Top Ad

header ads

ສະຫຼົດ! ບອນລູນຕົກໃນເທັກຊັສເສຍຊີວິດ 16 ຄົນ


ສຳນັກຂ່າວຣອຍເຕີ້ລາຍງານວ່າ ໜ່ວຍກູ້ໄພສຸກເສີນໄດ້ຮັບແຈ້ງເຫດ ບອນລູນລົມຮ້ອນ ເກີດໄຟໄໝ້ແລ້ວຕົກລົງສູ່ພື້ນທີ່ເມືອງລ໊ອກຮາດ ລັດເທັຊັສ ປະເທດສະຫະລັດອາເມຣິກາເມື່ອເວລາ 07.40 ໂມງວັນທີ 30 ກໍລະກົດຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ໂດຍສານເສຍຊີວິດທັງໝົດ 16 ຄົນ ເຈົ້າໜ້າທີ່ບໍໄດ້ລະບຸສາເຫດທີ່ບອນລູນຕົກ ແຕ່ບອກວ່າຂະນະເກີດເຫດນັ້ນສະພາບອາກາດປອດໂປ່ງ.
ສຳລັບບອນລູນທີ່ເກີດອຸບັດຕິເຫດລຳນີ້ ເປັນບອນລູນນຳທ່ຽວຂອງບໍລິສັດ ຮາດ ອອບ ບອນລູນ ເຈົ້າໜ້າທີ່ຕຳຫຼວດກຳລັງກວດສອບທີ່ເກີດເຫດ ເພື່ອລວບລວມຫຼັກຖານລະບຸສາເຫດຂອງອຸບັດຕິເຫດທີ່ເກີດຂື້ນ.
ຢ່າງໃດກໍ່ຕາມ ອຸບັດຕິເຫດທີ່ເກີດຂື້ນຄັ້ງນີ້ນັບເປັນອຸບັດຕິເຫດທີ່ເກີດຂື້ນກັບບອນລູນ ຮ້າຍແຮງທີ່ສຸດໃນຮອບ 3 ປີຫຼັງຈາກເກີດອຸບັດຕິເຫດບອນລູນຕົກທີ່ເມືອງລັກຊໍ ປະເທດອີຢິບ ເຊິ່ງຂ້າຊີວິດນັກທ່ອງທ່ຽວໄປຫຼາຍເຖິງ 19 ຄົນ

ແຫຼ່ງຂ່າວ: ສະໜຸກ
Ad