Top Ad

header ads

ຜີຕ້ອງເສຍເງິນ 226 ລ້ານປອນຖ້າຫວັງປິດດວນດຶງປັອກບາກັບຮັງ



ລາ ຣີພັບບລິກາ ສື່ດັງຂອງອີຕາລີຕີຂ່າວ ແມນເຊສເຕີ ຢູໄນເຕັດ ອາດຈະຕ້ອງເສຍເງິນມະຫາສານເຖິງ 226 ລ້ານປອນສຳລັບການດຶງໂຕ ພໍ ປັອກບາ ຈາກ ຢູເວັນຕຸດ ກັບມາຢູ່ກັບສະໂມສອນອີກເມື່ອນັບລວມທັງຄ່ານາຍໜ້າ, ຄ່າໂຕສະຖິຕິໂລກ ແລະ ຄ່າເມື່ອຍຂອງນັກເຕະໃນຊ່ວງສັນຍາ 5 ປີ.

ແມນເຊສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ຕ້ອງເສຍເງິນລວມເຖິງ 226 ລ້ານປອນໃນການດຶງໂຕ ພໍ ປັອກບາ ກອງກາງຂອງ ຢູເວັນຕຸດ ກັບມາສູ່ຖິ່ນ ໂອນ ທຣາຟເຟິດ ອີກຄັ້ງຈາກການລາຍງານຂອງ ລາ ຣີພັບບລິກາ ໜັງສືພິມອີຕາລີເມື່ອວັນຈັນທີ່ຜ່ານມາ.

“ຜີສາດແດງ” ຕົກເປັນຂ່າວເດີນໜ້າລ່າໂຕ ປັອກບາ ທີ່ຍ້າຍຈາກສະໂມສອນໄປຢູ່ກັບ “ມ້າລາຍ” ເມື່ອປີ 2012 ຢ່າງຕໍ່ເນື່ອງໃນຊ່ວງຊຳເມີນີ້ ຂະນະທີ່ມີລາຍງານວ່າກອງກາງທີມຊາດຝຣັ່ງໃກ້ຈະຫວນກັບຫາຕົ້ນສັງກັດເກົ່າດ້ວຍຄ່າໂຕເປັນສະຖິຕິໂລກ 112 ລ້ານປອນໂດຍເຂົາຈະໃສ່ເສື້ອເບີ 6 ລົງສະໜາມໃຫ້ກັບ ແມນຢູ.

ທັງນີ້ “ລາ ລີພັບບລິກາ” ຕີຂ່າວວ່າທີມຂອງ ໂຊເຊ ມູຣິນໂຢ ຕ້ອງຈ່າຍຄ່ານາຍໜ້າໃຫ້ ມິໂນ ໄຣໂອລາ ນາຍໜ້າຄົນດັງຂອງ ປັອກບາ 25 ລ້ານປອນລວມເຖິງຕ້ອງຈ່າຍຄ່າເມື່ອຍກ້ອນໃຫຍ່ໃຫ້ກັບນັກເຕະຕະຫຼອດສັນຍາ 5 ປີນັ້ນໝາຍຄວາມວ່າລວມໆແລ້ວ ແມນຢູ ອາດຈະຕ້ອງເສຍເງິນມະຫາສານເຖິງ 226 ລ້ານປອນ.



ທີ່ມາ ຄິດອອກ
Ad