Top Ad

header ads

ນັກວິໄຈພົບ "ນົມແມງສາບ" ໂປຣຕີນສູງກວ່ານົມງົວ 3 ເທົ່າ

 ນັກວິທະຍາສາດຄົນອິນເດຍ ໄດ້ຄົ້ນພົບໂປຣຕີນທີ່ມີຄຸນຄ່າສູງໃນນົມແມງສາບ ຊຶ່ງການຄົ້ນພົບຄັ້ງນີ້ ອາດມີປະໂຫຍດຫຼາຍໃນອະນາຄົດ.
ການຄົ້ນພົບຄັ້ງນີ້ນັກວິທະຍາສາດ ໄດ້ພົບສ່ວນປະກອບສຳຄັນໃນນົມແມງສາບ ຊຶ່ງມີຄຸນຄ່າອາຫານສູງຫຼາຍກວ່ານົມງົວອີກດ້ວຍ ແລະໃນອະນາຄົດສິ່ງນີ້ ອາດຈະນຳມາໃຊ້ລ້ຽງປະຊາກອນ ທີ່ກຳລັງເພີ່ມຈຳນວນຫຼາຍຂຶ້ນໃນ ໂລກຂອງເຮົາໄດ້.
     ຜົນການວິໄຈນີ້ ໄດ້ມີການຕິ ພິມລົງໃນວາລະສານ IUCJ ຫຼື Journal of the International Union of Crystallography ໂດຍລະບຸວ່າ: ຄວາມຈິງແລ້ວ ແມງສາບບໍ່ມີນໍ້ານົມຜະລິດນໍ້ານົມບໍ່ໄດ້ ແຕ່ມີແມງສາບຫຼາຍສາຍພັນ Diploptera punctuate ເປັນສາຍພັນທີ່ອອກລູກເປັນຕົວ ແລະຍັງມີໂປຣຕີນລ້ຽງລູກຂອງມັນຕັ້ງແຕ່ເປັນຕົວອ່ອນໆໃນທ້ອງດ້ວຍ ຈິ່ງເຫັນໄດ້ວ່າ: ນົມແມງສາບ ນັກວິທະຍາສາດໄດ້ຄົ້ນພົບວ່າໂປຣຕີນຂອງແມງສາບສາຍພັນນີ້ມີຄຸນຄ່າສູງຫຼາຍຫາກປຽບທຽບໃນປະລິມານທີ່ເທົ່າກັບນົມງົວຈະພົບວ່າຄຸນຄ່າອາຫານຂອງນົມແມງສາບສູງກວ່ານົມງົວເຖິງ 3 ເທົ່າເລີຍ. ແນວໃດກໍຕາມ ເມື່ອເວົ້າເຖິງການຈະເຮັດນົມແມງສາບໃຊ້ນັ້ນ ຍັງເປັນເລື່ອງທີ່ເປັນໄປໄດ້ຍາກ ແຕ່ນັກວິທະຍາສາດກໍ່ໄດ້ເບິ່ງເຫັນຊ່ອງທາງທີ່ພັດທະນາງານວິໄຈໄປສູ່ການໄດ້ມາຊຶ່ງໂປຣຕີນຄຸນນະພາບສູງ.
     Sanchari Banerjee ນັກວິໄຈໄດ້ກ່າວວ່າໂປຣຕີນທີ່ຄົ້ນພົບນີ້ ຄືໂປຣຕີນ Crystals ຊຶ່ງເປັນອາຫານທີ່ສົມບູນແບບປະກອບໄປດ້ວຍໂປຣຕີນໄຂມັນ ແລະນໍ້າຕານ ລວມທັງຍັງມີກົດອະມີໂນ ທີ່ ມີຄຸນປະໂຫຍດຫຼາຍອີກ.

Ad