Top Ad

header ads

4 ສູດນ້ຳດີທ໊ອກລຳໄສ້ ພຽງ 3 ມື້ ນ້ຳໜັກຫຼຸດພຸງແນ່ນອນ


ສູດ​ທີ 1: ໂຢເກິ​ດ + ນົມ​ສົດ + ນ້ຳ­ເຜິ້ງ + ໝາກ​ນາວ
     ປະ­ສົມ​ໂຢ​ເກິ​ດ​ທຳ​ມະ​ຊາດ 1 ຖ້ວຍ, ນົມ​ສົດ​ລົດ​ຈືດ 100% 1  ກ່ອງ, ນ້ຳ­ເຜິ້ງ 1 ບ່ວງ​ຊາ ແລະ​ນ້ຳ­ໝາກ​ນາວເຄິ່ງ​ໜ່ວຍ
ຄົນ​ໃຫ້​ເຂົ້າ­ກັນ​ແລ້ວ​ດື່ມ ຫ້າມ​ວາງ​ແຊ​ເຢັນ​ໄວ້ ຖ້າ​ໃຫ້​ດື່ມ​ດີ​ແທ້​ແມ່ນ 7 ໂມງ​ເຊົ້າ​ຈະ​ດີ​ຫຼາຍ ສູດ​ນີ້​ຊ່ວຍ​ກະ​ຕຸ້ນ​ລຳ​ໄສ້​ໃຫ້​ເຮັດ​ວຽກ ເມື່ອ​ເຮົາ​ຖ່າຍ​ສະ­ບາຍ​ແລ້ວ​ພຸງ​ກໍ່​ຈະ​ຍຸບ​ຕາມ​ໄປ​ດ້ວຍ.

ສູດ​ທີ 2: ນົມ​ສົດ + ກ້ວຍ­ນ້ຳ​ວ້າ
     ສູດ​ນີ້​ໃຊ້​ນົມ​ສົດ 2 ກ່ອງ (ລວມ​ປະ­ລິ­ມານ 500 ມິີລີ​ແມັດ) ກິນ​ພ້ອມ​ກັບ​ກ້ວຍ­ນ້ຳ​ 2 ໜ່ວຍ ຫຼື​ຈະ​ເອົາ​ໄປ​ປັ່ນ​ລວມ​ກັນ​ແລ້ວ​ກໍ່​ດື່ມ​ກໍ່​ໄດ້ ດື່ມ​ຕອນ​ທ້ອງ​ວ່າງ ຫຼັງ​ຕື່ນ​ກ່ອນ 6 ໂມງ​ເຊົ້າ​ໄດ້​ແຮງ​ດີ ເພາະ​ເຮົາ​ຈະ​ໄດ້​ຖ່າຍ​ກ່ອນ 7 ໂມງ​ເຊົ້າ ສູດ​ນີ້​ກໍ່​ຈະ​ໄປ​ກະ​ຕຸ້ນ​ໃຫ້​ຖ່າຍ​ອອກ​ມາ ແນະ­ນຳ​ໃຫ້​ເຮັດ​ຕິດ­ຕໍ່​ກັນ 3 ມື້ ຈະ​ຊ່ວຍ​ໃຫ້​ເຮົາ​ຂັບ​ຖ່າຍ​ໄດ້​ດີ​ອີກ​ດ້ວຍ.
ສູດ​ທີ 3: ນ້ຳ​ລ້າໆ + ແກ່ນ​ຜັກ​ອີ່​ຕູ່
     ສູດ​ນີ້​ງ່າຍໆເລີຍ ພຽງ​ກຽມ​ນ້ຳ​ຮ້ອນ 1 ຈອກ ໃສ່​ແກ່ນ​ຜັກ​ອີ່​ຕູ່ 2 ບ່ວງ​ຊາ ຖ້າ 30 ນາ­ທີ​ໃຫ້​ແກ່ນ​ຜັກ​ອີ່​ຕູ່​ໂພງ​ຕົວ​ເຕັມ­ທີ່​ກ່ອນ​ແລ້ວ​ຄ່ອຍ​ດື່ມ ສູດ​ນີ້​ແນະ​ນ້ຳ​ໃຫ້​ດື່ມ​ກ່ອນ​ນອນ ແກ່ນ​ຜັກ​ອີ່​ຕູ່​ຈະ​ມີ​ໃຍ​ອາ­ຫານ​ສູງ ແລະ​ມີ​ສັບ­ພະ​ຄຸນ​ເປັນ​ຍາ​ລະ­ບາຍ​ອ່ອນໆ ຕື່ນ​ເຊົ້າ​ມາ​ຖ່າຍ​ສະ­ດວກ, ສະ­ບາຍ​ພຸງ, ເບົາ​ຕົວ​ໄປ​ອີກ.
ສູດ​ທີ 4: ນ້ຳ​ລ້າໆ 1 ລິດ + ໝາກ​ນາວ 2 ໜ່ວຍ + ເກືອ 2 ບ່ວງ​ຊາ
     ໃຜ​ຈະ​ເຮັດ​ສູດ​ນີ້ ໃຫ້​ແນະ­ນຳ​ເຮັດ​ມື້​ຜັກ​ຜ່ອນ ເພາະ​ເຮັດ​ສູດ​ນີ້​ແລ້ວ​ທ່ານ​ຈະ​ຖ່າຍ​ແບບ​ບໍ່​ເປັນ​ເວ­ລາ​ເລີຍ​ບາດ​ດຽວ ກຽມ​ນ້ຳ​ລ້າໆ 1 ລິດ ບີບ​ນ້ຳ­ໝາກ​ນາວ 2 ໜ່ວຍ ແລ້ວ​ຕາມ​ດ້ວຍ​ເກືອ 2 ບ່ວງ​ຊາ ແລະ​ຄົນ​ໃຫ້​ເຂົ້າ­ກັນ ພະ­ຍາ­ຍາມ​ດື່ມ​ໃຫ້​ໝົດ​ພາຍ​ໃນ 10Œ20 ນາ­ທີ ພໍ​ດື່ມ​ໝົດ​ຈອກ​ແລ້ວ​ບຶດ­ໜຶ່ງ​ທ່ານ​ຈະ​ຮູ້­ສຶກ​ເຈັບ­ທ້ອງ​ເຂົ້າ​ຫ້ອງ​ນ້ຳ​ທັນ​ທີ່ ສູດ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ຖ່າຍ​ແບບ​ໝົດ​ລຳ​ໄສ້​ແທ້ໆ ຄື​ກັບ​ວ່າ​ຊ່ວຍ​ດັນ​ຂອງ​ເກົ່າ​ທີ່​ມີ​ຢູ່​ອອກ​ມາ​ຈົນ​ໝົດ ສະ­ບາຍ​ພຸງ​ແນ່­ນອນ ແຕ່​ສູດ​ນີ້​ແນະ­ນຳ​ໃຫ້​ເຮັດ​ອາ­ທິດ​ລະ​ເທື່ອ​ກໍ່​ພໍ ເຮັດ​ທຸກ​ມື້​ບໍ່​ໄຫວ​ແທ້ໆ.


Ad