Top Ad

header ads

ຢ່າ​ປ່ອຍ​ໃຫ້​ສາຍ​ເກີນ​ແກ້​! ສັງເກດ​ວ່າ​ກຳ​ລັງ​ເປັນ​ພະຍາດ​ໝາກໄຂ່ຫຼັງ​ ຈາກ​ຍ່ຽວ​



ພະຍາດ​ໝາກໄຂ່ຫຼັງ​ ເປັນ​ບັນຫາ​ສຳຄັນ​ໃນ​ລະບົບ​ສາທາລະນະສຸກ​​ແລະ​ຜູ້​ປ່ວຍ​ມີ​ແນວ​ໂນ້ມ​ເພີ່ມ​ຂຶ້ນ​ທຸກ​ປີ​

ໝາກໄຂ່ຫຼັງ​ ມີ​ຫນ້າທີ່​ຂັບ​ຖ່າຍ​ຂອງ​ເສຍ​ອອກຈາກ​ຮ່າງກາຍ​ ສ້າງ​ສານ​ທີ່​ມີ​ປະໂຫຍດ​ຕະຫລອດ​ຈົນ​ຄວບ​ຄຸມ​ສົມ​ດຸນ​ຂອງ​ນ້ຳ​ແລະ​ເກືອ​ແຮ່​ ໃນ​ຮ່າງກາຍ​ແລະ​ຊ່ວຍ​ຂັບ​ຖ່າຍ​ສານ​ແປກປອມ​ທີ່​ຮ່າງກາຍ​ຮັບ​ມາ​
ຫາກ​ໝາກໄຂ່ຫຼັງ​ມີ​ຄວາມ​ຜິດ​ປົກກະຕິ​ເຮັດວຽກ​ບໍ່​ເຕັມ​ທີ່​ຂອງ​ເສຍ​ຕ່າງ​ໆ​ ຈະ​ສະ​ສົມ​ແລະ​ຄັ່ງ​ຄ້າງ​ຈົນ​ເກີດ​ເປັນ​ພາ​ວະ​ໝາກ ໄຂ່ຫຼັງ​ວາຍ​ເຖິງ​ຂັ້ນ​ເສຍຊີວິດ​ໄດ້​ ຈະ​ສັງເກດ​ໄດ້​ແນວໃດ​ວ່າ​ໝາກໄຂ່ຫຼັງ​ເຮັດວຽກ​ຜິດ​ປົກກະຕິ​
ຜູ້​ປ່ວຍ​ພະຍາດ​ໝາກໄຂ່ຫຼັງ​ໃນໄລຍະທຳອິດ​ມັກ​ຈະ​ບໍ່​ມີ​ອາການ​ສະແດງ​ໃດ​ໆ​ ເນື່ອງ​ຈາກ​ໝາກໄຂ່ຫຼັງ​ສາມາດ​ປັບ​ການ​ເຮັດ​ວຽກງານ​ໃຫ້​ສົມ​ດຸນ​ໄດ້​ແມ່ນ​ ເຫຼືອ​ພຽງ​ 50 ເປີ​ເຊັນ​ຈາກ​ປົກກະຕິ​ແຕ່​ເມື່ອ​ໃດ​ທີ່​ການ​ເຮັດ​ວຽກງານ​ຂອງ​ໝາກໄຂ່ຫຼັງ​ ຫຼຸດ​ເຫຼືອ​ 25 ເປີ​ເຊັນຈະ​ເລີີ່ມ​ສະແດງ​ອາການ​ຕ່າງ​ໆ​ອອກ​ມາ​ ເນື່ອງ​ຈາກ​ໝາກໄຂ່ຫຼັງ​ເຮັດວຽກ​ໜັກ​ຫລາຍ​ ໂດຍ​ສະແດງ​ອາການ​ຜິດ​ປົກກະຕິ​ຂອງ​ຍ່ຽວ​ ດັ່ງ​ນີ້​

-ຍ່ຽວ​ເລື້ອຍ​ໆຜິດ​ປົກກະຕິ​
ໂດຍ​ທົ່ວ​ໄປ​ແລ້ວ​ຫາກ​ບໍ່​ໄດ້​ດື່ມ​ນ້ຳ​ກ່ອນ​ເຂົ້າ​ນອນ​ ເມື່ອນ​ອນ​ຫຼັບ​ໄປ​ແລ້ວ​ 6-8 ຊົ່ວ​ໂມງ​ ມັກ​ບໍ່​ຕ້ອງ​ຕື່ນ​ມາ​ຍ່ຽວ​ກາງ​ດຶກ​ ເພາະ​ກະເພາະ​ຍ່ຽວ​ສາມາດ​ເກັບ​ນ້ຳ​ໄດ້​ເຖິງ​ 250 ຊີ​ຊີ​ ແຕ່​ໃນ​ຄົົນທີ່​ເປັນ​ພະຍາດ​ໝາກໄຂ່ຫຼັງ​ຈະ​ບໍ່​ສາມາດ​ຢຸດ​ການ​ຂັບ​ນ້ຳ​ໃນ​ ກະເພາະ​ຍ່ຽວ​ໄດ້​ ຈຶ່ງ​ມັກ​ຍ່ຽວ​ເລື້ອຍໆ​ຜິດ​ປົກກະຕິ​ ແລະ ​ຍ່ຽວ​ກາເງ​ດິກ​

-ຍ່ຽວ​ຂັດ
ຄົົນທີ່​ເປັນ​ພະຍາດ​ໝາກໄຂ່ຫຼັງ​ເວລາ​ຍ່ຽວ​ມັກ​ຈະ​ມີ​ອາການ​ຂັດ​ຫຼື​ເຈັບ​ ຕ້ອງ​ອອກ​ແຮງ​ເບັ່ງ​ຍ່ຽວ​ ຫຼື ​ມີ​ອາການ​ຍ່ຽວ​ບໍ່​ພຸ່ງ​ ຍ່ຽວ​ສະ​ດຸດ​ກາງ​ຄືນ​ ອາການ​ເຫຼົ່າ​ນີ້​ເປັນ​ສັນຍາ​ນ​ເຕືອນ​ການ​ຕິດ​ເຊື້ອ​ໃນ​ທາງເດີນ​ຍ່ຽວ​ ຫຼື​ ເປັນ​ນິ່ວ​ໃນ​ ຊຶ່ງ​ພົບ​ຫລາຍ​ໃນ​ຜູ້ຍິງ​

-ຍ່ຽວ​ເປັນ​ຟອງ​ຫລາຍ​
ປົກກະຕິ​ເວລາ​ທີ່​ເຮົາ​ຍ່ຽວ​ຈະ​ມີ​ໂປຼຣ​ຕິນ​ໄຫຼ​ປົນ​ອອກ​ມາ​ດ້ວຍ​ ໂປຼຣ​ຕິນ​ນີ້​ເຮັດໃຫ້​ເກີດ​ຟອງ​ສີ​ຂາວ​ ຫາກ​ເວລາ​ຍ່ຽວ​ແລ້ວ​ມີ​ຟອງ​ສີ​ຂາວ​ອອກ​ມາ​ຫລາຍກວ່າ​ປົກກະຕິ​ ອາດ​ເປັນ​ອາການ​ບົ່ງ​ຊີ້​ຂອງ​ພະຍາດ​ໝາກໄຂ່ຫຼັງ​

-ຍ່ຽວ​ເປັນ​ເລືອດ​
ຫາກ​ຍ່ຽວ​ອອກ​ມາ​ແລ້ວ​ມີ​ສີ​ແດງ​ຄ້າຍ​ເລືອດ​ ຫຼື​ ສີນ້ຳ​ລ້າງ​ເນື້ອ, ສີ​ຊາ​ແກ່​ ຫຼື​ ສີ​ເຫຼືອງ​ເຂັ້ມ​ ເປັນ​ສັນຍາ​ນ​ເຕືອນ​ວ່າ​ມີ​ເລືອດ​ອອກ​ມາປົນ​ກັບ​ຍ່ຽວ​ ໂດຍ​ເກີດ​ຈາກ​ການ​ຕິດ​ເຊື້ອ​ໃນ​ທາງເດີນ​ຍ່ຽວ​ ມີ​ນິ່ວ​ໃນ​ໝາກໄຂ່ຫຼັງ​ ໝາກໄຂ່ຫຼັງ​ອັກ​ເສບ​ ຫຼື​ເນື້ອງ​ອກ​ທາງເດີນ​ຍ່ຽວ​ເປັນ​ຕົ້ນ

ດັ່ງ​ນັ້ນ​ເພື່ອ​ບໍ່​ໃຫ້​ສ່ຽງ​ຕໍ່​ການ​ເປັນ​ພະຍາດ​ໝາກໄຂ່ຫຼັງ​ ຈຶ່ງ​ຄວນ​ກວດ​ຮ່າງກາຍ​ປະຈຳ​ປີ​ເພື່ອ​ຄັດ​ກອງ​ພະຍາດ​ໝາກໄຂ່ຫຼັງ​ເບື້ອງ​ຕົ້ນ​ ທີ່​ສຳຄັນ​ຄວນ​ລະ​ມັດ​ລະ​ວັງ​ພຶດຕິກຳ​ການ​ກິນ​ທີ່​ເປັນ​ສາ​ເຫດ​ເຮັດໃຫ້​ເກີດ ​ພະຍາດ​ ດ້ວຍ​ການ​ກິນ​ອາຫານ​ທີ່​ມີປະ​ໂຫຍດ​ ງົດ​ອາຫານ​ຫວານ​ ມັນ​ ເຄັມ​ ດື່ມ​ນ້ຳ​ສະ​ອາດ​ມື້​ລະ​ 8-10 ແກ້ວ​ ອອກ​ກຳ​ລັງ​ກາຍ​ສະໝ່ຳສະເໝີ​ ບໍ່​ຄວນ​ຊື້​ຢາກິນ​ເອງ​ ຫຼີກ​ລ້ຽງ​ປັດໄ​ຈ​ສ່ຽງ​ສຳຄັນ​ທີ່​ເຮັດໃຫ້​ເກີດ​ພະຍາດ​ເບົາ​ຫວານ​ ແລະ​ຄວາມ​ດັນ​ເລືອດ​ສູງ​ ຊຶ່ງ​ເປັນ​ສາ​ເຫດ​ສຳຄັນ​ຂອງ​ພະຍາດ​ໝາກໄຂ່ຫຼັງ​



ທີ່ມາ http://news.com.la/detail/15443
Ad