Top Ad

header ads

ເປັນຫຍັງບໍລິການ 3G/4G Unlimited ຈຶ່ງຖືກຍົກເລິກ ?



ຖືວ່າເປັນກະແສກັນຢ່າງໜາຫູກ່ຽວກັບ ການປະກາດຍົກເລິກແພັກເກັດ 3G/4G Unlimitedຂອງເຄືອຂ່າຍໃຫ້ບໍລິການສີສົ້ມ. ໂດຍທາງບໍລິສັດໄດ້ປະກາດຍົກເລີກແພັກເກັດດັ່ງກ່າວຜ່ານທາງ Page ຂອງບໍລິສັດ. ທາງບໍລິສັດເພິ່ນໄດ້ອ້າງອີງເຖິງຄຳສັ່ງແນະນຳຂອງກະຊວງ ໄປສະນີ ແລະ ໂທລະຄົມເຊີ່ງບໍ່ອະນຸຍາດໃຫ້ມີແພັກເກດນຳໃຊ້ແບບບໍ່ຈຳກັດ.



ຫຼາຍຄົນກໍ່ຈະມີຂໍ້ສົງໄສວ່າ ອັນນີ້ແມ່ນຄໍາສັ່ງຂອງກະຊວງແທ້ບໍ? ຖ້າແມ່ນຄຳສັ່ງທີ່ມາຈາກກະຊວງແທ້ ແລ້ວເປັນຫຍັງທາງກະຊວງຈຶ່ງມີນະໂຍບາຍແບບນີ້ ເຊີ່ງແພັກເກັດແບບ Unlimited ກໍ່ຖືວ່າມີປະໂຫຍດແກ່ປະຊາຊົນຜູ້ຊົມໃຊ້ບໍລິການດີຢູແລ້ວ?
ມືນີ້, ນານາສາລະ ຈະມາວິເຄາະເພື່ອໃຫ້ທຸກທ່ານໄດ້ໄຂຂໍ້ຄ້າງຄາໃຈຕໍ່ກັບຂໍ້ຂ້ອງໃຈດັ່ງກ່າວ ໂດຍວິເຄາະຈາກຂໍ້ມູນໃນອິນເຕີເນັດ ເຊີ່ງບໍ່ໄດ້ກ່ຽວຂ້ອງຫຍັງກັບຄຳສັ່ງ ຫຼື ນະໂຍບາຍຂອງກະຊວງ.
ກ່ອນອື່ນເຮົາຕ້ອງມາທຳຄວາມເຂົ້າໃຈກ່ຽວກັບລະບົບການກະຈາຍສັນຍານອິນເຕີເນັດຜ່ານຄື້ນຄວາມຖີ່ໃນລະບົບ 3G/4G ແມ່ນຈໍາເປັນຕ້ອງໄດ້ມີເສົາສັນຍານເພື່ອກະຈາຍສັນຍານອິນເຕີເນັດເຖີງຜູ້ໃຊ້. ຄຸນນະພາບຂອງການກະຈາຍສັນຍານຂອງເສົາສັນຍານໂທລະສັບເຫຼົ່ານີ້ກໍ່ຂຶ້ນກັບຫຼາຍປັດໄຈເຊັ່ນ: ສະພາບພື້ນທີ່, ຄຸນນະພາບຂອງເສົາສັນຍານເອງ ແລະ ທີ່ສຳຄັນທີ່ສຸດແມ່ນຈຳນວນຜູ້ໃຊ້ງານທີ່ຮັບສັນຍານຈາກເສົາຕົ້ນນັ້ນ.
ສຳລັບການເຊື່ອມອິນເຕີເນັດຜ່ານ ລະບົບ 3G/4G , ແບັນວິດ (Bandwidth) ທີ່ກະຈາຍຈາກເສົາສັນຍານຜ່ານເຄືອຂ່າຍໄຮ້ສາຍເຖິງຜູ້ໃຊ້ແມ່ນມີຢູ່ຢ່າງຈຳກັດ. ສົມມຸດວ່າເສົາສັນຍານຕົ້ນນັ້ນສາມາດກະຈ່າຍສັນຍານອິນເຕີເນັດໄດ້ຄວາມໄວຢູ່ 100Mbps ແລະ ມີຜູ້ໃຊ້ຮ່ວມກັນພ້ອມກັນ 100 ຄົນ, ຄວາມໄວອິນເຕີເນັດທີ່ທຸກຄົນໄດ້ຮັບຈະບໍ່ໄດ້ຫານໃຫ້ເທົ່າກັນຄົນລະ 1Mbps. ຍ້ອນຫຍັງ ? ກໍ່ຍ້ອນວ່າຖ້າມີຄົນໂຫຼດໂປຣແກຣມ, ໂຫລດໜັງ, ເປີດຢູທູປ ເຊີ່ງການບໍລິໂພກຂໍ້ມູນປະເພດນີ້ແມ່ນ ຈຳເປັນຕ້ອງໄດ້ນຳໃຊ້ແບັນວິດສູງ ກໍ່ຈະເຮັດໃຫ້ຄວາມໄວອິນເຕີເນັດ ຂອງຜູ້ໃຊ້ຄົນອື່ນຊ້າ ຍ້ອນວ່າເບັນວິດຖືກດຶງໄປໃຊ້ໃນການດາວໂຫຼດຂໍ້ມູນທີ່ໃຫຍ່ເຫຼົ່ານັ້ນ.
ເມື່ອມີແພັກແກັດ 3G/4G Unlimited  ບາງຄົນກໍ່ຈະໃຊ້ 3G/4G ແບບຟຸ້ມເຟືອຍ ເຊັ່ນມັກເຂົ້າເບີ່ງວີດີໂອ, ໂຫຼດເກມ, ໂຫຼດໂປແກຣມຕ່າງໆ ເຊີ່ງມັນຈະເຮັດໃຫ້ອິນເຕີເນັດຂອງຜູ້ອື່ນຊ້າໄປນຳ, ເຊີ່ງກໍ່ເປັນບັນຫາທີ່ທຸກຄົນກໍ່ຈະພົບເຈິຕະຫຼອດ ລະກະມັກຈົ່ມວ່າເຄືອຄ່າຍນີ້ຊ້າ ມີບັນຫາ ລະກະປ່ຽນໄປໃຊ້ເຄຶອຂ່າຍໃໝ່. ເມື່ອທຸກຄົນຍ້າຍໄປເຄືອຂ່າຍໃໝ່ພ້ອມໆກັນເປັນຈຳນວນຫຼາຍພັນເລກໝາຍ ແລະ ຍັງຄົງພຶດຕິກຳການນຳໃຊ້ແບບເກົ່າຄື 3G/4G Unlimited , ຄວາມໄວອິນເຕີເນັດທີ່ໄດ້ຈາກບໍລິການຂອງເຄື່ອຂ່າຍໃໝ່ກໍ່ເກືອບຈະບໍ່ຕ່າງຫຍັງກັນ, ເມື່ອດົນໄປຄວາມໜາແໜ້ນຂອງຜູ້ໃຊ້ເພີ່ມຂຶ້ນຂຶ້ນ ບັນຫາເກົ່າກໍ່ຈະວົນວຽນແບບນີ້ໄປມາບໍ່ຈົບສິ້ນ.
ດັ່ງນັ້ນ, ໃນຈຸດນີ້ ແພັກເກັດ 3G/4G Unlimited ຈະເຮັດໃຫ້ເກີດປັນຫາຄວາມບໍ່ເທົ່າທຽມກັນໃນການຊົມໃຊ້ແບັນວິດອິນເຕີເນັດ. ຕາມມາດຕະຖານໃນສາກົນ ໃນການຈັດສັນຄຸ້ມຄອງຄື້ນຄວາມຖີ່ ແລະ ການໃຫ້ບໍລິການອິນເຕີເນັດດ້ວຍເຕັກໂນໂລຊີ 3G/4G ຈະຕ້ອງໄດ້ມີການນຳໃຊ້ນະໂຍບາຍ Fair Usage Policy (FUP) ເພື່ອໃຫ້ເກີດຄວາມສະເໝີພາບໃຫ້ແກ່ຜູ້ຊົມໃຊ້ທຸກຄົນ. ໃນຫຼາຍໆປະເທດເຊັ່ນ: ປະເທດເພື່ອນບ້ານໃກ້ຄຽງຄືປະເທດໄທ, ປະເທດຍີ່ປຸ່ນ, ເກົາຫຼີ, ອາເມລິກາ ແລະ ອີກຫຼາຍປະເທດ, ສ່ວນໃຫຍ່ກໍ່ໄດ້ມີການກຳນົດແພັກເກັດອິນເຕີເນັດແບບ Limited ເຊີ່ງຈະມີການກຳນົດລາຄາແພັກເກັດຕາມປະລິມານການນຳໃຊ້ໂຕຈິງ, ແຕ່ຫາກເມື່ອນຳໃຊ້ເກີນໄປແລ້ວກໍ່ຈະຍັງສາມາດນຳໃຊ້ໄດ້ຕໍ່ໄປ ແຕ່ຄວາມໄວຈະຫຼຸດລົງ.
ຍົກຕົວຢ່າງເຊັ່ນ: ແພັກເກັດ 7Gb, ເຮົາກໍ່ຈະສາມາດນຳໃຊ້ອິນເຕີເນັດດ້ວຍຄວາມໄວສູງສຸດຈົນຮອດ 7Gb. ເມື່ອຮອດກຳນົດຂອງຂໍ້ມູນທີ່ເຮົານຳໃຊ້ແລ້ວ, ເຮົາກໍ່ຍັງສາມາດນຳໃຊ້ອິນເຕີເນັດຕໍ່ໄປໄດ້ ແຕ່ຄວາມໄວ້ຂອງອິນເຕີເນັດກໍ່ຈະຫຼຸດລົງ. ຖ້າຫາກເຮົາຢາກໄດ້ຄວາມໄວ້ສູງສຸດ ກໍ່ຈຳເປັນຕ້ອງໄດ້ຈ່າຍເພີ່ມ. ເມື່ອມີແພັກເກັດແບບນີ້ ກໍ່ຈະເປັນການສ້າງຄວາມສະເໝີພາບໃຫ້ແກ່ທຸກຝ່າຍ. ໃຜມັກໃຊ້ຫຼາຍກໍ່ຕ້ອງຈ່າຍເພີ່ມເພື່ອໃຫ້ໄດ້ຄວາມໄວ້ສູງສຸດ, ຜູ້ໃຊ້ໜ້ອຍກໍ່ໄດ້ໃຊ້ຕາມຄວາມໄວສູງສຸດ ແລະ ກໍ່ຮັກສາສິດໃນການນຳໃຊ້ຄວາມໄວ້ສູງສຸດຂອງເຂົາເຈົ້າໄວ້ໄດ້.
ນະໂຍບາຍ Fair Usage Policy (FUP)  ຖ້າຍົກຕົວຢ່າງໃຫ້ເຫັນງ່າຍໆກໍ່ຄືກັນກັບການຈ່າຍຄ່າທາງດ່ວນ. ໃນຊົ່ວໂມງເລັ່ງດ່ວນ, ການຈາລະຈອນໃນເສັ້ນທາງສາຍຫຼັກກໍ່ຈະໜາແໜ້ນເປັນທຳມະດາ. ເພື່ອເປັນການຫຼີກລ້ຽງການຈາລະຈອນທີ່ໜາແໜ້ນກໍ່ຈຳເປັນຕ້ອງໄດ້ມີທາງດ່ວນ. ສະນັ້ນ, ຜູ້ທີ່ຈຳເປັນຈະຕ້ອງໃຊ້ທາງດ່ວນກໍ່ຕ້ອງໄດ້ຈ່າຍເພີ່ມ ເພື່ອຄວາມສະດວກສະບາຍຂອງຕົນເອງ. ອັນນີ້ກໍ່ເປັນຫລັກການກົນໄກພື້ນຖານຂອງຕະຫຼາດໂດຍທົ່ວໄປ.
ສະນັ້ນ, ຈາກຂໍ້ມູນພຶ້ນຖານເຫຼົ່ານີ້ ພໍສາມາດສະຫຼຸບໄດ້ວ່າ ຄຳສັ່ງແນະນຳຂອງກະຊວງ ໄປສະນີ ແລະ ໂທລະຄົມເຊີ່ງບໍ່ອະນຸຍາດໃຫ້ມີແພັກເກດນຳໃຊ້ແບບບໍ່ຈຳກັດ ອາດຈະເພື່ອເປັນການສ້າງຄວາມສະເໝີພາບ ແລະ ຮັກສາສິດຜົນປະໂຫຍດສູງສຸດ ຂອງຜູ້ຊົມໃຊ້ອິນເຕີເນັດທຸກພາກສ່ວນ ໃນການນຳໃຊ້ຄື້ນຄວາມຖີ່ ເຊີ່ງເປັນຊັບພະຍາກອນຂອງຊາດທີ່ມີຢູ່ຢ່າງຈຳກັດ.
ສິ່ງທີ່ຢາກຝາກໄວ້ຕື່ມກໍ່ຄື, ສຳລັບແພັກເກັດທີ່ໃຊ້ຂໍ້ມູນຫຼາຍໆເຊັ່ນ 5Gb ຂຶ້ນໄປ ທາງເຄືອຂ່າຍຄວນຈະມີການນຳໃຊ້ນະໂຍບາຍ Fair Usage Policy (FUP) ເພື່ອໃຫ້ຜູ້ໃຊ້ສາມາດນຳໃຊ້ອິນເຕີເນັດໄດ້ຕໍ່ໄປ ເມື່ອໃຊ້ເກີນແພັກເກັດທີ່ຊື້ໄວ້ ແຕ່ສາມາດຫຼຸດຄວາມໄວລົງໄດ້ລະດັບທີ່ເໝາະສົມ.
ຫວັງວ່າບົດວິເຄາະສັ້ນໆນີ້ ຄົງຈະຊ່ວຍໄຂຂໍຂ້ອງໃຈໃຫ້ທຸກທ່ານໄດ້ບໍ່ຫຼາຍກໍ່ໜ້ອຍ. ພ້ອມກັນນັ້ນເຮົາກໍ່ຂໍຢຳ້ອີກວ່າ ບົດວິເຄາະນີ້ຂຽນຕາມຂໍ້ມູນທາງເຕັກນິກ ເຊີ່ງບໍ່ມີຄວາມກ່ຽວຂ້ອງກັບຄຳສັ່ງ ຫຼື ນະໂຍບາຍຂອງກະຊວງ ໄປສະນີ ແລະ ໂທລະຄົມ. ສຳຫລັບຂໍ້ມູນທາງການນັ້ນ ກໍ່ຕ້ອງໄດ້ລໍຖ້າທາງພາກສ່ວນທີ່ກ່ຽວຂ້ອງເພິ່ນອອກມາຖະແຫຼ່ງຂ່າວຢ່າງເປັນທາງການ.
ທີມງານ ນານາສາລະ.


ທີ່ມາ ນານາສາລະ
Ad