Top Ad

header ads

ລົດເມປິ້ນຢູ່ຈຳປາສັກມີຜູ້ເສຍຊີວິດ 3 ຄົນ


 ເຈົ້າໜ້າທີ່ຈະລາຈອນ ແຂວງຈຳປາສັກ ລາຍງານວ່າ: ເຊົ້າຂອງວັນທີ 23 ສິງຫານີ້ຢູ່ເສັ້ນທາງເລກທີ 13 ໃຕ້ເຂດບ້ານຊ້ອນຄາກເມືອງຊະນະສົມບູນແຂວງຈຳປາສັກໄດ້ມີລົດເມໂດຍ ສານວຽງຈັນ-ເຊກອງ ໝາຍເລກທະບຽນ ບກ 0553 ຈຳປາສັກພິກປິ້ນອອກຈາກເສັ້ນທາງຫລາຍກວ່າ 10 ແມັດສົ່ງຜົນໃຫ້ຜູ້ໂດຍສານທີ່ນັ່ງມາໃນລົດຄັນດັ່ງກ່າວທັງໝົດ 23 ຄົນໃນນັ້ນ ເສຍຊີວິດ 3 ຄົນຄື: ທ້າວ ນິດອາຍຸ 24 ປີຢູ່ບ້ານນາລ້ອງເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນທ້າວ ທອງດຳອາຍຸ 50 ປີຢູ່ບ້ານໜອງສີມເມືອງບາຈຽງຈະເລີນສຸກແຂວງຈຳປາສັກ ແລະ ທ້າວ ສຸຂະ ອາຍຸ 65 ປີຢູ່ບ້ານເດື່ອເມືອງຊະນະສົມບູນ ແຂວງຈຳປາສັກມີ 1 ຄົນໄດ້ຮັບບາດ ເຈັບສາຫັດ ແລະ 20 ຄົນແມ່ນໄດ້ຮັບບາດເຈັບເລັກນ້ອຍ.


            ຜ່ານການສືບສວນ-ສອບສວນເຈົ້າໜ້າທີ່ ໃຫ້ຮູ້ວ່າ: ລົດໂດຍສານຄັນດັ່ງກ່າວ ໄດ້ແລ່ນມາແຕ່ນະຄອນຫລວງ
ວຽງຈັນ ມຸ້ງໜ້າໄປແຂວງເຊກອງ ພໍມາຮອດຈຸດເກີດເຫດ ເກີດເສຍຫລັກ ພິກປິ້ນລົງຂ້າງທາງດ້ວຍຄວາມແຮງຊຶ່ງສາເຫດແມ່ນຍ້ອນສະພາບເຕັກນິກຂອງລົດບໍ່ຮັບປະກັນບວກໃສ່ກັບຄວາມໄວຂອງລົດຈຶ່ງເຮັດໃຫ້ລົດພິກປິ້ນຄືດັ່ງກ່າວສ່ວນຜູ້ຂັບຂີ່ລົດໂດຍສານແມ່ນຖືກເຈົ້າໜ້າທີ່ກັກຕົວໄວ້ເພື່ອດຳເນີນຄະດີຕາມ ລະບຽບກົດໝາຍ.



Ad