Top Ad

header ads

ເດັກ 4 ປີ ຖືກປືນໄຟຍິງໃສ່ ລູກປືນຝັງກວ່າຮ້ອຍລູກ


ສໍານັກຂ່າວຕ່າງປະເທດຈີນລາຍງານວ່າ ບ່າຍວັນທີ່ 19 ສິງຫາ ທີ່ຜ່ານມາ ທີ່ເມືອງເຫິງຫຍາງ ເດັກຍິງອາຍຸ 4 ປີເຄິ່ງກັບມູ່ອີກ 7-8 ຄົນ ກໍາລັງຫຼີ້ນກັນຢູ່ບ້ານ ລະຫວ່າງນັ້ນມີເດັກຍິງອາຍຸ 8 ປີຄົນໜຶ່ງ ຫ້າມບໍ່ໃຫ້ຄົນອື່ນນຳນາງຂຶ້ນໄປຊັ້ນສອງຂອງບ້ານ ແລ້ວຫຍິ້ບປືນໄຟກະບອກໜຶ່ງອອກມາຫວັງຂູ່ໃຫ້ຄົນອື່ນຢ້ານ ແຕ່ບໍ່ສໍາເລັດເພາະບໍ່ມີໃຜຢ້ານເລີຍ.
ດັ່ງນັ້ນນາງຈຶ່ງລັ່ນໄກປືນເພື່ອໃຫ້ເກີດສຽງດັງເພື່ອຂູ່ໃຫ້ທຸກຄົນຢ້ານ ແຕ່ລູກປືນທັງໝົດພຸ່ງເຂົ້າມາໃສ່ໂຕເດັກຍິງອາຍຸ 4 ປີເຄິ່ງ ທີ່ຢືນຢູ່ຂ້າງໜ້າຢ່າງຈັງ ລູກປືນຝັງໃນໜ້າເອິກ ທ້ອງ ຄໍ ແຂນ ແລະ ໃບໜ້ານັບຮ້ອຍກວ່າລູກເຮັດໃຫ້ໄດ້ຮັບບາດເຈັດສາຫັດ.
ຫຼັງຜູ້ເປັນນ້າຊາຍເຂົ້າໄປເຫັນເຫດການກໍ່ຮິບນໍາຕົວຫຼານສາວສົ່ງໂຮງໝໍໃກ້ຄຽງທັນທີ ແຕ່ໂຮງໝໍດັ່ງກ່າວ ບໍ່ມີເຄືອງມືທາງການແພດທີ່ເໝາະສົມ ຈຶ່ງສົ່ງເດັກໄປໂຮງໝໍຂອງມະຫາວິທະຍາໄລຫນານຫົວ ແພດໄດ້ໃຫ້ອອກຊີແຈນ ແລະ ນໍ້າເກືອ ແລ້ວສົ່ງໂຕນາງໄປໂຮງໝໍຊຽນຫຍາງ ເພາະມີທີມແພດ ແລະ ເຄື່ອງໄມ້ເຄື່ອງມືທາງການແພດພ້ອມກວ່າ.
ແລງວັນຕໍ່ມາຈາກສົ່ງຕົວດັກໄປໂຮງໝໍດັ່ງກ່າວ ແພດໄດ້ທໍາການເອັກຊະເລກວດຮ່າງກາຍນາງ ແລ້ວວິນິໄສວ່າສິ່ງທີ່ສໍາຄັນຕອນນີ້ກໍ່ຄືການປ້ອງກັນການຕິດເຊື້ອ ແລະ ໂລກແທກຊ້ອນ ຂະນະນີ້ແພດໄດ້ທໍາການຜ່າຕັດເອົາລູກປືນອອກມາໄດ້ແລ້ວ 20 ກວ່າລູກຍັງເຫຼືອຮ້ອຍກວ່າລູກທີ່ຍັງບໍ່ໄດ້ເອົາອອກມາ.
ເຊິ່ງການຜ່າຕັດຄັ້ງນີ້ມີຄ່າໃຊ້ຈ່າຍສູງຫຼາຍ ເບື້ອງຕົ້ນ ປະມານ 2 ແສນຢວນ ແລະ ຍັງຕ້ອງຈ່າຍອີກ 1 ລ້ານຢວນພໍ່ແມ່ຂອງເດັກຍິງຜູ້ກໍ່ເຫດຈຶ່ງຕ້ອງນໍາເຂົ້າໄປຂາຍ ດ້ວຍມີລູກ 4 ຄົນ ຖານະຄອບຄົວບໍ່ດີ  ດັ່ງນັ້ນເຖິງແມ່ນວ່າຄອບຄົວຂອງເດັກຍິງຜູ້ກໍ່ເຫດຈະປະກາດຮັບຜິດຊອບ ແຕ່ກໍ່ບໍ່ສາມາດຈ່າຍເງິນຈໍານວນຫຼາຍນີ້ໄດ້ທັງໝົດ.
ແຫຼ່ງຂ່າວ: ສະໜຸກ
Ad