Top Ad

header ads

ປັບລາຄານໍ້າມັນກາຊວນຂຶ້ນ 170 ກີບຕໍ່ລິດ


ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປະກາດປັບລາຄາຂາຍຍ່ອຍນໍ້າມັນກາຊວນຂຶ້ນ 170 ກີບຕໍ່ລິດໃນຂອບເຂດທົ່ວປະເທດ ເລີ່ມມື້ນີ້ (26 ສິງຫາ) ເຮັດໃຫ້ລາຄານໍ້າມັນກາຊວນຢູ່ນະຄອນຫຼວງວຽງຈັນ ຂຶ້ນມາຢູ່ທີ 6,370 ກິບຕໍ່ລິດ
ໃນວັນທີ 25 ສິງຫາ 2016 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1516/ອຄ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້່ອໄຟ ເລື່ອງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນກາຊວນໃນຂອບເຂດທົ່ວປະເທດ.


ທີ່ມາ ສຳນັກຂ່າວສານປະເທດລາວ
Ad