Top Ad

header ads

ລາວຈະດໍາເນີນຫລາຍມາດຕະການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII


  ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ປີ 2016 ນີ້ແມ່ນປີເລີ່ມຕົ້ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020), ຊຶ່ງແຜນດັ່ງກ່າວໄດ້ວາງຄາດໝາຍສໍາຄັນໄວ້ຄື: ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງສະເລ່ຍບໍ່ຫລຸດ 7,5% ຕໍ່ປີຫັນໂຄງປະກອບເສດຖະກິດໄປຕາມທິດຫັນເປັນອຸດສະຫະກໍາທັນສະໄໝໃນນັ້ນຂະແໜງກະສິກໍາ-ປ່າໄມ້ກວມເອົາ 19%, ອຸດສະຫະກໍາ 32% ແລະ ຂະແໜງບໍລິການກວມເອົາ 41% ຂອງລວມຍອດຜະລິດຕະພັນພາຍໃນ (GDP),ຂະນະທີ່ຄວາມຕ້ອງການແຫລ່ງທຶນເພື່ອການພັດທະນາປະເທດມີເຖິງ 223 ພັນຕື້ກີບໃນນັ້ນການລົງທຶນຂອງພາກລັດກວມເອົາປະມານ 23-28% ຂອງການລົງທຶນທັງໝົດ ແລະ ເພື່ອໃຫ້ບັນລຸຄາດໝາຍດັ່ງກ່າວລັດຖະບານ
ຈະໄດ້ເພີ່ມທະວີຄວາມພະຍາຍາມຫລາຍຂຶ້ນໃນການນໍາໃຊ້ມາດຕະການຕ່າງໆ ເພື່ອສ້າງເງື່ອນໄຂຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງໂດຍສະເພາະເສີມຂະຫຍາຍຂະແໜງປຸງແຕ່ງກະສິກໍາ ແລະ ການທ່ອງທ່ຽວໃຫ້ມີການຂະຫຍາຍຕົວກວ້າງ ຂວາງທັງຈາກການລົງທຶນຂອງພາກລັດ ແລະ ເອກະຊົນສະໜອງການບໍລິການດ້ານການເງິນນິຕິກໍາລະບຽບການ ເພື່ອສ້າງຜູ້ປະກອບການໃຫ້ມີຄວາມພ້ອມທາງດ້ານເຕັກນິກວິຊາການສາມາດແຂ່ງຂັນຢູ່ຕະຫລາດພາຍໃນ ແລະ ສາກົນໄດ້ປະຕິບັດນະໂຍບາຍພັດທະນາເສດຖະກິດຫລາຍພາກ ສ່ວນໃຫ້ເຂັ້ມແຂງ ທັງສາມາດຊ່ວຍໜູນເຊິ່ງກັນ ແລະ ກັນຍົກປະສິດທິພາບຂອງລັດວິສາຫະກິດໃຫ້ຄວາມເຂັ້ມແຂງເພື່ອເປັນພື້ນຖານໃຫ້ແກ່ພາກສ່ວນເສດຖະກິດອື່ນໆຂະນະດຽວກັນວິສາຫະກິດໃດບໍ່ມີປະສິດທິຜົນກໍຕ້ອງໃຫ້ຢຸດເຊົາ ຫລື ຫັນປ່ຽນຮູບແບບການດໍາເນີນທຸລະກິດ ເພື່ອໃຫ້ພາກເອກະຊົນກໍຄືທຸກພາກສ່ວນສັງຄົມມີຄວາມເປັນເຈົ້າການຕັ້ງໜ້າບຸກບືນດໍາເນີນທຸລະກິດຂອງຕົນມີຄວາມເຕີບໃຫຍ່ຢ່າງແຂງແຮງແຕ່ລະທ້ອງຖິ່ນເອົາໃຈໃສ່ຄົ້ນຄວ້າ ແລະ ກໍານົດທ່າແຮງຕົ້ນຕໍຂອງຕົນ ເພື່ອນໍາໃຊ້ເຂົ້າໃນການປັບປຸງພື້ນຖານເສດຖະກິດໃຫ້ເຂັ້ມແຂງມີຄຸນະພາບ ແລະ ຍືນຍົງເລັ່ງລັດດໍາເນີນໂຄງການຂະໜາດໃຫຍ່ດ້ານພະລັງງານທາງລົດໄຟທາງດ່ວນສະໜາມບິນລະບົບຂົນສົ່ງຄ່ຽນຖ່າຍສີນຄ້າ ແລະ ອື່ນໆ ໃຫ້ເພື່ອອໍານວຍຄວາມສະດວກໃຫ້ແກ່ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝເທື່ອລະກ້າວ. ສ່ວນກົນໄກການຈັດຕັ້ງປະຕິບັດແມ່ນລັດຖະບານຈະອອກດໍາລັດຈັດຕັ້ງປະຕິບັດ ແລະ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ອອກບົດແນະນໍາຈັດຕັ້ງປະຕິບັດດ້ານວິຊາການ ແລະ ທັງເປັນໃຈກາງປະສານງານລະຫວ່າງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອຜັນຂະຫຍາຍແຜນພັດທະນາໃຫ້ເປັນອັນລະອຽດ ແລະ ມີປະສິດທິຜົນສູງຂະນະດຽວກັນບັນດາລັດຖະ ມົນຕີເຈົ້າແຂວງ-ເຈົ້າຄອງ ຕ້ອງຍົກສູງຄວາມຮັບພິຊອບຢ່າງຈະແຈ້ງ ໂດຍນໍາໃຊ້ກົນໄກການຄຸ້ມຄອງຕາມທິດ 3 ສ້າງແຕ່ສູນກາງຮອດທ້ອງຖິ່ນເພື່ອໃຫ້ມີຄວາມສະດວກ ແລະ ສາມາດຈັດຕັ້ງປະຕິ ບັດຢ່າງມີຜົນສໍາເລັດ ແລະ ອັນສໍາຄັນແມ່ນຕ້ອງເພີ່ມທະວີການໂຄສະນາເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ ຂອງພັກແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີVIII (2016-2020) ແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດ ໃຫ້ພະນັກງານລັດຖະກອນ,ທະຫານຕໍາຫລວດປະຊາຊົນບັນດາເຜົ່ານັກຮຽນ-ນັກສຶກສາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆ ກໍາແໜ້ນເຊື່ອມຊືມ ແລະ ຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

           ກະຊວງດັ່ງກ່າວໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີVII ( 2011-2015) ເຫັນວ່າເສດຖະກິດຂອງປະເທດເຮົາໄດ້ມີການເຕີບໃຫຍ່ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ,ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານຊຶ່ງສະແດງອອກຄື: ປະຊາຊົນມີວຽກເຮັດງານທໍາເພີ່ມຂຶ້ນ,ຊີວິດການເປັນຢູ່ນັບມື້ດີຂຶ້ນອັດຕາເງິນເຟີ້ຢູ່ໃນລະດັບຕໍ່າການຜະລິດຂອງຂະແໜງກະສິກໍາອຸດສະຫະກໍາ ແລະ ບໍລິການ ໄດ້ເພີ່ມຂຶ້ນໃນລະດັບໜ້າພໍໃຈການສົ່ງອອກ-ນໍາເຂົ້າສິນຄ້າການລົງທຶນຂອງພາກລັດ ແລະ ເອກະຊົນເພີ່ມຂຶ້ນອັດຕາຄວາມທຸກຍາກໄດ້ຫລຸດລົງເປັນລໍາດັບ ແລະ ໄດ້ຖືກຈັດເປັນປະເທດທີ່ມີການພັດທະນາມະນຸດລະດັບປານກາງ ແລະ ຢູ່ໃນອັນດັບທີ 139 ໃນຈໍານວນ 187 ປະເທດໃນໂລກ.    



ທີ່ມາ ລາວພັດທະນາ
Ad