Top Ad

header ads

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ໄຂຂຶ້ນທີ່ນະຄອນຫລວງວຽງຈັນ


ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48ໄດ້ໄຂຂຶ້ນຢ່າງເປັນທາງການໃນເຊົ້າວັນທີ 3 ສິງຫານີ້ທີ່ນະຄອນຫລວງວຽງຈັນໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດກ່າວເປີດກອງປະຊຸມສຳຄັນນີ້ມີລັດຖະມົນຕີເສດຖະກິດຂອງ 10 ປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມນຳດ້ວຍ.
          ກ່ອນກ່າວເປີດປະຊຸມຂອງທ່ານນາຍົກລັດຖະມົນຕີທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມ ກໍໄດ້ກ່າວຕ້ອນຮັບບັນດາຜູ້ແທນ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ບັນດາປະເທດອາ
ຊຽນຄູ່ເຈລະຈາອາຊຽນປະເທດເພື່ອນມິດສາກົນທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ໃນການກະກຽມດຳ ເນີນກອງປະຊຸມສຳຄັນຄັ້ງນີ້ ເພື່ອຈະເປັນເງື່ອນໄຂອັນດີໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2016ນີ້ທີ່ນະຄອນຫລວງວຽງຈັນ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
          ໃນບົດປາໃສກ່າວເປີດກອງປະຊຸມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນເຖິງຜົນສຳເລັດອັນພົ້ນເດັ່ນຫລາຍດ້ານທີ່ອາຊຽນຍາດມາໄດ້ໃນຜ່ານມາ ເປັນຕົ້ນ ສາມາດຮັກສາສະຖຽນລະພາບທາງດ້ານເສດຖະກິດເຮັດໃຫ້ເສດຖະກິດມີການເຕີບໂຕຢ່າງໝັ້ນ ທ່ຽງ ແລະ ຕໍ່ເນື່ອງບໍລິມາດການລົງທຶນ ແລະ ການທ່ອງທ່ຽວອາຊຽນ ກໍມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີທີ່ສຳຄັນ ແມ່ນການປະກາດສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ທ້າຍປີ 2015 ຜ່ານມານີ້ໄດ້ກາຍເປັນນິມິດໝາຍທາງປະຫວັດສາດທີ່ສຳຄັນຂອງອາ ຊຽນ ໃນການບັນລຸເປົ້າໝາຍວິໄສທັດ 2015ພ້ອມທັງເຮັດໃຫ້ອາຊຽນກາຍເປັນພາກພື້ນ ທີ່ມີຕະຫລາດ ແລະ ຖານການຜະລິດໜຶ່ງດຽວມີການເຄື່ອນຍ້າຍສິນ ຄ້າບໍລິການການ ລົງທຶນ ແລະ ແຮງງານຢ່າງເສລີໃນພາກພື້ນ,ພ້ອມນີ້ ຍັງສ້າງໃຫ້ອາຊຽນກາຍ ເປັນພາກພື້ນທີ່ມີຄວາມອາດສາມາດດ້ານການແຂ່ງຂັນສູງ ແລະ ສາມາດເຊື່ອມໂຍງເສດຖະກິດ ເຂົ້າກັບພາກພື້ນອື່ນໆຢ່າງກ້ວາງຂວາງ ແລະ ຍັງເຮັດໃຫ້ອາຊຽນກາຍເປັນພາກພື້ນ ທີ່ມີ ການເຄື່ອນໄຫວບົນພື້ນຖານຫລັກການ ແລະ ລະບຽບການທີ່ມີຄວາມສອດຄ່ອງກົມກຽວນຳ ກັນ. ຄຽງຄູ່ກັນນີ້ ອາ ຊຽນຍັງຈະໄດ້ສືບຕໍ່ສຸມໃສ່ການເຈລະຈາເປີດຂະແໜງການບໍລິການ ໃຫ້ຄົບຕາມຈຳນວນທີ່ໄດ້ກຳນົດໄວ້ ຢູ່ໃນສັນຍາການຄ້າການບໍລິການອາຊຽນໃຫ້ມີ ຄວາມສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ວຽກງານການຄ້າອາຊຽນ ຈະຕ້ອງໄດ້ສຸມໃສ່ບັນຫາທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າໂດຍ ສະເພາະບັນຫາສິ່ງກີດຂວາງທີ່ບໍ່ແມ່ນອັດຕາພາສີຂັ້ນຕອນການແຈ້ງພາສີ ແລະ ການ ສ້າງລະບຽບການພາຍໃນ ທີ່ບໍ່ເອື້ອອຳນວຍຕໍ່ການຄ້າດ້ານການລົງທຶນອາຊຽນຕ້ອງໄດ້ສືບຕໍ່ເພີ່ມທະວີການປັບປຸງບັນດາລະບຽບການກົນໄກ ແລະ ຂັ້ນຕອນຕ່າງໆ ເພື່ອສ້າງ ສິ່ງແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ນັກລົງທຶນ ແລະ ເຮັດໃຫ້ອາຊຽນເປັນຈຸດໝາຍປາຍ ທາງຂອງການລົງທຶນ.
          ທ່ານນາຍົກ ກ່າວວ່າ: ການສ້າຕັ້ງປະຊາຄົມເສດຖະກິດອາຊຽນໃນປີ 2015 ນີ້ເປັນພຽງຈຸດເລີ່ມຕົ້ນຂອງການເຊື່ອມໂຍງເສດຖະກິດອາຊຽນເທົ່ານັ້ນຊຶ່ງອາຊຽນຍັງຈະ ຕ້ອງໄດ້ສືບຕໍ່ກ້າວເດີນໄປຂ້າງໜ້າຢ່າງມີຍຸດທະສາດດັ່ງນັ້ນ ກອງປະຊຸມສຸດຍອດຜູ້ນຳ ອາຊຽນຄັ້ງທີ 27 ທີ່ໄດ້ຈັດຂຶ້ນໃນເດືອນພະຈິກ 2015 ທີ່ກົວລາລຳເປີ ປະເທດມາເລເຊຍ ຜ່ານມານັ້ນຜູ້ນຳອາຊຽນໄດ້ຮັບຮອງເອົາແຜນງານປະຊາຄົມເສດຖະກິດອາຊຽນ 2025 ຫລື AEC Blueprint 2025 ໃນໄລຍະ 10 ປີຕໍ່ໜ້າຊຶ່ງໄດ້ກຳນົດເອົາ 5 ເປົ້າໝາຍ ຫລັກຄື: ໜຶ່ງ,ປະເທດສະມາຊິກອາຊຽນຕ້ອງມີລະບົບເສດຖະກິດທີ່ເຊື່ອມໂຍງ ແລະ ຍັບເຂົ້າກັນສູງຂຶ້ນສອງປະຊາຄົມເສດຖະກິດອາຊຽນຕ້ອງມີຄວາມສາມາດແຂ່ງ ຂັນມີນະວັດຕະກໍາໃໝ່ ແລະ ເຂັ້ມແຂງຂຶ້ນກວ່າເກົ່າສາມ,ສົ່ງເສີມການເຊື່ອມຈອດດ້ານເສດຖະ ກິດ ແລະ ການຮ່ວມມືຂອງຂະແໜງການສີ່ປະຊາຄົມເສດຖະກິດອາຊຽນ ມີຄວາມສາມາດປັບຕົວເດີນໜ້າໄປພ້ອມກັນກັບທຸກພາກສ່ວນ ແລະ ມີປະຊາຊົນເປັນຈຸດ ສູນກາງ ແລະ ຫ້າປະຊາຄົມເສດ ຖະກິດອາຊຽນເປັນສ່ວນສຳຄັນ ແລະ ມີບົດບາດໂດດ ເດັ່ນໃນປະຊາຄົມໂລກ. ສະນັ້ນ ກອງປະຊຸມຄັ້ງນີ້ ຈະພ້ອມກັນພິຈາລະນາປຶກສາຫາລື ບັນດາກົນໄກ ແລະ ມາດຕະການຕ່າງໆທີ່ເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອຜັນຂະຫຍາຍເນື້ອໃນຂອງແຜນງານດ່ັງກ່າວນັ້ນ ໃຫ້ໄດ້ຮັບຜົນສຳເລັດສູງ.

          ໃນຕອນທ້າຍທ່ານນາຍົກ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ບັນດາຜູ້ແທນເຂົ້າຮ່ວມ ໄດ້ເອົາໃຈໃສ່ບາງບັນຫາດັ່ງນີ້: ຮັບປະກັນການຈັດຕັ້ງປະຕິບັດແຜນງານ 2025 ໃຫ້ປະ ກົດຜົນເປັນຈິງໂດຍມີການກຳນົດກົນໄກແຜນວຽກລະອຽດລະບົບປະສານງານ ແລະ ການຕິດຕາມປະເມີນຜົນຢ່າງເປັນລະບົບຮັບປະກັນເຮັດໃຫ້ການດຳເນີນທຸລະກິດໃນອາ ຊຽນມີຄວາມສະດວກ ແລະ ມີຕົ້ນທຶນຕ່ຳຮັບປະກັນການເປັນໃຈກາງຂອງອາຊຽນ ຂອງ ການຮ່ວມມືດ້ານເສດຖະກິດກັບບັນດາຄູ່ເຈລະຈາຮັບປະກັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຄຳຂວັນທີ່ວ່າ: ຫັນວິໃສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງອາຊຽນ”; ຮັບປະກັນໃຫ້ມີການພັດທະນາທີ່ສະເໝີພາບ ແລະ ເທົ່າທຽມກັນໃນອາຊຽນຮັບປະກັນຜົນ ປະໂຫຍດໃຫ້ແກ່ພາກທຸລະກິດຂອງອາຊຽນ ຈາກການເຂົ້າຮ່ວມເຂດການຄ້າເສລີລະຫວ່າງ ອາຊຽນ ແລະ ຄູ່ຮ່ວມເຈລະນາຮັບປະກັນການເຂົ້າຮ່ວມຢ່າງຫ້າວຫັນ ແລະ ຢ່າງເປັນ ເຈົ້າການຂອງພາກທຸລະກິດໃນການຈັດຕັ້ງປະຕິບັດແຜນປະຊາຄົມເສດຖະກິດອາຊຽນ 2025 ຢ່າງມີປະສິດທິຜົນ.


Ad