Top Ad

header ads

ເຫລືອພຽງ 50 ຊັງຕີແມັດ ລະດັບແມ່ນ້ຳຂອງຢູ່ນະຄອນຫລວງວຽງຈັນ ຈະຮອດເຂດລະວັງໄພ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ເນື່ອງຈາກລະດັບແມ່ນ້ຳຂອງ ຢູ່ນະຄອນຫລວງວຽງຈັນໄດ້ເພີ່ມຂຶ້ນຢ່າງໄວວາຊຶ່ງໃນວັນທີ 21 ສິງຫາຜ່ານມາແທກໄດ້ 9,80 ແມັດວັນທີ 22 ສິງຫານີ້ແທກໄດ້ 11 ແມັດຊຶ່ງເພີ່ມຂຶ້ນ 1,20 ແມັດ ແລະ ຄາດວ່າລະດັບແມ່ນ້ຳຂອງຢູ່ນະຄອນ ຫລວງວຽງຈັນ ຈະຂຶ້ນກາຍເຂດລະວັງໄພພາຍໃນ 1-2 ວັນຕໍ່ໜ້າ (ເຂດລະວັງໄພ 11,50 ແມັດ ແລະ ເຂດອັນຕະລາຍ 12,50 ແມັດ)ສະນັ້ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງແຈ້ງເຕືອນມາຍັງປະຊາຊົນທຸກພາກສ່ວນ ທີ່ອາໃສຢູ່ລຽບແຄມແມ່ນ້ຳຂອງ ແລະ ຂອບເຂດສ່ຽງໄພ ນັບແຕ່ນະຄອນ ຫລວງວຽງຈັນແຂວງບໍລິຄຳໄຊ ໃຫ້ມີສະຕິກຽມພ້ອມເກັບມ້ຽນວັດຖຸສິ່ງຂອງ ແລະ ຍົກຍ້າຍສັດ ລ້ຽງໄປໄວ້ບ່ອນທີ່ປອດໄພພ້ອມທັງກະກຽມກະຊອບຊາຍ ເພື່ອເຮັດຄູກັນນ້ຳໃນເຂດທີ່ມີຄວາມສ່ຽງ ແລະ ຂໍໃຫ້ຕິດຕາມສະພາບອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນຈຳ ເປັນ.


          ສຳລັບລະດັບແມ່ນ້ຳຂອງໃນວັນທີ 22 ສິງຫານີ້ຢູ່ແຂວງຫລວງພະບາງ ແທກໄດ້ 13,58 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດອັນຕະລາຍ 18 ແມັດ)ປາກຊັນ ແທກໄດ້ 13,07 ແມັດ (ເຂດລະວັງໄພ 13,50 ແມັດ ແລະ ເຂດອັນຕະລາຍ 14,50 ແມັດ)ຂົວເຊບັ້ງໄຟ ແທກໄດ້ 15,56 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດອັນຕະລາຍ 18,50 ແມັດ)ໜ້າເຂື່ອນນ້ຳງື່ມ ແທກໄດ້ 207,60 ແມັດ (ເຂດລະວັງໄພ 212 ແມັດ ແລະ ເຂດອັນຕະລາຍ 212,31 ແມັດ.
Ad