Top Ad

header ads

ປະເທດລາວມີພຽງ 5 ບໍລິສັດ ທີ່ຖືກອານຸຍາດໃຫ້ລະດົມທຶນທາງທຸລະກິດ


ອີງຕາມແຈ້ງການລະກທີ 0023/ສຄຄຊ ລົງວັນທີ 19 ສິງຫາ 2016, ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ອອກແຈ້ງການເຖິງພໍ່ແມ່ປະຊາຊົນ ໃຫ້ຮັບຊາບທົ່ວປະເທດວ່າ. ປະຈຸບັນ ໃນ ສປປລາວ ບໍລິສັດ ທີ່ໄດ້ຮັບການຈົດທະບຽນ ເຂົ້າຕະຫຼາດຫຼັກຊັບ ແລະ ໄດ້ຮັບອານຸຍາດ ຢ່າງເປັນທາງການ ເພື່ອດຳເນີນການ ລະດົມທຶນ ໃນຮູບແບບ ການຂາຍຫຸ້ນ ມີພຽງ 5 ບໍລິສັດ ຄື.
1. ບໍລິສັດ ຜະລິດ ໄຟຟ້າລາວ ມະຫາຊົນ
2. ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ
3. ບໍລິສັດ ປຣີໂຕຣຽມ ເທຣດດິ້ງລາວ ມະຫາຊົນ
4. ບໍລິສັດລາວເວີນ ມະຫາຊົນ
5. ບໍລິສັດສຸວັນນີໂຮມເຊັນເຕີ ມະຫາຊົນ.
ສ່ວນບໍລິສັດອື່ນໆ ທີ່ເຮັດການເຄື່ອງໄຫວລະດົມທຶນ ໃນຮູບແແບ ການອອກຈຳໜ່ວຍ ຮຸ້ນ, ຮຸ້ນກູ້ ຫຼື ຮຸ້ນແບບອື່ນທີ່ຄ້າຍກັນ ແມ່ນເຮັດຜິດກົດໝາຍ ຂອງ ສປປລາວ.
ທ່ານສາມາດໂທແຈ້ງເບີ 021 217 770


ທີ່ມາແຫຼ່ງຂ່າວ: ໂທລະໂຄງ

Ad