Top Ad

header ads

ເປີດສູນຄອບຄຸມລະບົບວົງຈອນເປີດສາຍດ່ວນ 1191 ຮັບປະກັນຊ່ວຍສັງຄົມທັນເຫດ

 ເພື່ອໃຫ້ປະຊາຊົນສາມາດແຈ້ງເຫດການຂໍຄວາມຊ່ວຍເຫຼືອຈາກທາງ ຕຳຫຼວດ ເມື່ອຕົກຢູ່ໃນສະຖານະການສຸກເສີນ ແລະຊ່ວຍໃຫ້ເຈົ້າໜ້າທີ່ຕຳຫຼວດປະ ຕິບັດການໄດ້ຖ່ວງທັນເວລາ, ໃນວັນທີ 26 ສິງຫາ ທີ່ຜ່ານມາ
ຢູ່ກົມໃຫຍ່ຕຳ ຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ຈຶ່ງໄດ້ຈັດພິທີເປີດນຳໃຊ້ໂຄງ ການສູນຄວບຄຸມລະບົບວົງຈອນປິດ (GHL-PCC) ສາຍດ່ວນ 1191 ຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ກົງ ທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ທ່ານ ພົຈວ. ສີສະຫວາດ ແກ້ວມາລາວົງ ຫົວໜ້າກົມ ໃຫຍ່ຕຳຫຼວດ, ທ່ານ ຫວາງສີຮຸ້ຍ ທູດ ເສດຖະກິດ ສປ ຈີນ ປະຈຳລາວ, ທ່ານ ຈາງຫຼິງ ຕາງໜ້າບໍລິສັດຫົວເຫວີຍ ເທັກໂນໂລຊີ ປະຈຳພາກພື້ນ ອາຊີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
    ທ່ານ ພົຈວ. ສີສະຫວາດ ແກ້ວມາ ລາວົງ ກ່າວວ່າ: ເພື່ອຮັບປະກັນໃນການ ເຮັດໜ້າທີ່ວຽກງານວິຊາສະເພາະໃນຕໍ່ ໜ້າ ແລະຍາວນານ, ທັງແທດເໝາະກັບ ສະພາບຄວາມເປັນຈິງໃນປະຈຸບັນ, ສາ ມາດສະໜອງໄດ້ກັບການປະຕິບັດໜ້າທີ່ ການເມືອງໃນໄລຍະໃໝ່ຂອງປະເທດໃຫ້ທຽບເທົ່າກັນສາກົນໃນການເຂົ້າສູ່ປະຊາຄົມເສດຖະກິດອາຊຽນຮັບຮອງໃຫ້ແກ່ ການຮັບໃຊ້ກອງປະຊຸມສຸດຍອດອາຊຽນ ໃນວຽກງານປ້ອງກັນຄວາມສະຫງົບ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດາປະເທດທີ່ຈະເຂົ້າມາຮ່ວມກອງປະຊຸມຕໍ່ກັບການກະກຽມຄວາມພ້ອມໃນວຽກງານຮັກສາຄວາມສະຫງົບຂອງປະເທດ ເຈົ້າພາບ, ດັ່ງນັ້ນ ການເປີດສູນຄວບຄຸມ ລະບົບວົງຈອນປິດ (GHL-PCC) ສາຍດ່ວນ 1191 ໃຫ້ປະຊາຊົນສາມາດ ແຈ້ງເຫດການທີ່ເກີດຂຶ້ນໃນສັງຄົມ ແລະຂໍຄວາມຊ່ວຍເຫຼືອຈາກຕຳຫຼວດ ເມື່ອຕົກ ຢູ່ໃນສະຖານະການສຸກເສີນ ແລະໃຫ້ຫຼວດໄດ້ອອກໄປປະຕິບັດການປ້ອງ ກັນ ແລະແກ້ໄຂເຫດຮ້າຍທີ່ຈະເກີດຂຶ້ນ ໄດ້ທັນເວລາ.
    ສູນຄວບຄຸມລະບົບວົງຈອນປິດ (GHL-PCC) ຊຶ່ງເປັນລະບົບໜຶ່ງທີ່ ຈະຊ່ວຍປັບປຸງປະສິດທິພາບໃນການປະຕິບັດການຂອງຕຳຫຼວດ ໂດຍນຳໃຊ້ຍານພາຫະນະທີ່ທັນສະໄໝ ແລະອຸປະກອນ ການສັ່ງການໃຫ້ສາມາດສົ່ງເຈົ້າໜ້າທີ່  ອອກໄປປະຕິບັດການທີ່ຜ່ານສື່ຫຼາກຫຼາຍຮູບແບບ ຊຶ່ງສູນຕຳຫຼວດຄວບຄຸມລະບົບ ວົງຈອນປິດແມ່ນກວມເອົາບໍລິເວນເທສະບານນະຄອນຫຼວງວຽງຈັນ ລວມມີ 20 ແຫ່ງຄື: 1 ສູນບັນຊາການໃຫຍ່ ແລະ 19 ສະຖານີຍ່ອຍ, ໃນ 8 ເມືອງເຊັ່ນ: ເມືອງຈັນທະບູລີ, ເມືອງນາຊາຍທອງ, ສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງໄຊເສດຖາ, ເມືອງໄຊທານີ, ເມືອງ ປາກງື່ມ ແລະຫາດຊາຍຟອງ.
     ທ່ານ ພົຈວ. ສີສະຫວາດ ແກ້ວມາລາ ວົງ ກ່າວຕື່ມວ່າ: ໂຄງການດັ່ງກ່າວນີ້ ແມ່ນໄດ້ຮັບທຶນກູ້ຢືມຈາກລັດຖະບານ ສປຈີນ ຈຳນວນ 39,98 ລ້ານກວ່າໂດລາ ແລະເງິນສົມທົບຈາກລັດຖະບານ ສປປ ລາວ ຈຳນວນ 20,80 ຕື້ກວ່າກີບ, ໂດຍແມ່ນບໍລິສັດຫົວເຫວີຍເປັນຜູ້ຈັດຕັ້ງປະ ຕິບັດ ນັບແຕ່ວັນທີ 8 ກຸມພາ 2013, ຊຶ່ງສູນດັ່ງກ່າວນີ້ແມ່ນມີຄວາມສຳຄັນຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ໂດຍສະເພາະແມ່ນຊ່ວຍໃນການເກັບກຳຂໍ້ມູນຫຼັກຖານໃຫ້ແກ່ເຈົ້າໜ້າທີ່ໃນການດຳເນີນຄະດີ, ເປັນສູນລວມຂໍ້ ມູນໃນການຕິດຕາມສະພາບການຈະລາຈອນ, ການກວດກາຜູ້ລະເມີດການຈະ ລາຈອນຕາມທ້ອງຖະໜົນ, ຊ່ວຍໃນການບັນທຶກເຫດການຕົວຈິງທີ່ເກີດຢູ່ໃນ ຂອບເຂດຕິດຕັ້ງກ້ອງວົງຈອນປິດ, ຊ່ວຍ ອຳນວຍຄວາມສະດວກໃຫ້ແກ່ການຊີ້ ນຳບັນຊາການຂອງຜູ້ບັນຊາການທີ່ກ່ຽວຂ້ອງໃນການແກ້ໄຂເຫດການໃຫ້ທັນເວ ລາເປັນຕົ້ນແມ່ນການເກີດອຸບັດເຫດ, ການເກີດອັກຄີໄພ ແລະເຫດການອື່ນໆ ໂດຍປະຊາຊົນຜູ້ທີ່ມີຈຸດປະສົງຈະລາຍ ງານສະພາບເຫດການດ່ວນ, ເຫດການ ຮ້າຍ ຫຼື ການເກີດອັກຄີໄພທີ່ຕ້ອງການ ຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ກໍສາ ມາດໂທເຂົ້າໄປເບີ 1191 ຕະຫຼອດ 24 ຊົ່ວໂມງ ໂດຍບໍ່ເສຍຄ່າບໍລິການ.
    ທ່ານ ຈາງຫຼິງ ກ່າວວ່າ: ໂຄງການ ສູນຄວບຄຸມລະບົບວົງຈອນປິດ (GHL-PCC) ແມ່ນເປັນໂຄງການພື້ນຖານ ຂອງການສື່ສານຂອງຕຳຫຼວດລາວໃນ ການຫັນເປັນຄວາມທັນສະໄໝ ແລະການສົ່ງເຈົ້າໜ້າທີ່ອອກໄປປະຕິບັດການ ສາຍດ່ວນ 1191 ຂອງຕຳຫຼວດ ຊຶ່ງຈະ ຊ່ວຍໃຫ້ເຈົ້າໜ້າທີ່ ທີ່ອອກໄປປະຕິບັດວຽກງານໃຫ້ມີຄວາມວ່ອງໄວອັນເຮັດໃຫ້ມີຄວາມປອດໄພທາງດ້ານຊີວິດ ແລະຊັບສິນຂອງປະຊາຊົນ, ສຳລັບ ສູນ GHL-PCC ສາມາດຊ່ວຍປັບປຸງການສື່ ສານພາຍໃນຂອງຕຳຫຼວດໃຫ້ດີຂຶ້ນ ແລະພວກເຮົາເຊື່ອວ່າ ລະບົບດັ່ງກ່າວນີ້ຈະ ສາມາດປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ລາວໄດ້ຢ່າງມີປະສິດທິຜົນ.

ທີ່ມາຂອງຂ່າວ ເສດຖະກິດສັງຄົມ
Ad