Top Ad

header ads

ຜູ້ຍິງ​ຄວນ​ຮູ້​ 10 ຂໍ້​ຄວນ​ປະຕິບັດ​ລະຫວ່າງ​ມີ​ປະຈຳ​ເດືອນ​ຂອງ​ສາວ​ໆ​ ຫ້າມ​ເຮັດ​ເດັດ​ຂາດ​



ຜູ້ຍິງ​ຄວນ​ຮູ້​ 10 ຂໍ້​ຄວນ​ປະຕິບັດ​ລະຫວ່າງ​ມີ​ປະຈຳ​ເດືອນ​ຂອງ​ສາວ​ໆ​ ຫ້າມ​ເຮັດ​ເດັດ​ຂາດ​

ຂໍ້​ຄວນ​ປະຕິບັດ​ລະຫວ່າງ​ມີ​ປະຈຳ​ເດືອນ​

ອາບ​ນ້ຳ​ທຸກ​ມື້​ໃຫ້​ສະ​ອາດ​ ສວມ​ໃສ່​ກາງ​ເກງ​ໃນ​ທີ່​ແຫ້ງ​ ປ່ຽນ​ຜ້າ​ອະນາໄມ​ທຸກ​ 6 ຊົ່ວ​ໂມງ​ ລ້າງ​ອະໄວຍະວະ​ໃຫ້​ສະ​ອາດ​ ທາງ​ທີ່​ດີ​ຢ່າ​ໃຊ້​ຜະລິດຕະພັນ​ເຮັດຄວາມ​ສະ​ອາດ​ຫລື​ຢາ​ທີ່​ໃຊ້​ກັບ​ບໍລິເວນ​ນັ້ນ​ໂດຍ​ບໍ່​ລະ​ວັງ​

ຊ່ວງ​ມີ​ປະຈຳ​ເດືອນ​ຕ້ອງ​ລະ​ມັດ​ລະ​ວັງ​ສິ່ງເຫຼົ່ານີ້:​

1. ພະຍາຍາມ​ຢ່າ​ສ​ະ​ຜົມ​ ຖ້າ​ຈຳ​ເປັນ​ຕ້ອງ​ສ​ະ​ແທ້ໆ​ຕ້ອງ​ເປົ່າ​ໃຫ້​ແຫ້ງ​ທັນ​ທີ​
2. ຕ້ອງ​ເຮັດ​ຮ່າງກາຍ​ໃຫ້​ອົບ​ອຸ່ນ​ ເວລາ​ຢູ່ໃນ​ຫ້ອງ​ແອຢ່າ​ລືມ​ໃສ່​ເສື້ອ​ອີກ​ໂຕ​
3. ຢ່​າດື່ມ​ນ້ຳ​ເຢັນ​ : ເຄື່ອງ​ດື່ມ​ເຢັນ​ໆ​ຈະ​ເຮັດໃຫ້​ປະຈຳ​ເດືອ​ນ​ບໍ່​ສາມາດ​ໄຫຼ​ອອກ​ມາ​ໄດ້​ຢ່າງ​ສະ​ດວກ​
4.ສາມາດ​ກິນ​ຫວານ​ໄດ້​ ແຕ່​ຕ້ອງ​ໃນ​ປະລິມານ​ທີ່​ເໝາະ​ສົມ​ ບໍ່​ສະນັ້ນ​ຈະຕຸ້ຍ​ແລະ​ເປັນ​ອັນຕະລາຍ​ກັບ​ຮ່າງກາຍ​
5. ຢ່າ​ເຮັດວຽກ​ໜັກ​ຫຼາຍ​ : ການ​ເຮັດ​ວຽກງານ​ໜັກ​ໃນ​ຊ່ວງ​ມີ​ປະຈຳ​ເດືອນ​ຈະ​ເຮັດໃຫ້​ໄລຍະ​ເວລາ​ທີ່​ມີ​ປະຈຳເດືອນຍາວ​ຂຶ້ນ​ ເສຍ​ເລືອດ​ຫຼາຍ​ຂຶ້ນ​
6. ຢ່າ​ອາລົມ​ຂຶ້ນ​ໆ​ລົງ​ໆ​ຫຼາຍ​ເກີນ​ໄປ​ : ຊ່ວງ​ມີປະຈຳເດືອນ ມັກ​ຈະ​ອາລົມ​ບໍ່​ປົກກະຕິ​ ແຕ່​ຢ່າ​ເອົາ​ມາ​ເປັນ​ຂໍ້​ອ້າງ​ໃນ​ການ​ຫງຸດ​ຫງິດ​ອາລົມ​ເສຍ​ບໍ່​ດີ​ຕໍ່​ສຸຂະພາບ​
7. ຢ່າ​ແຊ່​ນ້ຳ​ ມັນ​ເປັນ​ສາ​ເຫດ​ຂອງ​ການ​ຕິດ​ເຊື້ອ​
8. ຕ້ອງ​ເບິ່ງ​ແຍງ​ເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ​ດີ​ໆ​ : ຊ່ວງ​ນັ້ນ​ຂອງ​ເດືອນ​ເປັນ​ຊ່ວງ​ທີ່​ຮູ​ຂຸມ​ຂົນ​ຂະຫຍາຍ​ ຕ້ອງ​ເຮັດ​ຄວາມ​ສະ​ອາດ​ດີ​ໆ​ ບໍ່​ສະນັ້ນ​ຈະ​ເປັນ​ສິວ​
9. ແຊ່​ຕີນ​ໃນ​ນ້ຳ​ຮ້ອນ​ : ຫຼາຍ​ໆ​ຄົນ​ມີ​ອາການ​ປວດ​ແອວ​ຊ່ວງ​ມີ​ປະຈຳເດືອນຢ່າ​ບິດ​ແອວ​ຕາມໃຈ​ ພຽງແຊ່​ຕີນ​ໃນ​ນ້ຳ​ຮ້ອນ​ ເຮັດໃຫ້​ລະບົບ​ໝຸນ​ວຽນ​ເລືອດ​ເຮັດວຽກ​ດີ​ຂຶ້ນ​ ອາການ​ປວດ​ກໍ​ຈະ​ຫຼຸດລົງ​
10. ເບິ່ງ​ແຍງ​ຈຸດ​ນັ້ນ​ໃຫ້​ສະ​ອາດ​ : ການ​ຕິດ​ເຊື້ອ​ແບັກ​ທີ​ເລຍ​ຈະ​ເປັນ​ສາ​ເຫດ​ຂອງ​ພະຍາດ​ທໍ່​ຍ່ຽວ​ອັກ​ເສບ​ ເພາະ​ສະ​ນັ້ນ​ຕ້ອງ​ເບິ່ງ​ແຍງ​ດີ​ໆ​


ທີ່ມາ ຄິດອອກ
Ad