Top Ad

header ads

10 ກົດການແຕ່ງໜ້າທີ່ຄວນເອົາຖິ້ມໄດ້ແລ້ວ

ເມື່ອເລີ່ມຮຽນແຕ່ງໜ້າສາວໆກໍຄົງເຄີຍໄດ້ຍິນກົດຂໍ້ຫ້າມໃນການແຕ່ງໜ້າກັນມາຫລາຍ ຊຶ່ງແທ້ໆແລ້ວການແຕ່ງໜ້າກໍເໝືອນງານສິນປະໜຶ່ງຢ່າງທີ່ເຈົ້າຈະສັນສ້າງມັນຂຶ້ນມາດ້ວຍຝີມືຕົວເອງ ມື້ນີ້ 10 ຂໍ້ນີ້ທີ່ນຳມາຝາກ ເປັນກົດທີ່ສາວໆອາດເຄີຍໄດ້ຍິນເລື້ອຍແຕ່ບອກເລີຍວ່າໂຍນມັນຖິ້ມໄປໄດ້ແລ້ວເຈົ້າຈະມ່ວນກັບການແຕ່ງໜ້າຂຶ້ນເປັນແນ່ນອນ

1.”ຢ່າທາລີປສະຕິກສີແດງເວລາແຕ່ງຕາໜັກ ຄືມັນບໍ່ແມ່ນແຕ່ງແລ້ວຈະງາມເລີດປະເສີດສີໄດ້ແນວໃດ
2. “ທາຮອງພື້ນຕ້ອງລົງທັງໜ້າ ” ພຽງລົງເພື່ອປິດຮອຍແດງຫລືຮອຍຕ່າງໆທີ່ບໍ່ຢາກໃຫ້ຄົນອື່ນເຫັນເປັນບາງຈຸດກໍພໍແລ້ວມັນໄດ້ລຸກທຳມະຊາດກວ່າຫລາຍເລີຍແບບນີ້
3. “ດັດຂົນຕາກ່ອນປັດມາດຄາລ່າ ແຕ່ຖ້າປັດມາດຄາລ່າສີໃສກ່ອນດັດ ແລ້ວປັດມາດຄາລ່າສີດຳຕາມປົກກະຕິ ມັນຊ່ວຍໃຫ້ຂົນຕາເດ້ງເລີດສຸດໆໄປເລີຍ
4.”ອາຍແຊໂດສີນ້ຳຕານເໝາະກັບສາວຕາສີຟ້າ” ສາວຕາສີນ້ຳຕານທາສີນ້ຳຕານແລ້ວກໍຍັງງາມຫລູດີ
5. “ສາວຫົວແດງຫ້າມທາລິປສະຕິກສີແດງ” ? ເຮັດແລ້ວມັນແມດກັນເກີນໄປ
6. “ຢ່າປັດມາດຄາລ່າທີ່ຂົນຕາລຸ່ມ” ບໍ່ແມ່ນເລື່ງດີພໍປັດແລ້ວອອກຈະໄດ້ໜ້າຮັກສຸດ
7. “ຂົນຕາປອມມີໄວ້ສະເພາະງານກາງຄືນ” ຕິດຕອນກາງເວັນກໍເລີດບໍ່ແພ້ກັນ
8.ສີຄິ້ວຕ້ອງແມດກັບສີຜົມ” ລອງແຫກກົດເບິ່ງຈະຮູ້ວ່າຄວາມເກ໋ຢູ່ໃກ້ພຽງເອື້ອມ
9. “ອາຍແຊໂດສີສົດແຊບໆ ມີໄວ້ສຳລັບລຸ້ນປ້າ ” ຢ່າໄດ້ແຄສາວໆ ເພາະທາແລ້ວອອກຈະສົ້ມເຂັດແຂ້ວ ໃຜເຫັນກໍຫລຽວຫລັງງານນີ້
10. “ໄຮໄລໃຊ້ປັດເທິງໂໜກແກ້ມເທົ່ານັ້ນ” ແທ້ໆໄລ້ໄປທີ່ສັນດັງ ໜ້າຜາກ ຫລືຄາງກໍເຮັດໃຫ້ໜ້າພຸ່ງຂຶ້ນຫລາຍມິຕິ



Ad