Top Ad

header ads

ເປີດສູນຄວບຄຸມລະບົບວົງຈອນປິດສາຍດ່ວນ 1191

ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດຫົວເຫວີຍ ສປປ ລາວ ໄດ້ຈັດພິທີເປີດນຳໃຊ້ ສູນຄວບຄຸມລະບົບວົງຈອນປິດ (GHL-PCC) ຢ່າງເປັນທາງການ ໃນວັນທີ 26 ສິງຫາ 2016 ຢູ່ທີ່ກົມໃຫຍ່ຕຳຫຼວດ ໂດຍການເຂົ້າຮ່ວມງານໂດຍທ່ານ ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ໂຄງການສູນຄວບຄຸມລະບົບວົງຈອນປິດ (GHL-PCC) ແມ່ນການຮ່ວມມືກັນລະຫວ່າງບໍລິສັດຫົວເຫວີຍ ສປປ ລາວ ແລະ ກະຊວງປ້ອງກັນສະຫງົບ ໄດ້ເຊັນສັນຍາຮ່ວມກັນໃນວັນທີ 8 ກຸມພາ 2013 ເພື່ອພັດທະນາລະບົບການຮັບລາຍງານສາຍດ່ວນ 1191 ໃຫ້ປະຊາຊົນສາມາດແຈ້ງເຫດການທີ່ເກີດຂຶ້ນໃນສັງຄົມ ການຂໍຄວາມຊ່ວຍເຫຼືອຈາກທາງຕໍາຫຼວດ ເມື່ອທ່ານກຳລັງຕົກຢູ່ໃນສະຖານະການສຸກເສີນ, ເກີດເຫດຮ້າຍ… ເພື່ອໃຫ້ຕໍາຫຼວດອອກໄປປະຕິບັດໜ້າທີ່ຊ່ວຍເຫຼືອປ້ອງກັນ ແລະ ແກ້ໄຂເຫດການ ໂດຍການນຳໃຊ້ສູນສັ່ງການຕໍາຫຼວດທີ່ທັນສະໄໝ.
Ad