Top Ad

header ads

ສຸດອຶ້ງ ຊາຍໜຸ່ມຄົນຈີນ ກິນນ້ຳຢາລ້າງຈານມື້ລະເຄິ່ງແກ້ວ 4 ປີເພື່ອສຸຂະພາບ

ສຳນັກຂ່າວດັ່ງຂອງຈີນໄດ້ລາຍງານວ່າ ທ້າວຈາງ ຫຍູ່ ເປັນຄົນຈີນເມືອງຊົງຊິ່ງ ເຊິ່ງອ້າງວ່າໄດ້ທົດລອງກິນນ້ຳຢາລ້າງຈານມາຕັ້ງແຕ່ປີ 2012 ຈົນເຖິງປະຈຸບັນ ແຕ່ລະມື້ລາວຈະກິນນ້ຳຢາລ້າງຈານແລະແຊມພູເພື່ອໃຫ້ສຸຂະພາບຂອງລາວດີແລະສົ່ງຜົນໃຫ້ລາວກາຍເປັນຄົນດັງ
ລ້າສຸດສຳນັກຂ່າວຊິນຫົວ ໄດ້ລະບຸວ່າ ຊາຍໜຸ່ມອາຍຸ 31 ປີ ອ້າງວ່າລາວໄດ້ໄປພົບທ່ານໝໍເພື່ອກວດຮ່າງກາຍຫຼັງຈາກໄດ້ກິນນ້ຳຢາງລ້າງຈານມາເປັນເວລາ 4 ປີ ແລ້ວພົບວ່າຮ່າງກາຍຂອງລາວປົກກະຕິດີແຕ່ບໍ່ແນະນຳໃຫ້ທຸກຄົນກິນນ້ຳຢາເຫຼົ່ານີ້
ຊາຍໜຸ່ມຄົນນີ້ອາດມີຄວາມຜິດປົກກະຕິທາງດ້ານພຶດຕິກຳກ່ຽວກັບການບໍລິໂພກ ເຊັ່ນຜູ້ຄົນຈຳນວນໜຶ່ງມີຄວາມຜິດປົກກະຕິທີ່ມັກກິນອາຫານທີ່ບໍ່ມີຄຸນຄ່າທາງດ້ານໂພຊະນາການແລະອາຫານທີ່ເປັນອັນຕະລາຍຕໍ່ຮ່າງກາຍ ດັ່ງນັ້ນຈຶ່ງເປັນໄປບໍ່ໄດ້ທີ່ຈະດື່ມນ້ຳຢາລ້າງຈານແລ້ວຍັງຈະມີສຸຂະພາບແຂງແຮງດີ ໃນຂະນະທີ່ຂໍ້ມູນລະບຸວ່ານີ້ມັນເປັນເລື່ອງທີ່ຫຼອກລວງເພາະໂຕລາວເອງຢາກດັງເທົ່ານັ້ນ




ຂໍຂອບໃຈຂໍ້ມູນຈາກ: shanghaiist.com
Ad