Top Ad

header ads

ເອເຍນຢັນແອັດມາດຣິດທາບອິຄາດີຮ່ວມທັບ

ວັນດາ ນາຣາ ນາຍໜ້າຂອງ ເມົາໂຣ ອິຄາດີ ຫົວຫອກຂອງ ອິນເຕີ ມິລານ ເຜີຍນັກເຕະໃນຄວາມດູແລຂອງຕົນໄດ້ຮັບການທາບທາມຈາກ ແອັດເລຕິໂກ ມາດຣິດ ແຕ່ຟັນທຸງວ່າ ອິຄາດີ ບໍ່ຍ້າຍແນ່ນອນ.

ວັນດາ ນາຣາ ນາຍໜ້າ ແລະ ພັນລະຍາຂອງ ເມົາໂຣ ອິຄາດີ ກອງໜ້າກັບຕັນທີມຂອງ ອິນເຕີ ມິລານ ສະໂມສອນດັງຂອງ ກັນໂຊ ຊີຣີ ອາ ເປີດເຜີຍວ່າ ແອັດເລຕິໂກ ມາດຣິດ ສະໂມສອນຍັກໃຫຍ່ຂອງ ລາ ລີກາ ສະເປນ ໄດ້ຍື່ນຂໍ້ສະເໜີທາບທາມຂໍຊື້ ອິຄາດີ ໄປເສີມທັບໃນຊ່ວງຊຳເມີນີ້.


ອິຄາດີ ໂຊຟອມໄດ້ຢ່າງໂດເດັ່ນເມື່ອລະດູການທີ່ຜ່ານມາໂດຍການຍິງໄປ 16 ລູກຈາກການລົງຫຼິ້ນລວມທຸກລາຍການ 34 ນັດ ຈົນມີຂ່າວກ່ຽວພັນກັບ “ກາໝີ” ເຖິງແບບນັ້ນ ນາຣາ ກໍຊີ້ແຈງວ່າການຍ້າຍທີມອາດຈະບໍ່ເກີດຂຶ້ນເນື່ອງຈາກວ່າຫົວຫອກອາເຈັນຕິນາກຳລັງມີຄວາມສຸກກັບການຮັບໃຊ້ທັບ “ງູໃຫຍ່”.


“ແອັດເລຕິໂກ ມາດຣິດ ໄດ້ຍື່ນຂໍ້ສະເໜີໃຫ້ ອິຄາດີ ແຕ່ມັນຍັງເປັນເລື່ອງຍາກສຳລັບເຂົາທີ່ຈະຍ້າຍທີມເພາະເຂົາຕ້ອງການຢູ່ກັບ ອິນເຕີ ຕໍ່ໄປ ເຂົາເປັນກັບຕັນທີມ, ເຂົາມີຄວາມສຸກຫຼາຍກັບທີ່ນີ້ ແລະ ເຮົາກໍຫາກໍ່ຕໍ່ສັນຍາອອກໄປເມື່ອປີກາຍ ມີຂໍ້ສະເໜີມາຈາກຫຼາຍສະໂມສອນແຕ່ຂ້ອຍກໍໄດ້ແຈ້ງໄປຫາຜູ້ບໍລິຫານຂອງສະໂມສອນເຫຼົ່ານັ້ໄປແລ້ວ”.


ທີ່ມາ ຄິດອອກ
Ad