມາຫຍຸ້ງກ່ຽວ. ດັ່ງນັ້ນ ຈຶ່ງຂໍໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີການຄຸ້ມຄອງກວດກາການເຄື່ອນ ໄຫວຂອງຜູ້ປະກອບການເຫລົ່ານັ້ນໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ. ຖ້າໃຜຝ່າຝືນກໍຕ້ອງມີມາດຕະການລົງໂທດໃຫ້ເໝາະສົມ.




ທີ່ມາ ລາວພັດທະນາ
Ad