Top Ad

header ads

ທ້າ​ໃຫ້​ລອງ​!! ວິທີ​ແກ້​ບັນຫາ​ສົ້ນ​ຕີນ​ແຕກ​ ​ພຽງແຕ່ມີ​ 2 ສິ່ງ​ນີ້​ 10 ມື້​ເຫັນ​ຜົນ​

ທ້າ​ໃຫ້​ລອງ​!! ວິທີ​ແກ້​ບັນຫາ​ສົ້ນ​ຕີນ​ແຕກ​ ​ພຽງແຕ່ມີ​ 2 ສິ່ງ​ນີ້​ 10 ມື້​ເຫັນ​ຜົນ​

ເຈົ້າ​ຄືຊິ​ເວົ້າ​ບໍ່​ອອກ​ຫາກ​ຮູ້​ວ່າຂອງ​ 2 ສິ່ງ​ທີ່​ຫາ​ຊື້​ໄດ້​ຕາມ​ຮ້ານ​ຂາຍ​ຢາ​ທົ່ວ​ໄປ​ຈະ​ມີ​ຄຸນ​ປະໂຫຍດ​ຫຼວງຫຼາຍ​ຂະໜາດ​ນີ້​ ຕັ້ງ​ແຕ່​ຈັດການ​ກັບ​ບັນຫາ​ສົ້ນ​ຕີນ​ແຕກ​ ແຜ​ພຸພອງ ລວມໄປ​ເຖິງ​ຜິວ​ຢາບໆ​ທີ່​ເຮັດ​ໄດ້​ຈິງ​ແລະ​ເຫັນ​ຜົນ​ໄດ້​ພາຍ​ໃນ​ 10 ມື້​ເທົ່າ​ນັ້ນ​!
ຟັງ​ເບິ່ງ​ໜ້າ​ເຫຼືອ​ເຊື່ອ​ ແຕ່​ເຮົາ​ຈະ​ຂໍ​ໃຊ້​ພື້ນ​ທີ່​ບ່ອນນີ້​ເພື່ອ​ອະທິບາຍ​ເຖິງ​ວິທີ​ການ​ບຳ​ລຸງ​ຜິວ​ສົ້ນ​ຕີນທີ່ງ່າຍໆ​ແບບບ້ານ​ໆ​ ທີ່​ຈະ​ຊ່ວຍ​ຫຼຸດ​ອາຍຸ​ສົ້ນ​ຕີນ​ຂອງ​ເຈົ້າ​ໃຫ້​ມີ​ຄວາມ​ອ່ອນ​ນຸ່ມ​ ຮຽບ​ນຽນ​ຄືດັ່ງ​ສະໄໝ​ຍັງ​ສາວ​ນັ້ນ​ ຈະ​ເຮັດ​ໄດ້​ແບບໃດ​?
ຕ້ອງ​ເຮັດ​ຄວາມ​ເຂົ້າໃຈ​ກັນ​ກ່ອນ​ ຄົນ​ເຮົາ​ມັກ​ຄິດ​ໄປ​ເອງ​ວ່າ​ບັນຫາ​ສົ້ນ​ຕີນ​ແຕກ​ເປັນພຽງ​ບັນຫາ​ດ້ານ​ຄວາມ​ງາມ​ເທົ່າ​ນັ້ນ​ ແຕ່​ໃນ​ຄວາມ​ຈິງ​ແລ້ວ​ຫາກ​ເຮົາ​ບໍ່​ໄດ້ຮັບ​ການ​ຮັກສາ​ສົ້ນ​ຕີນ​ແຕກ​ໄດ້​ຢ່າງ​ທັນ​ທ່ວງ​ທີ​ ມັນ​ຈະ​ສົ່ງ​ຜົນ​ໃຫ້​ຮອຍ​ແຕກ​ທີ່​ເຮົາ​ມີ​ເຫັນ​ໄດ້​ແຈ້ງ​ຂຶ້ນ​ ເລິກ​ຂຶ້ນ​ ແລະ ​ເປັນ​ທີ່​ມາ​ຂອງ​ອາການ​ເຈັບ​ທີ່​ສົ້ນ​ຕີນ​ຫຼາຍຂຶ້ນ​ໄປ​ດ້ວຍ​
ຊຶ່ງ​ຮອຍ​ແຕກ​ເຫຼົ່ານີ້​ມັນ​ມາ​ຈາກ​ເຊລ​ຜິວ​ທີ່​ຕາຍ​ແລ້ວ​ມີ​ຈຳນວນ​ຫຼາຍ​ຂຶ້ນ​ຊຶ່ງ​ນຳ​ໄປ​ສູ່​ການ​ໄຫຼ​ວຽນ​ເລືອດ​ຂອງ​ຮ່າງກາຍ​ທີ່​ບໍ່​ດີ​ແລະ​ສົ່ງ​ຜົນ​ໃຫ້​ຄວາມ​ຢືດຢຸ່ນ​ຂອງ​ຮ່າງກາຍ​ຕ່ຳ​ ດ້ວຍ​ເຫດ​ນີ້​ ເຮົາ​ຈຶ່ງ​ຕ້ອງ​ໃຊ້​ຫີນ​ຂັດ​ສົ້ນ​ຕີນ​ເພື່ອ​ກຳຈັດ​ເຊລ​ຜິວ​ທີ່​ຕາຍ​ແລ້ວ​ອອກ​ໄປ​
ສ່ວນ​ຂອງ​ທັງ​ 2 ສິ່ງ​ທີ່​ເຮົາ​ເວົ້າ​ເຖິງ​ໃນ​ຕອນ​ຕົ້ນ​ ຂອງ​ 2 ສິ່ງ​ທີ່​ຫາ​ຊື້​ໄດ້​ຕາມ​ຮ້ານ​ຂາຍ​ຢາ​ແລະ​ນຳ​ມາ​ໃຊ້​ເພື່ອ​ກຳຈັດ​ບັນຫາ​ສົ້ນ​ຕີນ​ແຕກ​ນັ້ນ​ກໍ​ຄື​ ຢາ​ແອສໄພ​ຣິນ​ແລະ​ທາດເຫຼົ້າ​ສຳລັບ​ເຊັດ​ເຮັດ​ຄວາມ​ສະ​ອາດ​ນັ້ນ​ເອງ​ ໂດຍ​ມີ​ວິທີ​ການເຮັດ​ດັ່ງ​ຕໍ່ໄປ​ນີ້​

ອຸປະກອນ​
1. ຢາ​ແອສ​ໄພ​ຣິນ​ 300 ກຣາມ​ ຈຳນວນ​ 10 ເມັດ​
2. ທາດເຫຼົ້າ​ສຳລັບ​ເຊັດ​ເຮັດ​ຄວາມ​ສະ​ອາດ​ 250 ມິນ​ລິ​ລີດ​

ວິທີ​ເຮັດ​
1. ຂັ້ນກຽມ​ການ​ ບົດ​ຢາ​ແອສ​ໄພ​ຣິນ​ທັງ​ 10 ເມັດ​ໃຫ້ເປັນ​ຜົງ​ ຈາກ​ນັ້ນ​ເທ​ທາດເຫຼົ້າລົ​ງ​ໄປ​ປະສົມ​ກັບ​ຢາ​ແອສ​ໄພ​ຣິນ​ທີ່ບົດ​ເປັນ​ຜົງ​ຮຽບຮ້ອຍ​ແລ້ວ​ ຄົນ​ສ່ວນ​ປະ ສົມ​ໃຫ້​ເຂົ້າ​ກັນ​ແລະ​ເກັບ​ເອົາ​ໄວ້​ 1-2 ມື້​
2. ຂັ້ນ​ຕອນ​ການເຮັດ​ ເມື່ອຄົບ​ 2 ມື້​ແລ້ວ​ ໃຫ້​ຊະ​ໂລມ​ສ່ວນ​ປະສົມ​ຂອງ​ຢາ​ແອສ​ໄພ​ຣິນ​ກັບທາດເຫຼົ້າ​ໃສ່​ຜ້າ​ໃຫ້​ຊຸ່ມ​ຈາກ​ນັ້ນ​ກໍ​ນຳ​ໄປ​ແປະ​ສົ້ນ​ຕີນ​ບໍລິເວນ​ທີ່​ມີ​ຮອຍ​ແຕກ​ ໃຊ້​ຖົງ​ປຼາ​ສະຕິ​ກ​ພັນ​ໃຫ້​ອ້ອມ​ຈົນ​ບໍ່​ມີ​ຂອງ​ແຫຼວ​ຊຶມ​ອອກ​ມາ​ ສວມ​ຖົງ​ຕີນ​ທັບ​ອີກ​ໜຶ່ງ​ຊັ້ນ​
ຈາກ​ນັ້ນ​ກໍ​ເຂົ້າ​ນອນ​ຖິ້ມ​ໄວ້​ຂ້າມ​ຄືນ​ ຕື່ນ​ເຊົ້າ​ຂຶ້ນ​ມາ​ກໍ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​ ເຊັດ​ຕີນ​ໃຫ້​ແຫ້ງ​ ແລ້ວ​ທາຄຮີມ​ບຳ​ລຸງ​ຜິວ​ເປັນ​ຂັ້ນ​ຕອນ​ສຸດ​ທ້າຍ​
ບໍ່​ຍາກ​ແມ່ນບໍ​? ພວກ​ເຮົາ​ຫວັງ​ວ່າບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໄດ້​ແລະ​ເປັນ​ປະໂຫຍດ​ບໍ່​ຫຼາຍກໍ​ນ້ອຍ​

ທີ່ມາ ຄິດອອກ
Ad