Top Ad

header ads

ຊາຍໜຸ່ມອິນເດຍມັກກິນມີດ ທ່ານໝໍຜ່າຕັດອອກມາຈາກທ້ອງໄດ້ 40 ເຫຼັ້ມ

ເວັບໄຊຂ່າວອັງກິດ ເດລິເມລ ໄດ້ລາຍງານຈາກເມືອງເກີຄັສເພີ ປະເທດອິນເດຍ ໃນວັນທີ 22 ສິງຫາ ວ່າທ່ານໝໍໃນໂຮງໝໍ ຄໍເປີເລດ ຮອດພິທອດ ໃນເມືອງເກີຄັສເພີ ລັດປັດຈາບຂອງອິນເດຍ ຫຼັງຈາກທ້າວຈານເນລ ຊິງ ອາຍຸ 42 ປີ ເດີນທາງມາທີ່ໂຮງໝໍໃນຄະນະທີ່ຮ່າງກາຍອອ່ນແອລົງແລະມີອາການເຈັບທ້ອງຢ່າງຮຸນແຮງອາການດັ່ງກ່າວເລີ້ມຜິດປົກກະຕິຕັ້ງແຕ່ 2-3 ມື້ທີ່ຜ່ານມາກ່ອນຈະເດີນທາງມາພົບທ່ານໝໍ ພາຍຫຼັງທີ່ໄດ້ອັນຕ້າຊາວໃນບໍລິເວນທ້ອງຂອງລາວກໍ່ໄດ້ພົບວັດຖຸທີ່ປະຫຼາດເຊິ່ງມີລັກສະນະຄ້າຍຄືກັບຂອງແຂງມີຮູບຮ່າງຄ້າຍຄືກັບກ້ອນມະເຮັງ ເມື່ອລາວໄດ້ຜ່າທ້ອງກໍ່ໄດ້ພົບວ່າ ມັນແມ່ນມີດທີ່ຊາຍໜຸ່ມຄົນນີ້ໄດ້ກຶນກິນລົງທ້ອງຈຳນວນ 40 ເຫຼັ້ມ
ທ້າວຊິງໄດ້ໃຫ້ສຳພາດວ່າ ລາວມັກລົດຊາດຂອງມີດຫຼາຍດັ່ງນັ້ນລາວຈຶ່ງເລີ້ມກິນມີດລົງທ້ອງຕັ້ງແຕ່ສອງເດືອນທີ່ຜ່ານມາ, ຫຼັງຈາກການຜ່າຕັດດຳເນີນໄປເຖິງ 5 ຊົ່ວໂມງ ທ່ານໝໍກໍ່ສາມາດເອົາມີດອອກຈາກທ້ອງຈົນໝົດແລະຊ່ວຍຊີວິດລາວໄວ້ໄດ້ ນານຊິງລາວຕ້ອງຢູ່ຮັກສາໂຕເອງໃນໂຮງໝໍ ເມື່ອອາການຂອງລາວດີຂຶ້ນທ່ານໝໍຈຶ່ງອານຸຍາດໃຫ້ກັບບ້ານໄດ້




ຂໍຂອບໃຈຂໍ້ມູນຈາກ: www.dailynews.co.th
Ad