Top Ad

header ads

ຖ້າຢາກໄດ້ວຽກຕ້ອງເຝີກຕອບ 10 ຄຳຖາມນີ້ກ່ອນໄປສໍາພາດງານ (ສໍາຄັນຫຼາຍ)


ເຄີຍບໍທີ່ຮູ້ສຶກຕື່ນເຕັ້ນ ແລະ ຢ້ານເມື່ອຮອດເວລາສຳພາດງານ ແລະ ຫຼາຍຄັ້ງທີ່ຖືກຖາມຄຳຖາມງ່າຍໆແຕ່ບໍຮູ້ຊິຕອບແນວໃດ?.

ຫຼັກການຕອບຄຳຖາມສຳພາດຄວນຕອບໃຫ້ກົງກັບປະເດັນ ກະທັດຮັດ ໄດ້ໃຈຄວາມ ມີຄວາມຄິດສ້າງສັນພ້ອມທັງຍົກຕົວຢ່າງເພື່ອໃຫ້ຄຳຕອບຊັດເຈນຍີ່ງຂື້ນ ທີ່ສຳຄັນຂໍ້ມູນຕ້ອງຖືກຕ້ອງແລະມີຄວາມເປັນຈີງ ເຊີ່ງໂດຍທົ່ວໄປການສຳພາດງານສ່ວນໃຫຍ່ຈະໃຊ້ເວລາຕັ້ງແຕ່ 20 ນາທີ ຫາ 1 ຊົ່ວໂມງ ຂື້ນຢູ່ກັບປະສົບການ ແລະ ຕຳແໜ່ງຂອງຜູ້ສະໝັກງານ.

ນອກຈາກການຕຽມຕົວຕອບຄຳຖາມແລ້ວ ຄວນໃຫ້ຄວາມສຳຄັນກັບການແຕ່ງກາຍພ້ອມແລະຄວນຕົງຕໍ່ເວລາ ນີ້ແມ່ນ 10 ຄຳຖາມທີ່ຈະຖືກຖາມໃນເວລາສະໝັກງານແນ່ນອນ ໃຫ້ນຳໄປປັບໃຊ້ໃຫ້ຖືກກັບຮູບແບບການສຳພາດຂອງຕົວເອງ ຢ່າລືມວ່າ 10 ຄຳຖາມນີ້ບໍ່ມີຄຳຕອບຜິດແລະຖືກ ເພາະລ້ວນແຕ່ເປັນຄຳຖາມທີ່ສະແດງເຖີງຄວາມຄິດສ້າງສັນ ທັດສະນະຄະຕິຕ່າງໆກ່ຽວກັບງານ ທີ່ຈະບົ່ງບອກຄວາມສະຫຼາດໃນຕົວທ່ານ ທີ່ສຳຄັນຫາກມີການຕຽມຕົວ ແລະ ຊ້ອມຫຼາຍເທົ່າໃດ ຄວາມໝັ່ນໃຈກໍ່ຫຼາຍຂື້ນເທົ່ານັ້ນຄືກັບຄຳວ່າ “ຮູ້ເຂົາຮູ້ເຮົາລົບຮ້ອຍຄັ້ງກໍ່ຊະນະຮ້ອຍຄັ້ງ” ມາເບີ່ງຄຳຖາມກັນເລີຍ.

1. ແນະນຳກ່ຽວກັບຕົວທ່ານໃຫ້ຟັງແດ່?

Do ສິ່ງທີ່ຄວນເຮັດ

ໃຊ້ເວລາສັ້ນໆພຽງ 2-3 ນາທີ ແບບກະທັດຮັດໄດ້ໃຈຄວາມ ບອກເຫດຜົນທີ່ວ່າເປັນຫຍັງທ່ານຈີ່ງເປັນຜູ້ສະໝັກທີ່ດີທີ່ສຸດສຳລັບຕຳແໜ່ງນີ້ ພ້ອມທັງຍົກຕົວຢ່າງໃ້ຫຟັງເພື່ອຊ່ວຍອະທິບາຍແລະເພີ່ມຄວາມເຂົ້າໃຈໃນຕົວທ່ານ ເຊັ່ນ: ຫຼັງຈາກຮຽນຈົບດ້ານບັນຊີ ແລະ ເຮັດວຽກກັບບໍລິສັດກວດສອບບັນຊີມາ 5 ປີ ເຮັດໃຫ້ເປັນເຮັດວຽກໄວຂື້ນ ແລະ ລະອຽດຮອບຂອບ ເພາະການກວດບັນຊີແຕ່ລະຄັ້ງມີໄລຍະກຳນົດຊັດເຈນວ່າຈັກມື້ ຈັກເດືອນ ທັງຍັງເຝີກຄວາມເປັນຜູ້ນຳ ເພາະຕ້ອງເບີ່ງແຍງນ້ອງໃນທີມທີ່ອອກກວດວຽກດ້ວຍກັນ ລວມທັງແກ້ໄຂບັນຫາສະເພາະໜ້າໄດ້ດີ ສີ່ງເຫຼົ່ານີ້ເຮັດໃຫ້ຂ້າພະເຈົ້າໄດ້ຮັບມອບໝາຍໂປຣເຈັກໃຫຍ່ໆຢູ່ສະເໝີ.

Don’t ສິ່ງທີ່ບໍ່ຄວນເຮັດ

ການເລົ່າທຸກສີ່ງທຸກຢ່າງກ່ຽວກັບຕົວເອງ ຕັ້ງແຕ່ຈົບປະຖົມ ມັດທະຍົມ ເຂົ້າມະຫາໄລ ຈົນມາເຮັດວຽກ ແຕ່ບໍ່ມີຈຸດເດັ່ນຫຍັງພຽງພໍທີ່ຈະເຮັດໃຫ້ຜູ້ສຳພາດຮູ້ສຶກສົນໃຈໃນຕົວທ່ານ.

2. ເປັນຫຍັງທ່ານຈື່ງຄິດວ່າທ່ານເໝາະກັບວຽກນີ້?

Do ສິ່ງທີ່ຄວນເຮັດ

ໂອກາດມາຮອດແລ້ວບໍ່ຕ້ອງຢ້ານທີ່ຈະເວົ້າ ອາດຈະເລີ່ມທີ່ປະສົບການ ແລະ ຄວາມສາມາດທີ່ເຄີຍມີຜ່ານມາ ອັນເປັນເຫດຜົນທີ່ເຮັດໃຫ້ທ່ານເໝາະສົມທີ່ສຸດສຳລັບຕຳແໜ່ງນີ້ ຕົວຢ່າງ: ກໍລະນີສຶກສາ ສີ່ງທີ່ເປັນຈຸດເດັ່ນແລະຕ່າງຈາກຜູ້ສະໝັກຄົນອື່ນ.

ກໍລະນີຫາກໍ່ຈົບມາໃໝ່ໆ ຖ້າສະໃໝຮຽນເຮັດກິດຈະກຳຫຼາຍເຊັ່ນ: ອອກຄ້າຍ, ເຝີກງານ, ໂຄງການນັກຮຽນແລກປ່ຽນ ຯລຯ ບໍ່ຕ້ອງລັງເລທີ່ຈະບອກເລົ່າກິດຈະກຳເຫຼັ່ານັ້ນເຊັ່ນ: ເຮັດໃຫ້ຕົວເອງເປັນຄົນທີ່ເຂົ້າກັບຄົນອື່ນງ່າຍ ແລະ ຮຽນຮູ້ໄວເປັນຕັ້ນ.

ຫາກທ່ານເປັນເດັກຮຽນ ບໍ່ຄ່ອຍສົນໃຈກິດຈະກຳ ໃຫ້ຕອບວ່າເປັນຄົນທີ່ທຸ່ມເທກັບເລື່ອງທີ່ໄດ້ຮັບຜິດຊອບເຊັ່ນ: ເລື່ອງຮຽນ ຫຼື ລາຍງານກຸ່ມ ອາດຍົກເກຣດສະເລ່ຍງາມໆມາເປັນຕົວຢ່າງ ຫຼື ວິທີການເລືອກວິຊາຮຽນ ທີ່ສະແດງໃຫ້ເຫັນວ່າມີການຕຽມຕົວວາງແຜນການຮຽນມາເປັນຢ່າງດີ.

Don’t ສິ່ງທີ່ບໍ່ຄວນເຮັດ

ການຕອບຄຳຖາມສັ້ນເຊັ່ນ “ດ້ວຍປະສົບການເຮັດວຽກ 2 ປີທີ່ຜ່ານມາ ຂ້າພະເຈົ້າເຊື່ອວ່າສາມາດເຮັດວຽກນີ້ໄດ້” ແລ້ວຈົບທັນທີ ໃນກໍລະນີນີ້ອາດເຮັດຜູ້ສຳພາດເຊື່ອແລະໝັ່ນໃຈໃນຕົວທ່ານນ້ອຍລົງ.

3. ຕາມຄວາມເຂົ້າໃຈຂອງທ່ານຄິດວ່າຕຳແໜ່ງນີ້ຕ້ອງຮັບຜິດຊອບງານຫຍັງແດ່?

Do ສິ່ງຄວນເຮັດ

ສີ່ງສຳຄັນກ່ອນຕອບຕ້ອງໝັ່ນໃຈວ່າທ່ານຮູ້ແລະເຂົ້າໃຈໜ້າວຽກນັ້ນດີແທ້ ຖ້າບໍ່ແນ່ໃຈກໍ່ບໍ່ຕ້ອງຢ້ານທີ່ຈະຖາມຄືນ ອາດຕັ້ງຄຳຖາມກັບໃນທຳນອງວ່າ ເຂົ້າໃຈຕຳແໜ່ງງານ ແຕ່ບໍ່ແນ່ໃຈກ່ຽວກັບຂໍ້ມູນກຸ່ມລູກຄ້າ ແລະ ຜະລິດຕະພັນຫຼາຍ ຢາກໃຫ້ຊ່ວຍອະທິບາຍໃຫ້ເຂົ້າໃຈໃນເບື້ອງຕົ້ນ.

Don’t ສິ່ງທີ່ບໍ່ຄວນເຮັດ

ຖ້າບໍ່ຮູ້ບໍ່ຕ້ອງພະຍາຍາມຕອບ ເພາະຖ້າຕອບຜິດ ນັ້ນໝາຍຄວາມວ່າບໍ່ໄດ້ຮູ້ກ່ຽວກັບວຽກດັ່ງກ່າວແທ້ ໂອກາດຈະໄດ້ເຮັດວຽກກັບກາຍເປັນຕົກ.

4. ທ່ານຮູ້ຫຍັງແດ່ກ່ຽວກັບບໍລິສັດຂອງພວກເຮົາ?

Do ສິ່ງທີ່ຄວນເຮັດ

ກ່ອນມາສະໝັກງານ ຈຳເປັນຕ້ອງຮູ້ແລະເຂົ້າໃຈຂໍ້ມູນຕ່າງໆກ່ຽວກັບອົງກອນທີ່ສະໝັກເຊັ່ນ: ຜະລິດຕະພັນ, ກຸ່ມລູກຄ້າ, ຄູ່ແຂ່ງ, ຮູບແບບອົງກອນ, ທີ່ມາ ແລະ ປະຫວັດຂອງອົງກອນ ຯລຯ ສີ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າ ທ່ານສົນໃຈອົງກອນນີ້ຢ່າງແທ້ຈີງ ຢ່າລືມຢ້ຳຕອນທ້າຍອີກວ່າ ຫຼັງຈາກທີ່ສຶກສາກ່ຽວກັບອົງກອນ ເຮັດໃຫ້ຂ້າພະເຈົ້າມີຄວາມສົນໃຈທີ່ຢາກຈະຮູ້ກ່ຽວກັບອົງກອນເພີ່ມຕື່ມ.

Don’t ສິ່ງທີ່ບໍ່ຄວນເຮັດ

ການຕອບແບບໝັ່ນໃຈໃນຕົວທ່ານຈົນເກີນໄປ ຫຼື ຄຳຕອບທີ່ສ້າງພາບບໍ່ດີໃຫ້ກັບຕົວທ່ານເອງເຊັ່ນ: “ຮູ້ມາວ່າທີ່ນີ້ກຳລັງຂາດຜູ້ຈັດການຝ່າຍການຕະຫຼາດ ດ້ວຍປະສົບການງານ 3 ປີ ໃນດ້ານນີ້ ທຳໃຫ້ຄິດວ່າສາມາດແກ້ໄຂບັນຫານີ້ໄດ້” ຄຳຕອບແບບນີ້ນອກຈາກບໍ່ສ້າງທັດສະນະຄະຕິທີ່ດີຂອງອົງກອນໃຫ້ກັບຕົວເອງແລ້ວ ຍັງເປັນການໂອ້ອວດຕົນເອງເກີນໄປ.

5. ເປົ້າໝາຍໄລຍະຍາວໃນການທຳງານຂອງທ່ານແມ່ນຫຍັງ?

Do ສິ່ງຄວນເຮັດ

ເວົ້າເຖີງສີ່ງທີ່ຢາກເຮັດໃນອານາຄົດ ແລະ ຕ້ອງບອກວິທີທີ່ຈະເຮັດສີ່ງນັ້ນໃຫ້ສຳເລັດ ເຊີ່ງຄວນຈະ່ກຽວຂ້ອງກັບງານທີ່ສຳພາດຢູ່ເຊັ່ນ: ອີກ 5 ປີຕໍ່ໜ້າຢາກເປັນຜູ້ຈັດການຝ່າຍການຕະຫຼາດທີ່ເຕັມໄປດ້ວຍສັກກາຍະພາບແລະຄວາມສາມາດໃນການພັດທະນາພະນັກງານແລະອົງກອນໃຫ້ມີປະສິດຕິພາບ ການທີ່ຈະຮອດຈຸດນັ້ນໄດ້ຕ້ອງມີການຕຽມຕົວເປັນຢ່າງດີເຊັ່ນ: ການໄດ້ມີໂອກາດທຳງານທີ່ບໍລິສັດນີ້ກໍ່ເປັນສີ່ງໜື່ງໃນການຕຽມຕົວສຳລັບອານາຄົດ ແລະ ອາດເພີ່ມເຕີມຕົວຢ່າງເຊັ່ນ: ວິທີການທຳງານຂອງຕົນເປັນຕົ້ນ.

Don’t ສິ່ງທີ່ບໍ່ຄວນເຮັດ

ການຕອບໃນສີ່ງທີ່ບໍ່ກ່ຽວຂ້ອງກັບງານທີ່ສະມັກຢູ່( ເຖີງຊິແມ່ນຄວາມຈີງ ) ເພາະບໍ່ເກີດປະໂຫຍດຫຍັງເຊັ່ນ: ຢາກເປີດຮ້ານອາຫານໃນອີກ 10 ປີຕໍ່ໜ້າ ຖ້າຕອບເຊັ່ນນັ້ນອາດຈະຖືກຖາມວ່າ ແລ້ວມາສະໝັກງານທີ່ນີ້ເພື່ອຫຍັງ.

6. ຖ້າໄດ້ງານນີ້ ທ່ານຄິດວ່າຈະເັຮດວຽກນີ້ດົນປານໃດ?

Do ສິ່ງຄວນເຮັດ

ໃຫ້ຕັ້ງປະເດັນໄປທີ່ຄວາມທຸ່ມເທຂອງຕົວເອງແລະຄວາມທ້າທາຍຂອງເວັກ ດ້ວຍການບອກວ່າເມື່ອໃດທີ່ວຽກມີຄວາມຫຍຸ່ງຍາກແລະທ້າທາຍ ກໍ່ຈະຂໍທຸ່ມເທຄວາມສາມາດຂອງຕົວເອງໃຫ້ເຕັມທີ່ເພື່ອສ້າງຄຸນປະໂຫຍດໃຫ້ກັບອົງກອນ.

Don’t ສິ່ງທີ່ບໍ່ຄວນເຮັດ

ບອກແຜນການຫຼືໄລຍະເວລາ( ເຊີ່ງເປັນຄວາມຈີງ ) ເຊັ່ນ: ມີແຜນໄປຮຽນຕໍ່ອີກ 2-3 ປີຕໍ່ໜ້າ ຫຼື ທາງຄອບຄົວມີແຜນໃຫ້ໄປຊ່ວຍທຸລະກິດ.

7. ຈຸດອ່ອນຂອງທ່ານແມ່ນຫຍັງ?

Do ສິ່ງຄວນເຮັດ

ຄວນເລືອກຈຸດອ່ອນທີ່ເປັນຄວາມຈີງແລະກຳລັງປັບປຸງຫຼືພັດທະນາໃນຕອນນີ້ ທີ່ສຳຄັນຄວນບອກຜົນໄດ້ຮັບຫຼັງການປັບປຸງນຳເຊັ່ນ: ພາສາອັງກິດບໍ່ແຂງ ເຊີ່ງຕອນນີ້ກຳລັງຮຽນພາສາອັງກິດຢູ່ ຮຽນມາດົນປານໃດ, ຢູ່ໃສ ແລະ ຜົນການຮຽນເປັນແນວໃດ?

Don’t ສິ່ງທີ່ບໍ່ຄວນເຮັດ

ມີຫຼາຍຄົນເຄີຍບອກວ່າໃຫ້ປ່ຽນຈຸດແຂງເປັນຈຸດອ່ອນຂອງຕົນເຊັ່ນ: ເປັນຄົນເຮັດວຽກຫຼາຍ ບໍ່ແລ້ວບໍ່ກັບ ອາດຈະຟັງມ່ວນຫູ ແຕ່ທ່ານກຳລັງທຳຮ້າຍຕົວເອງ ເພາະປະຈຸບັນນີ້ການຈັດສັນເວລາແມ່ນປະເດັ່ນສຳຄັນຂອງຄຸນນະພາບຊີວິດ ອີກຢ່າງທ່ານກຳລັງຫຼອກລວງເພື່ອໃຫ້ມ່ວນຫູ ແຕ່ຜິດປະເດັນຊ້ຳ.

8. ເປັນຫຍັງທ່ານຈື່ງລາອອກຈາກວຽກເກົ່າ?

Do ສິ່ງຄວນເຮັດ

ຕອບຕາມຄວາມຈີງໃຫ້ຫຼາຍທີ່ສຸດ ແຕ່ສັ້ນກະທັດຮັດໄດ້ໃຈຄວາມ ບໍ່ຈຳເປັນຕ້ອງຕອບທັງໝົດ ຢ່າລືມວ່າຜູ້ສຳພາດອາດຂໍອະນຸຍາດຕິດຕໍ່ບຸກຄົນອ້າງອີງເພື່ອການກວດສອບຄວາມເປັນຈີງຂອງທ່ານ.

Don’t ສິ່ງທີ່ບໍ່ຄວນເຮັດ

ຄວນຫຼີກລ້ຽງທີ່ເຮັດວຽກແລະຫົວໜ້າເກົ່າເພາະສີ່ງເຫຼົ່ານີ້ຈະເຮັດໃຫ້ພາບພົດຂອງທ່ານລົດຄວາມສຳຄັນລົງ ແລະ ນັ້ນໝາຍເຖີງຄວາມກ້າທີ່ຈະວິຈານບໍລິສັດຕໍ່ໆໄປທີ່ທ່ານຮ່ວມງານໄດ້.

9. ແມ່ນຫຍັງທີ່ທ່ານມັກແລະບໍ່ມັກໃນວຽກເກົ່າ?( ຫຼືວຽກທີ່ກຳລັງເຮັດຢູ່ )

Do ສິ່ງຄວນເຮັດ

ຄວນບອກສີ່ງທີ່ທ່ານມັກຫຼາຍກວ່າສີ່ງທີ່ທ່ານບໍ່ມັກ ແລະ ໃຫ້ຄຳອະທິບາຍພ້ອມດ້ວຍເຫດຜົນວ່າຍ້ອນຫຍັງທ່ານຈື່ງຄິດເຊັ່ນນັ້ນ?.

Don’t ສິ່ງທີ່ບໍ່ຄວນເຮັດ

ບອກໃນສີ່ງທີ່ບໍ່ກ່ຽວກັບເລື່ອງວຽກຫຼື ອ້າງອີງເຖີງບຸກຄົນ ເພາະນັ້ນໝາຍເຖີງທ່ານກຳລັງວິຈານຄົນອື່ນ ບໍ່ຈຳເປັນຕ້ອງເລົ່າທຸກຢ່າງທີ່ບໍ່ດີກ່ຽວກັບງານ ເພາະບໍ່ເກີດປະໂຫຍດຫຍັງຂື້ນມາ.

10.ແມ່ນຫຍັງທີ່ທ່ານປະສົບຜົນສຳເລັດຫຼາຍທີ່ສຸດໃນຊີວິດ?.

Do ສິ່ງຄວນເຮັດ

ຄວນຈະເປັນເລື່ອງທີ່ພູມໃຈທີ່ສຸດໃນຊ່ວງ 1-2 ປີຂອງການເຮັດວຽກ ທ່ານອາດເວົ້າເຖີງການເລື່ອນຕຳແໜ່ງໃນການເຮັດວຽກຫຼືຕະຫຼອດໄລຍະເວລາທີ່ເຮັດວຽກມາມີແຕ່ຄວາມສຸກສະບາຍໃຈບໍ່ເຄີຍມີບັນຫາກັບລູກຄ້າ ຫາກທ່ານມີຄວາມສຳເລັດຊັດເຈນເຊັ່ນ: ສາມາດທຳຍອດຂາຍໄດ້ທະລຸເປົ້າ 200% ຫຼື ສາມາດລົດຕົ້ນທືນການຜະລິດໄດ້ 25% ໃຫ້ເລົ່າທີ່ມາຂອງເລື່ອງນັ້ນ, ວິທີ, ແນວຄິດດຳເນີນການ, ຜົນໄດ້ຮັບຕະຫຼອດຈົນອຸປະສັກທີ່ເກີດຂື້ນພ້ອມດ້ວຍວິທີ

ການແກ້ບັນຫາ

ຖ້າເປັນຜູ້ສະໝັກທີ່ຫາກໍ່ຈົບການສຶກສາມາໃໝ່ໆ ອາດຈະເວົ້າເຖີງເກຣດສະເລ່ຍ ຫຼື ຄວາມພູມທີ່ສາມາດສອບເຂົ້າມະຫາໄລທີ່ມີຊື່ສຽງໄດ້.

Don’t ສິ່ງທີ່ບໍ່ຄວນເຮັດ

ການແຕ່ງເລື່ອງຂື້ນເອງຫຼືເວົ້າເກີນຄວາມຈີງກວ່າສີ່ງທີ່ໄດ້ເຮັດ ສົ່ງຜົນໃຫ້ວິທີການເລົ່າແຕກຕ່າງໄປ ເຊີ່ງຜູ້ສຳພາດທີ່ມີຄວາມຊ່ຽວຊານ ຈະສາມາດຕັ້ງຄຳຖາມຖາມຈົນສາມາດຈັບໄດ້ວ່າເປັນເລື່ອງທີ່ແຕ່ງຂື້ນ.

Guru tips

– ບໍລິສັດບາງແຫ່ງ ຄຳຖາມເຫຼົ່ານີ້ຈະຖືກຖາມເປັນພາສາອັງກິດ ດັ່ງນັ້ນຖ້າຈະໃຫ້ດີຄວນເຝີກຕອບເປັນພາສາລາວ ແລະ ອັງກິດ.

– ກ່ອນເຂົ້າສູ່ ການປາບຊຽນຄວນເຝີກຊ້ອມຕໍ່ໜ້າກະຈົກກ່ອນ ເພື່ອກວດບຸກຄະລິກກະພາບ ທີ່ສຳຄັນຕ້ອງມີ Eye contact ຫຼື ສົບຕາຜູ້ສຳພາດ ຢ່າຫຼົບຕາຫຼືແນມເບີ່ງເພດານເວລາສຳພາດ ກໍ່ເຮັດໃຫ້ຄະແນນບຸກຄະລິກກະພາບລົດລົງ.

– ບໍລິສັດຝຼັ່ງສ່ວນໃຫຍ່ຢາກໄດ້ເດັກທີ່ມີຄວາມໝັ່ນໃຈ ກ້າເວົ້າກ້າຄິດ ໄຟແຮງທຸ່ມເທ ແຕ່ກໍ່ມີຊີວິດດ້ານອື່ນນຳເຊັ່ນ: ມີທ່ຽວຫຼີ້ນແຕ່ກໍ່ເຮັດວຽກອີກຢ່າງທີ່ສຳຄັນເລີຍບຸກຄະລິກກະພາບ, ຕ້ອງດຸໝັ່ນ, ຄ່ອງແຄ່ວ, ວ່ອງໄວ ແລະ ສາມາດເວົ້າພາສາອັງກິດໄດ້ອີກ.


Ad