Top Ad

header ads

ເສັ້ນທາງ ແຕ່ 4 ແຍກດົງໂດກ ຫາ ໄຟແດງຕານມີໄຊ ໃກ້ສຳເລັດ


ການກໍ່ສ້່ງເສັ້ນທາງແຕ່ 4 ແຍກດົງໂດກ 450 ປີ ຫາ ໄຟແດງຕານມີໄຊ ໃຫ້ສຳເລັດແລ້ວ ປັດຈຸບັນຍັງພຽງຫນ້າວຽກ ວຽກຕິດປ້າຍຈາລະຈອນ, ຕິດໄຟເຍືອງທາງ, ປັບສະຖານທີ່ສອງຂ້າງທາງ ແລະ ໜ້າວຽກຍ່ອຍບາງຈຸດ.
ທ່ານ ຫຸມພັນ ດວງພະເດດ ຫົວໜ້າໂຄງການກໍ່ສ້າງກ່າວວ່າ: ໂຄງການກໍ່ສ້າງປັບປຸງຍົກລະດັບເສັ້ນທາງແຕ່ 4 ແຍກໄຟແດງ 450 ປີ ຫາ ດົງໂດກ-ຕານມີໄຊ ເປັນເສັ້ນທາງປູເບຕົງເສີມເຫຼັກ ທີ່ໄດ້ເລີ່ມລົງມືຈັດຕັ້ງປະຕິບັດເດືອນຕຸລາ 2015 ເປັນທາງ 4 ຊ່ອງຈາລະຈອນ ທີ່ມີຄວາມກວ້າງ 28 ແມັດ, ມີມູນຄ່າ 10.5 ລ້ານໂດລາ, ໂດຍແມ່ນບໍລິສັດວິສະວະກຳ ຈີນຢຸນນານ ເປັນຜູ້ຮັບເໝົາກໍ່ສ້າງ.
ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວສຳເລັດຫຼາຍກວ່າ 95%.ສຳລັບໜ້າວຽກທີ່ຍັງບໍ່ທັນໄດ້ປະຕິບັດແມ່ນ: ວຽກຕິດປ້າຍຈາລະຈອນ, ຕິດໄຟເຍືອງທາງ, ປູກຕົ້ນໄມ້ປະດັບປະດາເສັ້ນທາງ, ວຽກໂຄງສ້າງຊັ້ນທາງ, ປັບສະຖານທີ່ສອງຂ້າງທາງເພື່ອປູກຕົ້ນໄມ້ ແລະ ປູກຫຍ້າ ແລະ ໜ້າວຽກຍ່ອຍບາງຈຸດ.



ທີ່ມາ ເສດຖະກິດ ການຄ້າ
Ad