Top Ad

header ads

ເດັກນ້ອຍທີ່ມີອາຍຸແກ່ທີ່ສຸດໃນເອເຊຍ ເສຍຊີວິດແລ້ວດ້ວຍອາຍຸຮ່າງກາຍພຽງ 150 ປີ

ຍິງສາວໄວລຸ້ນທີ່ໄດ້ຮັບຂະໜານນາມວ່າເປັນ ເສຍຊີວິດແລ້ວດ້ວຍອາຍຸຮ່າງກາຍພຽງ 19 ປີ ຈາກໂລກທີ່ບໍ່ເຄີຍເຫັນມາກ່ອນ ເຊິ່ງມັນເປັນໂລກທີ່ເຮັດໃຫ້ຮ່າງກາຍມີການເຕີບໃຫຍ່ຢ່າງໄວວາ ລາວເສຍຊີວິດແລ້ວດ້ວຍອາຍຸຮ່າງກາຍພຽງ 150 ປີ
ແອນນາ ໂລເຊລ ຄົນຟິລິປິນ ປ່ວຍເປັນໂລກຊະລາໃນໄວເດັກ (Hutchinson-Gilford progeria syndrome) ເປັນສາເຫດທີ່ເຮັດໃຫ້ຮ່າງກາຍຂອງລາວຂະຫຍາຍໂຕໄວກ່ອນອາຍຸເຖິງ 8 ເທົ່າ ສ່ວນສາເຫດຂອງການເສຍຊີວິດໂດຍທົ່ວໄປແມ່ນເກີດຈາກຫົວໃຈວາຍ ຫຼື ຫຼອດເລືອດໃນສະໝອງແຂງໂຕ
ເຖິງວ່າແອນນາຈະບໍ່ໄດ້ມີຊີວິດທີ່ຍືນຍາວແຕ່ລາວກໍ່ໃຊ້ຊີວິດທີມີຢູ່ຢ່າງເຕັມທີ່ໃນວັນຄົບຮອບ 18 ປີຂອງລາວ ລາວຈຶ່ງຈັດງານວັນເກີດໃນທິມເຈົ້າຍິງແລະລາດຊະບັນລັງ ນອກຈາກນີ້ລາວຍັງໄດ້ຖ່າຍຮູບເຊລຟີກັບລາຊາ ຈີໂຮມິໂນ ນັກຮ້ອງຄົນຟິລິປິນທີ່ເປັນໄອດໍ້ຂອງລາວອີກດ້ວຍ ການເສຍຊີວິດຂອງແອນນາກໍ່ມີການລາຍງານໄປທີ່ມູນລະນິທິທີ່ກ່ຽວຂ້ອງກັບການວິໃຈໂລກນີ້ ເຊິ່ງເປັນແຄມເປນເພື່ອຊ່ວຍເຫຼືອຜູ້ປ່ວຍຈາກໂລກດັ່ງກ່າວ
ໂລກຄົນແກ່ໃນເດັກ ຫຼື ເອີ້ນວ່າໂລກໂປກຈິເລຍ ພົບເຫັນໃນເດັກນ້ອຍໄດ້ທັງເພດຍິງແລະເພດຊາຍ ເປັນໂລກທີ່ພົບເຫັນພຽງ 1 ໃນ 8 ລ້ານຄົນໂດຍ 90% ຂອງເດັກທີ່ປ່ວຍເປັນໂລກນີ້ເກີດຈາກການມິວເທຊັ້ນຂອງຍີນ Lmna ເຮັດໃຫ້ການສັງເຄາະໂປຕີນ LaminA ຜິດປົກກະຕິເຊລຈະແກ່ໂຕໄວກ່ວາຜິດປົກກະຕິ ລັກສະນະຂອງເດັກທີ່ປ່ວຍເປັນໂລກນີ້ຈະຄືເດັກປົກກະຕິໃນ 10-24 ເດືອນທໍາອິດ ຫຼັງຈາກນັ້ນຈະເລີ່ມມີການຈະເລີນເຕີບຊ້າກ່ວາຜິດປົກກະຕິ ມີຮູບຮ່າງເຕ້ຍ, ນ້ຳໜັກໜ້ອຍ, ແກ່ໄວແລະເໝື່ອຍງ່າຍ ເດັກນ້ອຍທີ່ປ່ວຍເປັນໂລກນີ້ຈະມີສຸຂະພາບເສື່ອມລົງທຸກປີ ໂດຍທີ່ມີຜູ້ປ່ວຍຈະມີອາຍຸສະເລ່ຍປະມານ 10 ປີ ກໍ່ຈະມີອາການປ່ວຍຕ່າງໆເຊັ່ນ ມີອາການຂອງໂລກຫົວໃຈເພີ່ມຂຶ້ນຫຼາຍມີພາວະຄວາມດັນໂລຫິດສູງ, ໂລກຂໍ້ອັກເສບ ໃນຄົນປ່ວຍບາງລາຍຕ້ອງເຮັດການຜ່າຕັດຫຼອດເລືອດຫົວໃຈ Bypass ສ່ວນໃຫຍ່ຄົນປ່ວຍມັກເສຍຊີວິດດ້ວຍພາວະຫົວໃຈລົ້ມເຫຼວ ແລະ ໂລກຫຼອດເລືອດແດງໃນສະມອງແຂງໂຕ
ປະຈຸບັນ ຍັງບໍ່ມີວິທີການຮັກສາໂລກນີ້ໃຫ້ຫາຍຂາດໄດ້ ມີພຽງແຕ່ຮັກສາຕາມອາການ ຫຼື ການເຮັດ Lmna testing ເພື່ອກວດເບິ່ງໃນລະດັບໂມເລກູນຂອງຍິງທີ່ກໍ່າລັງຕັ້ງຄັນ, ລັກສະນະອາການຂອງໂລກຈະສະແດງອອກມາຄືກັນແລະຈະເສຍຊີວິດໃນຊ້ວງອາຍຸ 8-21 ປີ ຫຼືສະເລ່ຍຢູ່ປະມານ 13 ປີ


ຂໍຂອບໃຈຂໍມູນຈາກ: teenee.com    
Ad