Top Ad

header ads

3 ຄາ​ຖາ​ແກ້​ຜີ​ອຳ​…ທີ່ເຮັດ​ເອງ​ໄດ້​!!

ຄົນ​ເຄີຍ​ຖືກ​ຜີ​ອຳ​ເລົ່າ​ວ່າ​ ຫຼາຍ​ເທື່ອ​ທີ່​ຮູ້ສຶກ​ໂຕ​ວ່າ​ຕື່ນ​ນອນ​ແລ້ວ​ແຕ່​ບໍ່​ສາມາດ​ເໜັງໂຕ ​ແລະ​ ບໍ່​ສາມາດຮ້ອງໃຜ​ໃຫ້​ມາ​ຊ່ວຍ​ໄດ້​ ບາງ​ຄົນ​ຮູ້ສຶກ​ເໝືອນ​ມີ​ຫຍັງມາ​ທັບ​ຈົນ​ຫາຍ​ໃຈ​ບໍ່​ອອກ​ ອາການ​​ນີ້​ ຝ​ຣັ່ງ​ຈຶ່ງຮ້ອງ​ອາການ​ຜີ​ອຳ​ນີ້ວ່າ​ Sleep paralysis ເພາະ​ທີ່ຈິງ​ແລ້ວ​ອາການ​ຜີ​ອຳ​ເປັນ​ເລື່ອງ​ທີ່​ສາມາດ​ອະທິບາຍ​ໄດ້​ຕາມ​ຫຼັກ​ວິທະຍາ​ສາດ​ ແລະ ​ຍັງ​ເປັນ​ແວ່ນ​ສະ​ທ້ອນ​ເຖິງ​ບັນຫາ​ສຸຂະພາບ​ບາງຢ່າງ​ໃຫ້​ເຮົາ​ຕ້ອງ​ລະ​ວັງ ​ແລະ ຫຼຽວກັບ​ມາ​ເບິ່ງ​ແຍງ​ໂຕ​ເອງ​ອີກ​ດ້ວຍ​

ອາການ​ນີ້​ມັກ​ເກີດ​ຂຶ້ນ​ໃນ​ສອງ​ຊ່ວງ​ຂອງ​ການ​ນອນ​ ຄື​ ຜີ​ອຳ​ຕອນ​ກຳ​ລັງ​ຈະ​ຫຼັບ​ (hypnagogic sleep paralysis)ແລະ​ ຕອນ​ກຳ​ລັງ​ຈະ​ຕື່ນ​ (hypnopompic sleep paralysis) ເປັນຫຍັງ​ບາງ​ຄົນ​ມີ​ອາການ​ຜີ​ອຳ​ເລື້ອຍໆ​ ຂະນະ​ທີ່​ບາງ​ຄົນ​ບໍ່​ເຄີຍ​ມີ​ອາການ​ເລີຍ​ ຄຳ​ຕອບ​ຄື​ ອາການ​ຜີ​ອຳ​ມັກ​ຈະ​ເກີດ​ກັບ​ຄົົນທີ່​ນອນ​ນ້ອຍ​, ຄົົນທີ່​ປ່ຽນ​ເວລາ​ການ​ນອນ, ຄົົນທີ່​ມີ​ບັນຫາ​ທາງ​ຈິດ​ໃຈ​ເຊັ່ນ:​ ຄົົນທີ່​ຕົກ​ຢູ່ໃນ​ພາ​ວະ​ຄວາມຄຽດ​, ຄົົນທີ່​ຫຼັບ​ແລ້ວຄວບ​ຄຸມ​ໂຕເອງ​ບໍ່​ໄດ້​ (narcolepsy) ແລະ ​ຄົົນທີ່​ມັກ​ເປັນ​ຂາ​ປັ້ນເລື້ອຍໆ​ ຕະຫຼອດ​ຈົນ​ຄົົນທີ່​ໃຊ້​ຢາ​ບາງ​ຊະນິດ​ເປັນ​ປະຈຳ​

     ເຖິງຢ່າງໃດ​ກໍ​ຕາມ​ ມີ​ການສຶກສາ​ທີ່​ໄດ້​ແນະ​ນຳ​ຄາ​ຖາ​ແກ້​ອາການ​ຜີ​ອຳ​ເອົາ​ໄວ້​ດັ່ງ​ຕໍ່ໄປ​ນີ້​:

  1. ນອນ​ຫຼັບ​ພັກ​ຜ່ອນ​ໃຫ້​ພຽງ​ພໍ​

  2. ຫາ​ວິທີ​ຜ່ອນ​ຄາຍ​ຄວາມ​ຄຣຽດ​ ໂດຍ​ສະເພາະ​ຢ່າງ​ຍິ່ງ​ກ່ອນ​ນອນ​ເຊັ່ນ​: ການ​ຄາຍອາການ​ຈັງ​ ເຮັດໂ​ຕ​ເອງ​ໃຫ້​ຜ່ອນຄາຍ​ແບບ​ຊີວ​ໆ​ (relaxation)

  3. ປ່ຽນ​ທ່ານ​ອນ​ ໂດຍ​ປ່ຽນ​ຈາກ​ທ່ານ​ອນ​ຫງາຍ​ມາ​ເປັນ​ນອນ​ສະ​ແຄງ​

ສາມ​ວິທີ​ນີ້​ເປັນ​ບົດ​ສະຫລຸບ​ຢ່າງ​ດີ​ວ່າ​ ອາການ​ຜີ​ອຳ​ບໍ່​ແມ່ນ​ເລື່ອງ​ເໜືອ​ທຳມະຊາດ​ ແຕ່​ເກີດ​ຈາກ​ຮ່າງກາຍ​ ແລະ ​ຈິດ​ໃຈ​ທີ່​ບໍ່​ສົມ​ດຸນ​ພຽງ​ແຕ່ປັບ​ປ່ຽນ​ພຶດຕິກຳ​ບາງຢ່າງ​ກໍ​ຈະ​ບໍ່​ມີ​ບັນຫາ​ນີ້​ມາກວນ​ໃຈ​




ທີ່ມາ ຄິດອອກ
Ad