Top Ad

header ads

ຄວາມສຳພັນເລີ່ມຈິງຈັງ! ນາງເອກ Transformers ຄົບກັບ “ຈັສຕິນ ບີເບີຣ”



ບັນເທີງຕ່າງແດນ ວັນນີ້ເຮົາຈະມາເວົ້າຄວາມສຳພັນຂອງນາງເອກສາວທີ່ກຳລັງມາແຮງໃນວົງການບັນເທີງ ຮໍລີວູດ “ນິໂຄລາ ເພລ”  ນາງເອກ Transformers ທີ່ຕອນນີ້ໄດ້ກາຍເປັນຫວານໃຈຄົນໃໝ່ ຂອງນັກຮ້ອງໜຸ່ມສຸດ Pop ຢ່າງ “ຈັສຕິນ ບີເບີຣ” ແລ້ວ.
ສື່ບັນເທີງຕ່າງປະເທດໄດ້ເຜີຍວ່າ ນາງເອກສາວໄວ້ລູ້ນ “ນິໂຄລາ ເພລ”  ໄດ້ໄປນອນຄ້າງຄືນທີ່ເຮືອນຂອງນັກຮ້ອງໜຸ່ມຄົນດັງ “ຈັສຕິນ ບີເບີຣ” ທີ່ເບເວີຣລີຮິລ ແຄລິຟໍຣເນຍ ຫຼັງເລີ່ມຕົ້ນຄວາມສຳພັນກັນເມື່ອບໍ່ດົນມານີ້
ໂດຍແຫລ່ງຂ່າວຂອງ Us Weekly ໄດ້ຢືນຢັນວ່າ ຕອນນີ້ທັງສອງຄົນເລີ່ມຈະພັດທະນາຄວາມສຳພັນໄປເລື່ອຍໆ ຫຼັງຈາກທັງຄູ່ເລີ່ມທຳຄວາມຮູ້ຈັກກັນເມື່ອເດືອນ ພຶດສະພາທີ່ຜ່ານມານີ້. ເຊິ່ງລ່າສຸດກໍ່ມີຂ່າວວ່າ “ນິໂຄລາ ເພລ” ທີ່ດັງຈາກເລື່ອງ Transformers: Age of Extinction ໄດ້ໄປຄ້າງຄືນທີ່ເຮືອນຂອງໜຸ່ມ ຈັສຕິນ ບີເບີຣ ເປັນທີ່ຮຽບຮ້ອຍແລ້ວ
ເຊິ່ງກ່ອນໜ້ານີ້ກໍ່ມີຂ່າວວ່າທັງຄູ່ໄດ້ພາກັນໄປທີ່ CN Tower ອັນໂດ່ງດັງຂອງເມືອງໂຕຣອນໂຕ ເຊິ່ງເປັນເມືອງບ້ານເກີດຂອງຝ່າຍຊາຍອີກດ້ວຍ

ທີ່ມາແຫຼ່ງຂ່າວ: Laopost.com
Ad