Top Ad

header ads

ຍິງຣັສເຊຍ ພະຍາຍາມຊຸບຊີວິດຜົວ ເກັບສົບໄວ້ 4 ເດືອນບໍ່ຍອມບອກເຈົ້າໜ້າທີ່



ຍິງຊະລາຄົນໜຶ່ງອາຍຸ 76 ປີກະສຽນຈາກອາຊີບນັກບຳບັດໂລກ ຈາກເມືອງວອລໂກຣາດຕອນກາງ ປະເທດຣັສເຊຍສ້າງຄວາມຕົກໃຈໃຫ້ກັບເຈົ້າໜ້າທີ່ຕຳຫຼວດ ເນື່ອງຈາກວ່ານາງບໍ່ແຈ້ງວ່າຜົວຂອງນາງອາຍຸ 87 ຜີວ່າເສຍຊີວິດແລ້ວ ເພາະເຊື່ອວ່າຕົນເອງຈະສາມາດເຮັດໃຫ້ຜົວກັບມາມີຊີວິດອີກຄັ້ງ ດ້ວຍການໄຊ້ນ້ຳສັກສິດພົມລົງທີ່ໂຕຂອງຜົວ ແລະສວດມົນພາວະນາຕະຫຼອດເວລາ
ເລື່ອງລາວລຶກລັບຂອງຍິງຊະລາຄົນນີ້ຖືດເປີດເຜີຍເມື່ອວັນທີ 12 ສິງຫາທີ່ຜ່ານມາ ເມື່ອຫ້ອງພັກທີ່ນາງອາໃສຢູ່ນັ້ນເກີດນ້ຳຖ້ວມ ແລະເພື່ອນບ້ານພະຍາຍາມເຂົ້າໄປເພື່ອປິດນ້ຳ ແລ້ວພວກເຂົາກໍ່ພົບສົບຂອງຜົວນາງຢູ່ບໍລິເວນຫ້ອງນັ່ງຫຼິ້ນ ແລະຮີບແຈ້ງຄວາມທັນທີ ເຈົ້າໜ້າທີ່ສັນນະສູດພົບວ່າຊາຍຄົນນີ້ ເສຍຊີວິດມາເປັນເວລາ 4-6 ເດືອນແລ້ວແຕ່ບໍ່ພົບຮ່ອງຮອຍການຕໍ່ສູ້ຫຼືທຳຮ້າຍຮ່າງກາຍແຕ່ຢ່າງໃດ ແລະໄດ້ສະຫຼຸບວ່າລາວເສຍຊີວິດຕາມທຳມະຊາດ
ເພື່ອນບ້ານຂອງນາງເວົ້າວ່າມີກິ່ນແປກໆ ລອຍອອກມາຈາກຫ້ອງຂອງຍິງຄົນນີ້ ແຕ່ບໍ່ມີໃຜຄິດວ່າຈະມີຫຍັງຮ້າຍແຮງ ແລະຊາຍຜົວເປັນຜົວໄດ້ຮັບບາດເຈັບທີ່ຂາຮຸນແຮງເມື່ອປີ 2015 ຈົນບໍ່ສາມາດຍ່າງໄດ້ຕ້ອງນອນຢູ່ເທິງຕຽງຢ່າງດຽວ ດັ່ງນັນຄົນທີ່ຮູ້ທຸກຢ່າງດີກໍ່ມີພຽງເມຍລາວເທົານັ້ນ ເພື່ອຄວາມແນ່ໃຈວ່ານາງຈະບໍ່ຖືກລົບກວນຫຼືຂັດຂວາງ ໃນການເຮັດໃຫ້ຜົວກັບມາມີຊີວິດອີກຄັ້ງ ນາງຈຶ່ງບອກກັບທຸກຄົນວ່າຜົວນາງສະບາຍດີ ແຕ່ບໍ່ສະດວກທີ່ຈະພົບໃຜ
ລະຫວ່າງການກວດສອບ ເຈົາໜ້າທີ່ຕຳຫຼວດພົບວ່າ ຍິງຄົນນີ້ເຄີຍເປັນແພດມາກ່ອນ ແລະຫາກໍ່ຫັນມາສົນໃຈໃນສາດລຶກລັບເມື່ອບໍ່ເທົ່າໃດປີຜ່ານມາ ແລະມົກມຸ່ນຢູ່ກັບ ລີໂອນອຍ ໂຄໂນວາລອບ ນາງທຽມຣັສເຊຍທີ່ສະແດງໃນທໍລະທັດກ່ຽວກັບການສື່ສານກັບຄົນຕາຍ

ແຫຼ່ງຂ່າວ: ເວີກພ້ອຍນິວ
Ad